ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ສະລະ​ຊິບ ສັງຫານ ​ເຈົ້າ​ໜ້າທີ່​ ຕໍາຫຼວດຂັ້ນ​ສູງ ຢູ່ປາກິສຖານ


ເຈົ້າໜ້າທີ່ຮັກສາຄວາມສະຫງົບປາກິສຖານພວມເກັບກຳຫຼັກຖານຕ່າງໆ ທີ່ບ່ອນໂຈມຕີດ້ວຍລະເບີດ ໃນເມືອງ Peshawar (7 ພະຈິກ 2012)
ເຈົ້າໜ້າທີ່ຮັກສາຄວາມສະຫງົບປາກິສຖານພວມເກັບກຳຫຼັກຖານຕ່າງໆ ທີ່ບ່ອນໂຈມຕີດ້ວຍລະເບີດ ໃນເມືອງ Peshawar (7 ພະຈິກ 2012)
ຜູ້​ວາງ​ລ​ະ​ເບີດ​ສະລະ​ຊິບຄົນ​ນຶ່ງ​ໄດ້ທໍາ​ການໂຈມ​ຕີ ​ເຈົ້າ​ໜ້າທີ່​
ຕໍາຫລວດ ຂັ້ນ​ສູງຄົນ​ນຶ່ງ ຢູ່ເມືອງ Peshawar ທາງ​ພາກ​ຕາເວັນ​
ຕົກ​ສຽງ​ເໜືອ ຂອງ​ ປາ​ກິ​ສຖານ ​ໂດຍ​ໄດ້ສັງຫານ​ຢ່າງ​ໜ້ອຍ 5 ຄົນ.


​ເຈົ້າ​ໜ້າ​ທີ່​ຕໍາຫລວດ ທ່ານ Asif Iqbal ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ພຸດມື້​ນີ້ວ່າ ຜູ້​ວາງ​ ລ​ະ​ເບີດທີ່​ຍ່າງ​ມາ ​ໄດ້​ແກ່ວ​ງວັດຖຸ​ລະ​ເບີດ ໜັກ ປະມານ​ 5 ຫາ 6 ກິ​ໂລ ໃສ່​ລົດ ຜູ້​ສືບສວນ​ຂັ້ນ​ສູງ ທ່ານ Hilal Hyder ​ເຮັດ​ໃຫ້ ທ່ານ Hyder ​ແລະ​ຜູ້​ຕິດ​ຕາມ​ທ່ານຫລາຍ​ຄົນ​ເສຍ ຊີວິດ ຢູ່ທີ່ຕະຫລາດ​ທີ່​ອັ່ງ​ອໍ​ແຫ່ງ​ນຶ່ງ.

ລາຍ​ງານ​ກ່າວ​ວ່າ ຫລາຍ​ກວ່າ 30 ຄົນ​ໄດ້​ຮັບ​ບາດ​ເຈັບ ຈໍານວນ​ນຶ່ງ​ມີອາການ​ສາຫັດ ແລະຄວາມ​ເສຍ​ຫາຍແກ່​ຕຶກ​ອາຄານ ​ແລະ​ລົດ​ລາແມ່ນ​ກ້ວາງ​ຂວາງ.

ພວກ​ຫົວ​ຮຸນ​ແຮງ ທາ​ລິ​ບານ ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ. ​ໂຄສົກ​ຄົນ​ນຶ່ງ ກ່າວ​ຕໍ່ ອົງການ​ຂ່າວ AP ວ່າ ທ່ານ Hyder ​ໄດ້ຕົກ​ເປັນ​ເປົ້າ​ໝາຍ​ ​ເພາະວ່າ ທ່ານເປັນ​ຜູ້​ຢູ່​ເບື້ອງຫລັງ​ການ​ຈັບ​ກຸ​ມ ພວກ​ນັກລົບ ທາ​ລິ​ບານ ຫລາຍ​ຄົນ.
XS
SM
MD
LG