ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມືລະເບີດ ສະຫຼະຊີບ ໄດ້ສັງຫານ 4 ຄົນ ໃນພາກໃຕ້ ປະເທດ ເຢເມນ


ນັກຮົບ Houthi ຫາມຫີບສົບຂອງເພື່ອນສະຫາຍ ທີ່ຖືກ
ຂ້າໃນການຕໍ່ສູ້ກັນເມື່ອບໍ່ດົນມານີ້, ໃນລະຫວ່າງມື້ທຳອິດ
ຂອງການປະຕິບັດສັນຍາຢຸດຍິງ ໃນນະຄອນຫຼວງ Sana'a ຂອງປະເທດ ເຢເມນ, 11 ເມສາ, 2016.
ນັກຮົບ Houthi ຫາມຫີບສົບຂອງເພື່ອນສະຫາຍ ທີ່ຖືກ ຂ້າໃນການຕໍ່ສູ້ກັນເມື່ອບໍ່ດົນມານີ້, ໃນລະຫວ່າງມື້ທຳອິດ ຂອງການປະຕິບັດສັນຍາຢຸດຍິງ ໃນນະຄອນຫຼວງ Sana'a ຂອງປະເທດ ເຢເມນ, 11 ເມສາ, 2016.

ມືລະເບີດສະຫຼະຊີບຄົນໜຶ່ງໄດ້ຂ້າຄົນຢ່າງໜ້ອຍ 4 ຄົນໃນວັນອັງຄານມື້ນີ້ ໃນເມືອງທ່າ ເຮືອ Aden ຢູ່ທາງພາກໃຕ້ຂອງປະເທດ, ໃນຂະນະທີ່ສັນຍາການຢຸດຍິງ ລະຫວ່າງ ກອງ ກຳລັງສະໜັບສະໜູນລັດຖະບານ ແລະ ພວກກະບົດ Houthi ໄດ້ຍືດອອກໄປເປັນວັນທີ ສອງພ້ອມກັບການລາຍງານບາງຄັ້ງກ່ຽວກັບ ການຕໍ່ສູ້ກັນ.

ຜູ້ໂຈມຕີໄດ້ບີບປຸ່ມລະເບີດໃນ ກຸ່ມທະຫານໃໝ່ກຸ່ມໜຶ່ງຢູ່ໃນຕົວເມືອງ ທີ່ໄດ້ກາຍເປັນບ້ານ ຂອງລັດຖະບານ ນັບຕັ້ງແຕ່ພວກເຂົາເຈົ້າໄດ້ຂັບໄລ່ພວກກະບົດ Houthi ອອກໄປດ້ວຍ ການຊ່ວຍເຫຼືອຂອງພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ. ແຕ່ວ່າຄວາມບໍ່ໝັ້ນຄົງໃນ ປະເທດ ເຢເມນ ກໍຍັງໄດ້ເຮັດໃຫ້ພວກຫົວຮຸນແຮງ al-Qaida ພະຍາຍາມເຂົ້າຄວບຄຸມ ໃນບາງພາກສ່ວນຂອງເມືອງ Aden ຢູ່.

ອົງການສະຫະປະຊາຊາດ ແມ່ນກຳລັງສະໜັບສະໜູນການເຈລະຈາສັນຕິພາບໃນສັບປະ ດາໜ້າ ລະຫວ່າງ ລັດຖະບານ ກັບ ພວກກະບົດ Houthi ແລະ ໄດ້ຮຽກຮ້ອງໃຫ້ພວກເຂົາ ເຈົ້າຮັບປະກັນວ່າ ການເຈລະຈານີ້ຈະຍຸຕິສົງຄາມ ຂອງພວກເຂົາເຈົ້າໄວ້ໄດ້ ເພື່ອທີ່ຈະ ສ້າງສະພາບແວດລ້ອມທີ່ດີສຳລັບການເຈລະຈານັ້ນ.

ພວກກະບົດ Houthi ໄດ້ຍຶດການຄວບຄຸມນະຄອນຫຼວງ Sana’a ຂອງ ເຢເມນ ໃນ ເດືອນກັນຍາ 2014 ທີ່ຜ່ານມາ, ແຕ່ຄວາມຂັດແຍ້ງໄດ້ກາຍເປັນການຕໍ່ສູ້ໃນພາກພື້ນ ໃນ ເດືອນມີນາ ປີກາຍນີ້ ເມື່ອພວກກະບົດໄດ້ເຄື່ອນທີ່ເຂົ້າເມືອງ Aden ແລະ ໄດ້ບັງຄັບໃຫ້ ປະທານາ

ທິບໍດີ Abdu Rabu Mansour Hadi ຕ້ອງຫຼົບໜີເຂົ້າໄປໃນປະເທດ ຊາອູດີ ອາເຣເບຍ. ປະເທດ ຊາອູດີ ອາເຣເບຍ ໄດ້ຕອບໂຕ້ໂດຍການສ້າງຕັ້ງກຸ່ມທະຫານພັນທະມິດຂຶ້ນ ເພື່ອ ດຳເນີນການໂຈມຕີທາງອາກາດໃນການປ້ອງກັນທ່ານ Hadi ແລະ ຕໍ່ມາໄດ້ຂະຫຍາຍ ການປະຕິບັດການທີ່ລວມມີກອງກຳລັງຢູ່ເທິງພື້ນດິນ.

ໂຄສົກອົງການສະຫະປະຊາຊາດ ໄດ້ກ່າວໃນວັນຈັນວານນີ້ວ່າ ມັນໄດ້ມີ “ຄວາມຮຸນແຮງ ຂະໜາດນ້ອຍ” ເກີດຂຶ້ນຫຼັງຈາກສັນຍາການຢຸດຍິງໄດ້ມີຜົນບັງຄັບໃຊ້. ການລາຍງານ ກ່ຽວກັບ ການຕໍ່ສູ້ສ່ວນໃຫຍ່ແມ່ນຢູ່ໃນເມືອງ Taiz.

ປະຊາຊົນຫຼາຍກວ່າ 6,200 ຄົນໄດ້ຖືກຂ້າຕາຍໃນຄວາມຂັດແຍ້ງຂອງປະເທດ ເຢເມນ ແລະ ອົງການສະຫະປະຊາຊາດ ກ່າວວ່າ ພົນລະເຮືອນຫຼາຍກວ່າ 80 ເປີເຊັນແມ່ນຕ້ອງ ການອາຫານ ແລະ ການຊ່ວຍເຫຼືອທາງການແພດຢ່າງຮຸນແຮງ.

ດ້ວຍສັນຍາການຢຸດຍິງໄດ້ມີຜົນບັງຄັບໃຊ້ແລ້ວນັ້ນ, ອົງການສະຫະປະຊາຊາດ ແມ່ນກຳ ລັງດຳເນີນການສັກຢາກັນພະຍາດໂປລີໂອ 3 ວັນໃນປະເທດ ເຢເມນ ທີ່ໄດ້ເລີ່ມຂຶ້ນໃນ ວັນຈັນມື້ນີ້ ພ້ອມກັບເປົ້າໝາຍທີ່ຈະສັກຢາໃຫ້ແກ່ເດັກນ້ອຍໃຫ້ໄດ້ 5 ລ້ານຄົນ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Yemen Ceasefire
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG