ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

11 ຄົນ ບາດເຈັບ ໃນການໂຈມຕີ ສະຫຼະຊີບ ຢູ່ພາກເໜືອ ອັຟການີສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ມື​ລະ​ເບີດ​ສະຫຼະຊີບ​ຄົນ​ນຶ່ງ ​ໄດ້​ລະ​ເບີດ​ລົດ​ຕົນ​ເອງ ​ຢູ່​ໃກ້​ຄ້າຍ​ທະຫານ ຂອງ​ເນ​ໂຕ້​ກັບ​ອັຟກາ​ນິສຖານ​ແຫ່ງ​ນຶ່ງ ທາງ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ຍັງ​ຜົນ​ໃຫ້​ທະຫານ​ອັຟກາ​ນິສຖານ​ບາດ​ເຈັບ 11 ຄົນ ​ແລະ​ພົນລະ​ເຮືອນ​ອີກຫຼາຍຄົນ.

ບັນດາ​ເຈົ້າໜ້າ​ທີ່​ແຂວງ Paktiya ກ່າວ​ວ່າ ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​ ​ຢູ່​ໃນເຂດ​ເມືອງ Zurmat ​ແມ່ນ​ຮຸນ​ແຮງ​ແລະໃຫຍ່ຫຼາຍ ​ແຕ່ບໍ່​ມີໃຜ​ເສຍ​ຊີວິດ. ລົດລະ​ເບີດ​ໄດ້​ແຕກ​ຂຶ້ນທີ່ປະຕູ​ທາງ​ເຂົ້າຄ້າຍ​ທະຫານ ​ເຮັດ​ໃຫ້​ປ່ອງຢ້ຽມແຕກ ແລະ​ຕຶກຫຼາຍແຫ່ງ​ຖືກ​ທໍາລາຍ.

ລາຍ​ງານຫຼາຍກະ​ແສ​ເວົ້າ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ຍິງ​ປືນ​ໃສ່​ຄ້າຍທະຫານ ຫຼັງຈາກ​ລະ​ເບີດ​ແຕກ​ຂຶ້ນ.

ກຸ່ມ​ຕາ​ລິ​ບານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສໍາລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ.
XS
SM
MD
LG