ບັນດາເຈົ້າໜ້າທີ່ ຢູ່ພາກເໜືອຂອງ ອັຟການິສຖານ ກ່າວວ່າ
ຜູ້ວາງລະເບີດສະລະຊີບຄົນນຶ່ງ ໄດ້ໂຈມຕີວັດມຸສລິມແຫ່ງນຶ່ງ
ສັງຫານຜູ້ໄປຂາບໄຫວ້ ຢ່າງໜ້ອຍ 20 ກວ່າຄົນ.
ບັນດາເຈົ້າໜ້າທີ່ຍັງກ່າວອີກວ່າ ຜູ້ວາງລະເບີດໄດ້ໂຈມຕີໃນ ວັນສຸກມື້ນີ້ ຊຶ່ງເປັນມື້ທໍາອິດ ໃນຈໍານວນສີ່ມື້ ຂອງການສະຫລອງບຸນ Eid al-Adha. ອົງການຂ່າວຝຣັ່ງ ລາຍງານວ່າ ຫລາຍກວ່າ 50 ຄົນໄດ້ຮັບບາດເຈັບຈາກເຫດລະເບີດແຕກດັ່ງກ່າວ.
ໃນຂະນະດຽວກັນ ເຈົ້າໜ້າທີ່ທະຫານສະຫະລັດ ກ່າວວ່າ ຕົນກໍາລັງສືບສວນການເສຍຊີວິດຂອງ ທະຫານສະຫະລັດ ສອງຄົນນັ້ນຢູ່ ຫລັງຈາກຜູ້ຊາຍຄົນນຶ່ງ ທີ່ນຸ່ງເຄື່ອງແບບ ຕໍາຫລວດແຫ່ງຊາດອັຟການິສຖານ ໄດ້ໃຊ້ອາວຸດຂອງລາວ ຍິງເຂົາເຈົ້າ.
ເຈົ້າໜ້າທີ່ທະຫານກ່າວວ່າ ເຫດການໄດ້ເກີດຂື້ນໃນວັນພະຫັດ ວານນີ້ ທີ່ແຂວງ Uruzgan. ຍັງບໍ່ທັນເປັນທີ່ແຈ້ງຂາວເທື່ອວ່າ ຜູ້ທໍາການໂຈມຕີນັ້ນ ແມ່ນສະມາຊິກ ກໍາລັງຮັກສາຄວາມປອດໄພແຫ່ງຊາດ ຂອງ ອັຟການິສຖານຫລືບໍ່.
ເຫດການດັ່ງກ່າວ ໄດ້ເປັນເຄື່ອງໝາຍທີ່ເອີ້ນວ່າ “ການໂຈມຕີຈາກພາຍໃນ” ຊຶ່ງກໍາລັງຮັກສາຄວາມປອດໄພຂອງ ອັຟການິສຖານ ຫລື ພວກກໍ່ການຮ້າຍ ປອມໂຕນຸ່ງເຄື່ອງແບບ ອັຟການິສຖານ ຫລື ເຄື່ອງແບບກໍາລັງນາໆຊາດ ແລ້ວຍິງກໍາລັງທະຫານ NATO. ການໂຈມຕີດັ່ງກ່າວໄດ້ທະວີຂື້ນໃນປີນີ້ ແລະໄດ້ສັງຫານກໍາລັງທະຫານນາໆຊາດ ໄປຫລາຍກວ່າ
50 ຄົນແລ້ວ.