ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດສະຫຼະຊີບ ຄົນນຶ່ງ ໂຈມຕີ ແຂວງ ແຮລມານດ໌ ຂອງອັຟການິສຖານ


Afghanistan Blast
please wait
Embed

No media source currently available

0:00 0:00:53 0:00

ມືລະເບີດສະຫຼະຊີບຄົນນຶ່ງ ໄດ້ບີບຂະນວນລະເບີດ ໃນລົດກະບະນ້ອຍຂອງລາວ ທີ່
ບັນຈຸດ້ວຍວັດຖຸລະເບີດ ໃຫ້ແຕກຂຶ້ນຢູ່ໃກ້ໆກັບຖານທັບກອງທັບບົກ ຢູ່ທາງພາກໃຕ້
ຂອງອັຟການິສຖານ ເຊິ່ງໄດ້ສັງຫານທະຫານຢ່າງໜ້ອຍ 8 ຄົນ ແລະ ເຮັດໃຫ້ຫຼາຍສິບ
ຄົນ ຢູ່ອ້ອມແອ້ມບາດເຈັບອີກ.

ໂຄສົກລັດຖະບານຂັ້ນແຂວງທ່ານນຶ່ງ ໃນຂະນະທີ່ຢັ້ງຢືນການເສຍຊີວິດຫຼືບາດເຈັບ ຕໍ່
ວີໂອເອ ຢູ່ນັ້ນ ທ່ານໄດ້ກ່າວເມື່ອຕອນເຊົ້າວັນອາທິດມື້ນີ້ ວ່າ ການໂຈມຕີ ໄດ້ເກີດຂຶ້ນ
ຢູ່ໃນເມືອງ ນາດ ອາລີ ຂອງແຂວງແຮລມານດ໌ ບ່ອນທີ່ບໍ່ມີຄວາມໝັ້ນທ່ຽງ.

ກຸ່ມຕາລີບານ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບຢ່າງໄວວາ ສຳລັບການປະຕິບັດ
ການວາງລະເບີດດັ່ງກ່າວ. ໂຄສົກຂອງກຸ່ມກະບົດ ໄດ້ອ້າງວ່າ ແຮງລະເບີດທີ່ມີອານຸ
ພາບ“ໄດ້ສັງຫານແລະເຮັດໃຫ້ບາດເຈັບ” ພວກທະຫານຮັກສາຄວາມສະຫງົບ
ອັຟການິສຖານ ຫຼາຍກວ່າ 100 ຄົນ ແຕ່ຫາກວ່າ ພວກຕາລີບານ ສ່ວນຫຼາຍແມ່ນຈະ ເພີ້ມຈຳນວນຂອງການຕາຍ ຫຼືບາດເຈັບຂຶ້ນຕື່ມ.

ແຂວງແຮລມານດ໌ ແມ່ນເປັນຂົງເຂດທີ່ຜະລິດຕົ້ນຝິ່ນຂະໜາດໃຫຍ່ ແລະ ເມືອງຕ່າງໆ
ເກືອບທັງໝົດ ແມ່ນຖືກຄວບຄຸມ ຫຼື ຕໍ່ສູ້ເພື່ອຍຶດຄອງໂດຍກຸ່ມຕາລີບານ.

ບັນດາເຈົ້າໜ້າທີ່ຂອງອັຟການິສຖານ ໄດ້ກ່າວວ່າ ການວາງລະເບີດທີ່ຮ້າຍແຮງ ໃນວັນ
ອາທິດມື້ນີ ໄດ້ເກີດຂຶ້ນ ຢູ່ໃນພື້ນທີ່ ທີ່ກຳລັງລັດຖະບານ ຫາກໍໄດ້ປົດປ່ອຍຈາກການ
ຄວບຄຸມ ຂອງພວກກະບົດ ເມື່ອບໍ່ດົນມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG