ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ໃນເຫດລະເບີດ ຢູ່ຊາອຸດີ ແລະ ເຢເມນ


ສະມາຊິກຄອບຄົວພວກເຄາະຮ້າຍ ຫລັງຈາກ ການສະຫລະຊີບທີ່ວັດ Imam Ali mosque ຢູ່ບ້ານ al-Qadeeh ໃນເຂດ Gatif ທາງພາກຕາເວັນອອກ ຂອງຊາອຸດີ ອາຣາເບຍ (22 ພຶດສະພາ 2015)
ສະມາຊິກຄອບຄົວພວກເຄາະຮ້າຍ ຫລັງຈາກ ການສະຫລະຊີບທີ່ວັດ Imam Ali mosque ຢູ່ບ້ານ al-Qadeeh ໃນເຂດ Gatif ທາງພາກຕາເວັນອອກ ຂອງຊາອຸດີ ອາຣາເບຍ (22 ພຶດສະພາ 2015)

ພວກຫົວຮຸນແຮງລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບໃນ
ການວາງລະເບີດ 2 ຄັ້ງ ຢູ່ໃນແຫລມອາຣາເບຍ ໃນວັນສຸກວານ
ນີ້ ທີ່ແນໃສ່ວັດຂອງສາສະໜາອິສລາມນິກາຍຊີໄອທ໌ໃນຂະນະທີ່
ຮອງປະທານາທິບໍດີອີຣັກ ໄດ້ຕັ້ງຄຳຖາມຕໍ່ປະສິດທິຜົນໃນການ
ໂຈມຕີທາງອາກາດ ຕໍ່ກຸ່ມລັດອິສລາມ ພາຍໃຕ້ການນຳພາຂອງ
ສະຫະລັດ.

ກຸ່ມທີ່ກ່າວເຖິງຕົນເອງວ່າ ເປັນເຄືອຂ່າຍທີ່ສ້າງຕັ້ງຂຶ້ນມາໃໝ່ນັ້ນ
ເວົ້າວ່າ ຕົນເປັນຜູ້ຮັບຜິດຊອບໃນການວາງລະເບີດຢູ່ເຂດ Qatif
ທາງພາກຕາເວັນອອກຂອງຊາອຸດີ ອາຣາເບຍ ທີ່ໄດ້ສັງຫານ 21 ຄົນແລະເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍ 80 ຄົນ. ລະເບີດລູກທີ
2 ໄດ້ແຕກຂຶ້ນໃກ້ໆວັດແຫ່ງນຶ່ງ ຂອງສາສະໜາອິສລາມ ໃນນະຄອນຫຼວງ Sana’a ຂອງ ເຢເມນ ທີ່ເຮັດ 13 ຄົນບາດເຈັບ ຊຶ່ງເປັນການເຮັດໃຫ້ ມີຜູ້ບາດເຈັບລົ້ມຕາຍເພີ້ມຂຶ້ນ ຢູ່ ນອກເຂດພູມສາດທີ່ກຸ່ມລັດອິສລາມໂຈມຕີຢູ່ເປັນປະຈຳ ຄືໃນຊີເຣຍແລະອີຣັກນັ້ນ.

ໃນການຖະແຫຼງຢູ່ທີ່ກອງປະຊຸມເສດຖະກິດໂລກທີ່ປະເທດຈໍແດນໃນວັນສຸກວານນີ້ຮອງ ປະທານາທິບໍດີອີຣັກ ທ່ານ Ayad Allawi ກ່າວວ່າ ທ່ານໄດ້ຮ້ອງຂໍ ໃຫ້ພວກຜູ້ນຳຂອງອີ ຣັກສ້າງຕັ້ງຍຸດທະສາດຂຶ້ນມາທ່າມກາງໃນອັນທີ່ທ່ານເຫັນວ່າເປັນຄວາມລົ້ມແຫຼວໃນການ
ໂຈມຕີທາງອາກາດ ທີ່ບໍ່ສາມາດຄວບຄຸມກຸ່ມຫົວຮຸນແຮງດັ່ງກ່າວນີ້ໄດ້.

ທ່ານກ່າວຕໍ່ພວກນັກຂ່າວຢູ່ທີ່ກອງປະຊຸມເສດຖະກິດໂລກໃນປະເທດຈໍແດນເມື່ອວັນສຸກ ວານນີ້ວ່າ “ແນວໂຮມນາໆຊາດພາຍໃຕ້ການນຳພາຂອງສະຫະລັດໄດ້ປະຊຸມກັນ ແລະກໍ ເລີກລາກັນໄປ ບໍ່ມີຂ່າວດີເລີຍຈາກແນວໂຮມນາໆຊາດ ແລະກໍບໍ່ມີຍຸດທະສາດຫຍັງ ດັ່ງ
ນັ້ນ ຂ້າພະເຈົ້າຈຶ່ງຂໍຮ້ອງ ໃຫ້ພວກຜູ້ນຳອີຣັກ ຮ່າງຍຸດທະສາດຂຶ້ນມາ ແລະກໍນຳສະເໜີຕໍ່ ແນວໂຮມ. ແນວໂຮມນາຊາດໄດ້ປະຊຸມກັນແຕ່ບໍ່ມີການຕົກລົງຫຍັງເລີຍການໂຈມຕີທາງ ອາກາດບໍ່ສາມາດແກ້ໄຂບັນຫາໄດ້.”

Islamic State
please wait
Embed

No media source currently available

0:00 0:01:29 0:00

ການໃຫ້ຄວາມເຫັນດັ່ງກ່າວນີ້ ມີຂຶ້ນນຶ່ງອາທິດຫລັງຈາກກຸ່ມລັດອິສລາມໄດ້ເຂົ້າຄວບຄຸມ ເມືອງ Ramadi ໃນອີຣັກ.

ກຳລັງຂອງແນວໂຮມໄດ້ທຳການໂຈມຕີທາງອາກາດ 5 ເທື່ອຢູ່ໃນຊີເຣຍແຕ່ວັນພະຫັດຫາ ວັນສຸກວານນີ້ ແລະ 15 ເທື່ອຢູ່ໃນອີຣັກ ໂດຍແນໃສ່ທີ່ໝັ້ນຂອງກຸ່ມລັດອິສລາມໃນເມືອງ
Mosul ແລະເມືອງ Ramadi ທີ່ພວກເຂົາຫາກໍຢຶດໄດ້ນັ້ນ.

White House: No Plans to Send US Ground Troops to Iraq
please wait

No media source currently available

0:00 0:01:57 0:00

ໂຄສົກຂອງໜ່ວຍລະດົມກຳລັງປະຊາຊົນຊຶ່ງເປັນກຸ່ມປະກອບອາວຸດທີ່ເປັນພັນທະມິດກັບ
ລັດຖະບາອີຣັກ ກ່າວຕໍ່ອົງການຂ່າວຝຣັ່ງວ່າ ການບຸກໂຈມຕີຕອບໂຕ້ ເພື່ອຍຶດເອົາເມືອງ Ramadi ຄືນ ຈະເລີ້ມຂຶ້ນໃນສອງສາມມື້ຂ້າງໜ້ານີ້ດ້ວຍອັນ ທີ່ຜູ້ກ່ຽວເອີ້ນວ່າ ຈະເປັນກຳ ລັງຂອງພວກນັກລົບຫຼາຍໆສິບພັນຄົນ.

XS
SM
MD
LG