ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

14 ຄົນ ຕາຍ ໃນເຫດລະເບີດ ທີ່ອັຟການິສຖານ (ສະໄລດ໌)


ບັນດາເຈົ້າໜ້າທີ ອັຟການິສຖານ ກໍາລັງປິດລ້ອມ ເຂດທີ່ເກີດເຫດ
ວາງລະເບີດ ສະລະຊິບ.
ບັນດາເຈົ້າໜ້າທີ ອັຟການິສຖານ ກໍາລັງປິດລ້ອມ ເຂດທີ່ເກີດເຫດ ວາງລະເບີດ ສະລະຊິບ.
ຜູ້ວາງລະເບີດສະລະຊີບຄົນນຶ່ງ ໄດ້ໂຈມຕີ ໜ່ວຍລາດຕະເວນ
ປະສົມຂອງ ທະຫານອັຟການິສຖານ ກັບເນໂຕ້ ໃນພາກຕາເວັນ
ອອກຂອງອັຟການິສຖານ ໂດຍໄດ້ສັງຫານ ຢ່າງໝ້ອຍ 14 ຄົນ.

ເນໂຕ ກ່າວວ່າ ພວກເສຍຊີວິດໃນວັນຈັນມື້ນີ້ ມີທະຫານກໍາລັງ
ປະສົມສາມຄົນ ພ້ອມດ້ວຍນາຍພາສາຂອງເຂົາເຈົ້າ ແຕ່ບໍ່ໄດ້
ບອກສັນຊາດຂອງທະຫານເຫລົ່ານັ້ນ ຫລືໃຫ້ລາຍລະອຽດເພີ້ມ
ເຕີມໃດໆ ກ່ຽວກັບການໂຈມຕີ.

ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ຜູ້ວາງລະເບີດໄດ້ຂີ່ລົດຈັກແລ່ນເຂົ້າ
ໃສ່ໜ່ວຍລາດຕະເວນ ຢູ່ໃກ້ກັບຕະຫລາດທີ່ເມືອງ Khost.

ພວກກໍ່ການຮ້າຍ ທາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບໃນ
ການວາງລະເບີດ.

ບັນດາເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າການໂຈມຕີໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດ
ອີກ 6 ຄົນ ແລະເຈົ້າໜ້າທີ່ຕໍາຫລວດ 4 ຄົນ ແລະມີຜູ້ໄດ້ຮັບບາດເຈັບ ຫລາຍກວ່າ 30 ຄົນ.

ໃນຂະນະດຽວກັນນີ້ ເຈົ້າໜ້າທີ່ເນໂຕ້ ແລະອັຟການິສຖານ ກໍກໍາລັງທໍາການສືບສວນ ເຫດການຍິງກັນໃນວັນເສົາ ທີ່ໄດ້ສັງຫານ ທະຫານອາເມຣິກັນ ສອງຄົນ ແລະທະຫານ ອັຟການິສຖານ 3 ຄົນ. ທັງສອງຝ່າຍໄດ້ໃຫ້ລາຍລະອຽດ ບໍ່ຄືກັນກ່ຽວກັບເຫດຮ້າຍດັ່ງ
ກ່າວ ຊຶ່ງເກີດຂື້ນບໍ່ເທົ່າໃດມື້ ຫລັງຈາກກໍາລັງປະສົມ ທີ່ນໍາພາໂດຍສະຫະລັດນັ້ນ ໄດ້
ລຸດຜ່ອນຂໍ້ຈໍາກັດກ່ຽວກັບ ການປະຕິບັດງານຮ່ວມກັນກັບ ພັນທະມິດອັຟການິສຖານ.

XS
SM
MD
LG