ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີຢ່າງ​ນ້ອຍ 12 ຄົນ ຖືກສັງຫານ ໃນການໂຈມຕີ ຢູ່ພາກຕາ​ເວັນ​ຕົກ​ສຽງເໜືອ​ ຂອງ​ປາ​ກິ​ສຖານ


Pakistan Violence
please wait
Embed

No media source currently available

0:00 0:00:55 0:00

ເຈົ້າ​ໜ້າ​ທີ່ໃນ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ​ປາ​ກິ​ສຖານ ກ່າວ​ວ່າ ​ເຫດລະເບີດທີ່​ສົງ​ໄສເປັນ ການ​ໂຈມ​ຕີ​ສະຫລະ​ຊີບ ​ໃນວັນ​ອັງຄານ​ມື້​ນີ້ ​ໄດ້​ສັງຫານ​ຢ່າງ​ນ້ອຍ 12 ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍ​ຄົນ ຊຶ່ງພວ​ກທີ່​ໄດ້​ຮັບ​ເຄາະ​ນັ້ນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ກອງ​ກຳລັງຮັກສາ​ຄວາມປອດ​ໄພ.

ພວກທີ່​ເຫັນ​ເຫດການ ກ່າວ​ວ່າ​ ຜູ້​ວາງ​ລະ​ເບີດ​ໄດ້​ຂີ່ລົດຈັກແລ່ນ​ເຂົ້າຕຳດ່ານ​ກວດຂອງ​ເຈົ້າໜ້າ​ທີ່​ແຫ່ງ​ນຶ່ງ ທີ່​ຕັ້ງຢູ່ເພື່ອ​ແບ່ງ​ເຂດຊົນ​ເຜົ່າ Khyber ຊຶ່ງ​ເປັນເຂດ​ເຄິ່ງປົກຄອງ​ຕົນ​ເອງ ​ແລະ​ມີ​ຄວາມ​ວຸ້ນວາຍ ອອກຈາກ​ເມືອງ Peshawar ນັ້ນ.​

ພວກເຈົ້າ​ໜ້າ​ທີ່ກູ້​ໄພ ​ແລະບັນດາເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນ ກ່າວ​ວ່າ ເຈົ້າ​ໜ້າ​ທີ່ອະວຸ​ໂສ​ຂອງ​ກອງ​ກຳລັງ​ຕຳຫຼວດຊົນ​ເຜົ່າ ແລະ​ນັກ​ຂ່າວ​ທ້ອງ​ຖິ່ນ ແມ່ນ​ຮວມຢູ່​ໃນ​ຈຳນວນ​ຂອງ​ພວກ​ເຄາະ​ຮ້າຍທີ່​ເສຍ​ຊີວິດ.

​ເຫດລະ​ເບີດ​ທີ່​ຮ້າຍ​ແຮງ​ນີ້ ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ລົດຫຼາຍຄັນ ພ້ອມ​ທັງ​ລົດຈັກ​ທີ່​ຈອດ​ຢູ່ແຖວ​ນັ້ນ ໃກ້ໆກັບ​ປ້ອມ​ຍາ​ມດັ່ງກ່າວ.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນທີ​ເທື່ອ.

ເຂດ Khyber ​ແມ່ນ​ນຶ່ງ​ຂອງ​ເສັ້ນທາ​ງຫຼັກສອງ​ສາຍ​ທີ່​ໃຊ້​ໃນ​ການ​ຄ້າຂາຍ​ແລະ​ລຳລຽງ​
ລະ ຫວ່າງ​ປາ​ກິ​ສຖານ ​ແລ​ະ​ອັຟກາ​ນິສຖານ ຊຶ່ງ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່ທະ​ເລ​ນັ້ນ.

​ເຂດ​ຊົນ​ເຜົ່າ​ໃນ​ປາ​ກິ​ສຖານ ​ໄດ້ກາຍ​ມາ​ເປັນ​ທີ່​ໝັ້ນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ທັງ​ໃນ​ທ້ອງ​ຖິ່ນ​
ແລະ​ຈາກ​ຕ່າງ​ປະ​ເທດ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ທັງ​ສອງ​ຝາກ​ຝັ່ງ
​ຂອງ​ຊາຍ​ແດນ.

XS
SM
MD
LG