ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນຮ້າຍ ວາງລະເບີດ ສະລະຊີບ ໃສ່ລົດເມທະຫານ ເຮັດໃຫ້ 6 ຄົນ ເສຍຊີວິດ ຢູ່ອັຟການິສຖານ


afghanistan
please wait
Embed

No media source currently available

0:00 0:00:44 0:00

ຜູ້​ວາງ​ລະ​ເບີດ​ສະລະ​ຊີ​ຍຄົນ​ນຶ່ງ ​ໄດ້ໂຈມ​ຕີ​ລົດເມ​ຄັນ​ໜຶ່ງ ທີ່
​ບັນທຸກທະຫານ​ອັຟກາ​ນິສຖານ ຢູ່​ໃນ​ນະຄອນຫລວງ Kabul
​ເຮັ​ດ​ໃຫ້​ທະຫານເສຍ​ຊີວິດ ຫົກ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ​ຜູ້​ວາງ​ລະ​ເບີດ​ ກຳລັງ​ຍ່າງຢູ່​ບົນ
ຖະໜົນ ​ເວລາ​ທຳ​ການ​ໂຈມ​ຕີ​ໃນ​ຕອນ​ເຊົ້າວັນ​ພະຫັດມື້​ນີ້.

ລະ​ເບີດທີ່​ແຕກ​ຂຶ້ນ ​ເຮັດ​ໃຫ້ 10 ຄົນ​ໄດ້​ຮັບ​ບາດ​ເຈັບ ຮວມທັງ​
ພົນລະ​ເຮືອນ​ຈຳນວນ​ນຶ່ງ.ພວກ​ທາ​ລິ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບ
ຜິ​ດຊອບ ​ໃນ​ການ​ໂຈມຕີຄັ້ງ​ນີ້.

ພວກ​ຫົວ​ຮຸນ​ແຮງ​ໄດ້​ເພີ້​ມການ​ໂຈມ​ຕີຂຶ້ນ ​ໂດຍ​ສະ​ເພາະ​ຢູ່​ໃນນະຄອນຫລວງ Kabul ​ໂດຍ
​ໄດ້ແນ​ເປົ້າໝາຍ ​ໃສ່​ທັງກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ ​ແລະ ກຳລັງ​ທະຫານ
​ນາໆ​ຊາດ ພ້ອມ​ດ້ວຍເປົ້າ​ໝາຍ​ການ​ທູດ.

ກຳລັງ NATO ພວມຈະ​ສີ້​ນສຸດ​ການ​ປະຕິບັດ​ງານ​ສູ້​ລົບ ​ໃນອັຟກາ​ນິສຖານ ຫລັງຈາກ 13
ປີ ​ແລະ​ກຳລັງ​ຢູ່​ໃນ​ໄລຍະຂ້າມ​ຜ່ານ ​ໄປ​ສູ່​ການ​ປະຕິບັດ​ງານ ​ແບບ​ໃໝ່ ​ໃນ​ເດືອນ​ມັງ​ກອນ​
ຈະ​ມາ​ເຖິງ​ນີ້ ທີ່​ແນ່​ໃສ່​ການ​ເຝິກ​ແອ​ບ ​ແລະ​ໃຫ້​ຄຳ​ແນະນຳ ​ແກ່ທະຫານ​ອັຟກາ​ນິສຖານ.

XS
SM
MD
LG