ບັນດາເຈົ້າໜ້າທີ່ອັຟການິສຖານກ່າວວ່າ ການວາງລະເບີດສະຫຼະຊີບໃນຕອນເຊົ້າວັນ
ສຸກມື້ນີ້ ໄດ້ເຮັດໃຫ້ຕຳຫລວດຢ່າງໜ້ອຍຫົກຄົນເສຍຊີວິດ ແລະ ອີກ 10 ຄົນໄດ້ຮັບບາດ
ເຈັບ ຮວມທັງຜູ້ບັນຊາການຂົງເຂດ ຢູ່ໃນແຂວງຄັນດາຫາ ຢູ່ພາກໃຕ້ປະເທດ.
ທ່ານຊອລຕັນ ໂມຮໍາມາດ ຜູ້ບັນຊາການຕຳຫລວດທ້ອງຖິ່ນ ກ່າວຕໍ່ວີໂອເອວ່າ ຜູ້ວາງ
ລະເບີດໄດ້ຂັບລົດບັນທຸກສີ່ລໍ້ທະຫານ ທີ່ເຕັມໄປດ້ວຍລະເບີດ ທີ່ຮູ້ກັນວ່າ ຮໍາວີ ແລ່ນ
ເຂົ້າຕໍາປ້ອມຍາມຕຳຫລວດໃນເຂດເມືອງໄມວານ. ລະເບີດແຕກຄັ້ງໃຫຍ່ນີ້ ໄດ້ເຮັດ
ໃຫ້ສະຖານທີ່ດັ່ງກ່າວເສຍຫາຍ ແລະເຮັດໃຫ້ບ້ານເຮືອນພົນລະເຮືອນທີ່ຢູ່ໃກ້ໆນັ້ນ.
ທ່ານກ່າວເພີ້ມອີກວ່າ “ພວກນາຍຍາມຮັກສາຄວາມປອດໄພຍາມຢູ່ປະຕູທາງເຂົ້າທຳ
ອິດ ໄດ້ຮັບມືກັບລົດຮໍາວີ ທີ່ເຕັມໄປດ້ວຍລະເບີດມີ່ມີນໍ້າໜັກປະມານ 3,000 ກິໂລ
ກຣາມ ແລະໄດ້ເປີດສາກຍິງເພື່ອໃຫ້ລົດຢຸດ ແຕ່ຜູ້ວາງລະເບີດສາມາດເຂົ້າໄປເຖິງ
ປ້ອມຍາມທີສອງ ກ່ອນຈະດຶງສາຍຄະນວນໃຫ້ລະເບີດແຕກ.”
ພວກກໍ່ການຮ້າຍຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບທັນທີຕໍ່ການດໍາເນີນການ
ໂຈມຕີ.
ທ່ານໂມຮໍາມາດ ໄດ້ຮັບຮູ້ວ່າ ພວກກະບົດຕານລີບານ ແມ່ນເປັນຜູ້ຢູ່ໃນການໂຈມຕີ
ຫວ່າງມໍ່ໆມານີ້ ໃນເມືອງຄັນດາຮາ ແລະໄດ້ຮວມເອົາແຂວງແຮວແມນເປັນຂອງຕົນ
ນັ້ນໄດ້ຍຶດເອົາລົດຮໍາວີຫລາຍຄັນ ແລະກໍມັກໃຊ້ມັນເຊົ້າໃນການໂຈມຕີສະຫຼະຊີບ
ຕ້ານກຳລັງທະຫານອັຟການິສຖານ.
ເຖິງຢ່າງໃດກໍດີ ແຫລ່ງຂ່າວຕຳຫລວດທ້ອງຖິ່ນກ່າວວ່າ ຈຳນວນຜູ້ເສຍຊີວິດ ແລະໄດ້ຮັບບາດເຈັບແມ່ນສູງກວ່າໂຕເລກທີ່ທາງການໄດ້ເຜີຍແຜ່.
ການໂຈມຕີໃນວັນສຸກວານນີ້ໄດ້ເກີດຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ພາຍຫລັງທີ່ຮອງປະທາ
ນາທິບໍດີ ທ່ານໄມຄ໌ ເພັນສ ໄດ້ເດີນທາງໄປຢ້ຽມຢາມອັຟການິສຖານທີ່ບໍ່ໄດ້ບອກກ່ອນ
ລ່ວງໜ້າ ຊຶ່ງຢູ່ທີ່ນັ້ນ ທ່ານໄດ້ຖະແຫລງຕໍ່ທະຫານອາເມຣິກາ ທີ່ຖານທັບອາກາດ ແບັກ
ແຣມ ແລະຂອບໃຈພວເຂົາເຈົ້າທີ່ປະຕິບັດໜ້າທີ່ຂອງຕົນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ