ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກກໍ່ການຮ້າຍ ວາງແຜນໂຈມຕີ ວັດໃຫຍ່ ໃນນະຄອນ ເມັກກາ


ກອງກຳລັງຮັກສາຄວາມປອດໄພ ຊາອຸດີ ອາເຣເບຍ ເຮັດວຽກຢູ່ຈຸດເກີດເຫດ ຫຼັງຈາກມືລະເບີດສະຫຼະຊີບ ໄດ້ລະເບີດຕົນເອງໃນນະຄອນ ເມັກກາ, ຊາອຸດີ ອາເຣ
ເບຍ. 23 ມິຖຸນາ, 2017.
ກອງກຳລັງຮັກສາຄວາມປອດໄພ ຊາອຸດີ ອາເຣເບຍ ເຮັດວຽກຢູ່ຈຸດເກີດເຫດ ຫຼັງຈາກມືລະເບີດສະຫຼະຊີບ ໄດ້ລະເບີດຕົນເອງໃນນະຄອນ ເມັກກາ, ຊາອຸດີ ອາເຣ ເບຍ. 23 ມິຖຸນາ, 2017.

ບັນດາເຈົ້າໜ້າທີ່ໃນປະເທດ ຊາອຸດີ ອາເຣເບຍ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ສະກັດກັ້ນ
ການວາງແຜນໂຈມຕີ ທີ່ແນເປົ້າໃສ່ວັດໃຫຍ່ອິສລາມໃນນະຄອນ Mecca ໃນລະຫວ່າງ
ສອງສາມຊົ່ວໂມງສຸດທ້າຍຂອງບຸນຖືສິນອົດອາຫານ.

ຜູ້ຊາຍຄົນໜຶ່ງທີ່ຖືກກ່າວຫາ ກ່ຽວກັບ ການວາງແຜນໂຈມຕີໃສ່ສະຖານທີ່ສັກສິດແຫ່ງ
ຕ່າງໆຂອງສາສະໜາອິສລາມ ໄດ້ລະເບີດຕົນເອງໃນນະຄອນ Meccaໃນລະຫວ່າງ
ການຍິງຕໍ່ສູ້ກັບຕຳຫຼວດ. ບັນດາເຈົ້າໜ້າທີ່ກະຊວງພາຍໃນຂອງ ຊາອຸ ໄດ້ເວົ້າໃນວັນ
ເສົາວານນີ້.

ຕຳຫຼວດໄດ້ກ່າວວ່າ ມີຫ້າຄົນ ລວມທັງແມ່ຍິງຄົນໜຶ່ງ ໄດ້ຖືກຈັບກຸມໃນການກວດຄົ້ນ
ຂອງຕຳຫຼວດໃນນະຄອນ Mecca ແລະ ໃນທ່າເຮືອທະເລແດງ ລາຊະອານາຈັກແຫ່ງ
ນັ້ນ.

ຫ້າຄົນທີ່ຖືກຈັບກຸມນັ້ນ ເຊື່ອວ່າຈະເປັນພາກສ່ວນຂອງກຸ່ມຫົວຮຸນແຮງ, ແຕ່ຍັງບໍ່ມີຄຳ
ຕອບ ກ່ຽວກັບ ສະຖານະ ຫຼື ຄວາມຜູກພັນ ກັບມືລະເບີດທີ່ໄດ້ລະເບີດຕົນເອງໃນວັນສຸກ
ທີ່ຜ່ານມານັ້ນເທື່ອ. ບັນດາເຈົ້າໜ້າທີ່ ຊາອຸ ບໍ່ໄດ້ລົງຄວາມເຫັນວ່າ ກຸ່ມລັດອິສລາມ ແມ່ນ
ແຫຼ່ງທີ່ມາຂອງການວາງແຜນໂຈມຕີກໍ່ການຮ້າຍນີ້, ແຕ່ພວກ IS ໄດ້ມີປະຫວັດສາດອັນ
ຍາວນານ ກ່ຽວກັບ ຄວາມຄຽດຊັງຕໍ່ພະລາດຊະວົງ ຊາອຸດີ ອາເຣເບຍ.

ໂຄສົກກະຊວງພາຍໃນຂອງ ຊາອຸດີ ອາເຣເບຍ ພົນຕີ Mansur al-Turki ໄດ້ກ່າວຕໍ່ໂທ
ລະພາບລັດຖະບານ Al Arabiya ວ່າ ເຫດການໃນນະຄອນ Mecca ບໍ່ແມ່ນຄັ້ງທຳອິດ
ສຳລັບຄວາມເປັນໄປໄດ້ ຂອງການໂຈມຕີກໍ່ການຮ້າຍ ທີ່ກອງກຳລັງຮັກສາຄວາມປອດ
ໄພ ໄດ້ກະກັດກັ້ນ ເມື່ອບໍ່ດົນມານີ້, ແຕ່ໄດ້ກ່າວເພີ່ມເຕີມວ່າ “ພວກເຮົາຫວັງວ່າມັນຈະ
ແມ່ນຄັ້ງສຸດທ້າຍໂດຍສະເພາະ ຢູ່ວັດໃຫຍ່.”

ທ່ານ Al-Turki ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ,​ ແຕ່ໄດ້ກ່າວວ່າ ການປະຕິບັດການຮັກສາ
ຄວາມປອດໄພ ແມ່ນກຳລັງດຳເນີນຢູ່.

ທັງປະເທດ ອີຣ່ານ ແລະ ພວກ Hezbollah ຂອງ ເລບານອນ ໄດ້ຖືກກ່າວປະນາມໃນ
ການກ່າວຫາວາງແຜນໂຈມຕີຕໍ່ນະຄອນ Mecca ນັ້ນ, ເຊິ່ງໂຄສົກກະຊວງການຕ່າງປະ
ເທດ ອີຣ່ານ ທ່ານ Ghasemi ໄດ້ກ່າວວ່າ ແມ່ນອີກສັນຍານໜຶ່ງທີ່ “ຕອນນີ້ລັດທິກໍ່ການ
ຮ້າຍໄດ້ອາລະວາດ ແລະ ເຕີບໂຕອອກໄປທົ່ວໂລກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG