ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີສະລະຊີບ ສັງຫານ ທະຫານ ຊາອຸດີ ອາເຣເບຍ 3 ຄົນ ໂຮມທັງນາຍພົນ


FILE - ລົດກະບະຂອງທະຫານຍາມຊາຍແດນ ຊາອຸດີ ອາເຣເບຍ ກຳລັງລາດຕະເວນ ຢູ່ໃກ້ຊາຍແດນຕິດກັບອິຣັກ ທີ່ມີຮົ້ວກັ້ນຢູ່.
FILE - ລົດກະບະຂອງທະຫານຍາມຊາຍແດນ ຊາອຸດີ ອາເຣເບຍ ກຳລັງລາດຕະເວນ ຢູ່ໃກ້ຊາຍແດນຕິດກັບອິຣັກ ທີ່ມີຮົ້ວກັ້ນຢູ່.

ເຈົ້າໜ້າທີ່ຊາອຸດີ ອາເຣເບຍ ກ່າວວ່າ ຜູ້ໂຈມຕີສະລະຊີບດ້ວຍ
ລະເບີດຄົນໜຶ່ງໄດ້ສັງຫານ ທະຫານຍາມຊາຍແດນ ແລະຜູ້ບັງຄັບ
ບັນຊາຂອງເຂົາເຈົ້າ ໃນການໂຈມຕີຢູ່ໃກ້ຊາຍແດນປະເທດອີຣັກ.

ກະຊວງພາຍໃນກ່າວວ່າ ການໂຈມຕີໃນຕອນເຊົ້າມືດວັນຈັນມື້ນີ້
ໃນເຂດເມືອງ Ara r​ແມ່ນເລີ້ມຕົ້ນຂຶ້ນ ເວລາຄົນວາງລະເບີດສະ
ລະຊີບ ກັບ “ຜູ້ກໍ່ການຮ້າຍ” ອີກຄົນໜຶ່ງເປີດສາກຍິງປືນໃສ່ໜ່ວຍ
ລາດຕະເວນຊາຍແດນໜ່ວໜຶ່ງ. ທາງຝ່າຍທະຫານຍາມຊາຍແດນ
ກໍໄດ້ຍິງໂຕ້ຕອບຄືນ ໂດຍໄດ້ສັງຫານຄົນໜຶ່ງ ກ່ອນທີ່ຜູ້ວາງລະ
ເບີດສະລະຊີບຈະບີບຂະນວນລະເບີດຕົນເອງຕາຍ. ຜູ້ໂຈມຕີອີກ
ສອງຄົນກໍຖືກຂ້າຕາຍເຊັ່ນກັນ.

ແຜນທີ່ປະເທດ Saudi Arabia ທີ່ສະແດງທີ່ຕັ້ງຂອງເມືອງ Arar.
ແຜນທີ່ປະເທດ Saudi Arabia ທີ່ສະແດງທີ່ຕັ້ງຂອງເມືອງ Arar.

ທະຫານຊາອຸດີ ອາເຣເບຍຄົນໜຶ່ງທີ່ຖືກຂ້າຕາຍ ແມ່ນນາຍພົນ
Oudah al-Belawi ທະຫານຍາມຊາຍແດນອາວຸໂສ ທີ່ປະຈຳ
ຢູ່ໃນເຂດແຂວງ Northern Borders ຫລືແຂວງ ຊາຍແດນ
ພາກເໜືອ ຊຶ່ງກວມເອົາເຂດຊາຍແດນສ່ວນໃຫຍ່ທີ່ຕິດກັບອິຣັກ.

ການສືບສວນສອບສວນກ່ຽວກັບເຫດການດັ່ງກ່າວ ກຳລັງດຳ
ເນີນໄປ ແລະຍັງບໍ່ທັນມີຝ່າຍໃດອອກມາອ້າງເອົາຄວາມຮັບຜິດ
ຊອບເທື່ອ.

SAUDI ARABIA VIOLENCE VIDEO
please wait

No media source currently available

0:00 0:00:55 0:00

XS
SM
MD
LG