ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ມືລະເບີດສະຫຼະຊີບ ສັງຫານ ເຈົ້າໜ້າທີ່ ທະຫານກອງທັບບົກ ຂອງໂຊມາເລຍ 4 ຄົນ


ແຜນທີ່ ເຂດປຸນແລນ ຂອງໂຊມາເລຍ
ແຜນທີ່ ເຂດປຸນແລນ ຂອງໂຊມາເລຍ

ທະຫານລັດຖະບານ ໂຊມາເລຍ ຢ່າງໜ້ອຍ 4 ຄົນ ໄດ້ຖືກຂ້າຕາຍ ແລະ 6 ຄົນ
ບາດເຈັບ ໂດຍຜູ້ໂຈມຕີດ້ວຍລະເບີດສະຫລະຊີບ ທີ່ໄດ້ທຳລາຍ ຮ້ານອາຫານ
ແຫ່ງນຶ່ງ ໃນເມືອງ ກາລກາໂຢ ຕັ້ງຢູ່ພາກກາງຂອງໂຊມາເລຍ ຊຶ່ງໄດ້ຖືກແບ່ງ
ແຍກອອກເປັນສອງຝ່າຍ ອີງຕາມການກ່າວໃນວັນເສົາວານນີ້ ຂອງພວກທີ່ເຫັນ
ເຫດການແລະບັນດາເຈົ້າໜ້າທີ່. ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນ ຢູ່ຝາກກ້ຳເໜືອ
ຂອງເມືອງກາລກາໂຢ ທີ່ຄວບຄຸມໂດຍ ກຸ່ມປຸນແລນ ທີ່ເປັນຂົງເຂດທີ່ປົກຄອງ
ດ້ວຍຕົນເອງເຄິ່ງນຶ່ງ ນັ້ນ.

ຜູ້ເຫັນເຫດການຄົນນຶ່ງ ໄດ້ບອກວີໂອເອ ວ່າ “ຊາຍໜຸ່ມຜູ້ນຶ່ງ ໃສ່ເສື້ອລະເບີດ
ຟ້າວແລ່ນເຂົ້າໄປຫາຮ້ານອາຫານ ບ່ອນທີ່ພວກເຈົ້າໜ້າທີ່ຮັກສາຄວາມ
ສະຫງົບຂອງລັດຖະບານ ແລະ ພວກອາລັກຂາຂອງເຂົາເຈົ້າ ແລ້ວຜູ້ກ່ຽວ
ກໍບີບຂະນວນລະເບີດຕົນເອງຕາຍ.”

ບັນດາເຈົ້າໜ້າທີ່ລັດຖະບານ ຢູ່ໃນຂົງເຂດນັ້ນ ຢືນຢັນ ວ່າ ຜູ້ບັນຊາການທະຫານ
ອາວຸໂສ ສອງຄົນ ແມ່ນລວມຢູ່ໃນພວກຄົນ ທີ່ຖືກຂ້າຕາຍໃນການໂຈມຕີດັ່ງກ່າວ.

ມີພັນເອກ ອັບດີ ຮູກຸນ ອັບດຸລລາຮີ້ ໂມຮາມເມັດ ຜູ້ບັນຊາການ ທີມລາດຕະເວນ
ຮັກສາ ຄວາມສະຫງົບຂອງເມືອງ, ເຈົ້າໜ້າທີ່ອາວຸໂສ ກອງທັບໂຊມາເລຍ ທ່ານ
ອັບດີການີ ອາເມັດ ເກເຣ, ພັນເອກກອງທັບບົກ ອີກຄົນນຶ່ງ ແລະ ຜູ້ອາລັກຂາຂອງ
ພວກເຂົາເຈົ້າຄົນນຶ່ງ ທີ່ໄດ້ເສຍຊີວິດ ໃນການໂຈມຕີ ດັ່ງກ່າວ ອີງຕາມ ການບອກ
ເລົ່າຕໍ່ ວີໂອເອຂອງເຈົ້າໜ້າທີ່ ຮັກສາຄວາມສະຫງົບ ໂຊມາເລຍ.

ເມືອງກາລກາໂຢ ເປັນເມືອງເອກຂອງແຂວງ ມູດັກ ຊຶ່ງເປັນຂົງເຂດທີ່ໄດ້ຖືກແບ່ງ
ແຍກ ອອກເປັນສອງຝ່າຍ ຂອງໂຊມາເລຍ. ກ້ຳເໜືອຂອງເມືອງ ແມ່ນຄວບຄຸມໂດຍ
ກຸ່ມປຸນແລນ ທີ່ເປັນລັດຖະບານຂອງຂົງເຂດ ໃນຂະນະທີ່ກ້ຳໃຕ້ ແມ່ນຄວບຄຸມໂດຍ
ກຸ່ມກາລມູດັກ ທີ່ເປັນລັດຖະບານຂອງຂົງເຂດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG