ເຈົ້າໜ້າທີ່ແຂວງໃນອັຟການິສຖານກ່າວວ່າ ພວກວາງລະເບີດ
ສະຫລະຊີບກຸ່ມໜຶ່ງ ໄດ້ທຳການໂຈມຕີສະຖານີຕຳຫລວດແຫ່ງ
ໜຶ່ງ ໃນພາກຕາເວັນອອກຂອງປະເທດ ໂດຍໄດ້ສັງຫານຕຳ
ຫລວດຢ່າງນ້ອຍ 22 ຄົນ ແລະເຮັດໃຫ້ບາດເຈັບອີກ 18 ຄົນ.
ຜູ້ໂຈມຕີຄົນໜຶ່ງລະເບີດຕົວເອງ ຢູ່ປະຕູທາງເຂົ້າສຳນັກງານ
ຕຳຫລວດ ໃນເມືອງ Pul-i-Alam ປະມານ 60 ຫລັກ ຫ່າງ
ຈາກນະຄອນຫລວງ ກາບູລ ໄປທາງທິດໃຕ້ ອິງຕາມໂຄສົກອຳນາດປົກຄອງແຂວງ.
ຜູ້ວາງລະເບີດ ຢ່າງນ້ອຍອີກຄົນໜຶ່ງ ໄດ້ລະເບີດຕົນເອງ ຢູ່ໃນບໍລິເວນ ເດີ່ນສຳນັກງານຕຳຫລວດ ບ່ອນທີ່ພວກຕຳຫລວດເຕົ້າໂຮມກັນເພື່ອກິນເຂົ້າ.
ກຸ່ມ Taliban ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້.
ການໂຈມຕີດັ່ງກ່າວໄດ້ມີຂຶ້ນ ພຽງໜຶ່ງມື້ ຫລັງຈາກທີ່ກຸ່ມຕາລີບານໄດ້ ສັງຫານຕຳຫລວດ ຢ່າງນ້ອຍ 13 ຄົນ ໃນແຂວງ Kandahar ທາງພາກໃຕ້ຂອງອັຟການິສຖານ.