ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມືລະເບີດສະຫຼະຊີບ ສັງຫານ 13 ຄົນ ໃນພາກໃຕ້ ຂອງປະເທດ ອັຟການິສຖານ


ແຜນທີ່ເມືອງ ນາວາ ອີ ບາຣັກຊາຢີ, ປະເທດ ອັຟການິສຖານ.
ແຜນທີ່ເມືອງ ນາວາ ອີ ບາຣັກຊາຢີ, ປະເທດ ອັຟການິສຖານ.

ລົດລະເບີດຊີບຄັນນຶ່ງ ໄດ້ໂຈມຕີຕະຫຼາດຢູ່ທາງພາກໃຕ້ຂອງ ອັຟການິສຖານ ໃນວັນ
ອາທິດວານນີ້ ສັງຫານຢ່າງໜ້ອຍ 13 ຄົນ ແລະ ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ.

ການໂຈມຕີໃນເມືອງ ນາວາ ທີ່ແຂວງ ເຮັລມານ ແນເປົ້າໝາຍໃສ່ຂະບວນລົດທະຫານ
ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ໃນທ້ອງຖິ່ນ. ພວກທີ່ໄດ້ຮັບເຄາະສ່ວນໃຫຍ່ ແມ່ນ
ເປັນພວກທະຫານ ອັຟການິສຖານ ແລ ພະນັກງານຕຳຫຼວດ.

ພວກຕາລີບານ ອັຟການິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງ
ກ່າວ.

ໃນຮອບສອງປີຫຼັງນີ້ ແລະ ລຸນຫຼັງພວກນັກຮົບຕ່າງດ້າວສ່ວນໃຫຍ່ ໄດ້ຖອນອອກໄປ
ພວກຕາລີບານ ກໍໄດ້ເພີ່ມການໂຈມຕີຫຼາຍຂຶ້ນ ແລະ ຂະຍາຍອອກໄປທົ່ວປະເທດ
ຈາກເຂດໃຕ້ຂອງພວກເຂົາ. ນອກນັ້ນ ການໂຈມຕີຢູ່ທາງພາກເໜືອ ກໍແມ່ນໄດ້ທະວີຂຶ້ນ
ເຊັ່ນກັນ.

ກຳລັງຂອງລັດຖະບານໄດ້ຍຶດຄອງເມືອງດັ່ງກ່າວ ຈາກພວກຕາລີບານໃນເດືອນແລ້ວ
ນີ້ ແຕ່ການສູ້ຮົບກັນກໍແມ່ນຍັງໄດ້ມີສືບຕໍ່ມາ. ພວກຕາລີບານ ຍັງຍຶດຄອງຫຼາຍຫົວເມືອງ
ຢູ່ໃນແຂວງ ເຮລມານ ທີ່ເປັນແຂວງໃຫຍ່ທີ່ສຸດຂອງ ອັຟການິສຖານ ຊຶ່ງມີຊາຍແດນຕິດ
ກັບ ປາກິສຖານ ແລະ ອີຣ່ານ.

ການໂຈມຕີ ໃນວັນອາທິດວານນີ້ ໄດ້ມີຂຶ້ນຕາມຫຼັງການໂຈມຕີສລະຊີບເມື່ອອາທິດແລ້ວ
ນີ້ ຢູ່ໃນເມືອງ ລາຊຄາ-ກາ ອັນເປັນເມືອງເອກຂອງແຂວງ ບ່ອນທີ່ລະເບີດດັ່ງກ່າວໄດ້
ສັງຫານຜູ້ຄົນ 7 ຄົນ ແລະ ເຮັດໃຫ້ບາດເຈັບ 40 ຄົນ.

ໃນເຫດການອີກບ່ອນນຶ່ງຕ່າງຫາກໃນວັນອາທິດວານນີ້ ຕຳຫຼວດສອງຄົນອັນລວມມີ
ຫົວໜ້າຕຳຫຼວດປະຈຳເມືອງຜູ້ນຶ່ງໄດ້ຖືກສັງຫານ ຢູ່ໃນແຂວງ ນິມຣົສ ເວລາຂະບວນ
ລົດຂອງພວກເຂົາເຈົ້າ ຖືກໂຈມຕີໂດຍພວກຫົວຮຸນແຮງ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່
ແຂວງດັ່ງກ່າວ.

ບໍ່ມີຜູ້ໃດອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG