ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນວາງລະເບີດສະລະຊີບ ສັງຫານ 11 ຄົນ ທີ່ດ່ານກວດກາ ໃນອີຣັກ


ພວກນັກຕໍ່ສູ້ Shi'ite ເຂົ້າຮ່ວມ ໃນການຮັກສາຄວາມປອດໄພ ຢ່າງເຄັ່ງຄັດ ໃນເມືອງ Jurf al-Sakhar, ວັນທີ 26 ຕຸລາ 2014.
ພວກນັກຕໍ່ສູ້ Shi'ite ເຂົ້າຮ່ວມ ໃນການຮັກສາຄວາມປອດໄພ ຢ່າງເຄັ່ງຄັດ ໃນເມືອງ Jurf al-Sakhar, ວັນທີ 26 ຕຸລາ 2014.

ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ໂຈມ​ຕີ​ເຂດ​ຊານ​ເມືອງ​ຂອງ​
ເມືອງ​ນຶ່ງ ທີ່​ພວກ​ກຳລັງ​ຂອງ​ອີຣັກ ​ແລະ​ກຸ່ມ​ທະຫານ​ບ້ານ
Shi’ite ​ຍຶດ​ເອົາ ​ຄືນ​ມາໄດ້ໃນ​ວັນ​ອາທິດ​ວານ​ນີ້ ຈາກ​ພວກ
ກຸ່ມ​ລັດ​ອິສລາມ​ນັ້ນ.

ການວາງ​ລະ​ເບີດ​ໂຈມ​ຕີ​ໃນ​ວັນ​ຈັນ​ມື້​ນີ້ ​ໃສ່​ດ່ານ​ກວດກາ​
ຄວາມ​ປອດ​ໄພ​ແຫ່ງ​ນຶ່ງ ​ຢູ່​ນອກ​ເມືອງ Jurf-al-Sakhar ​
ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 11 ຄົນ ​ແລະ​ບາດ​ເຈັບ
​ຕື່ມ​ອີກ 23 ຄົນ.

ນາຍົກລັດຖະມົນຕີອີຣັກ ທ່ານ Haider-al-Abadi ກ່າວ​
ໃນ​ວັນ​ອາທິດວານ​ນີ້​ວ່າ ການ​ຍຶດ​ເອົາ​ເມືອງ Jurf-al-Sakhar ຄືນ ທີ່​ຕັ້ງ​ຢູ່​ຫ່າງ​ຈາກ
ນະຄອນ​ແບັກ​ແດດ​ໄປ​ທາງ​ທິດ​ໃຕ້ ​ປະມານ 50 ຫຼັກ​ກິ​ໂລ​ແມັດ ​ໄດ້​ເປັນ “ການ​ປາ​ໄຊ
​ຢ່າງ​ສຳຄັນ”
ຂອງ​ກຸ່ມ​ລັດ​ອິສລາມ.

ກຸ່ມ​ຫົວ​ຮຸນ​ແຮງ​ນິກາຍ​ຊຸນ​ນີດັ່ງກ່າ​ວ​ ໄດ້​ເຂົ້າ​ຄວບ​ຄຸມ​ເມືອງ​ນີ້​ມາ​ຕັ້ງ​ແຕ່​ເດືອນ​ກໍລະກົດ​.



​ໃນ​ຂະນະ​ດຽວ​ກັນ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຍັງ​ສືບ​ຕໍ່​ປະ​ທະ​ກັບ​ພວກ​ນັກລົບ​ຊາວ​ເຄີ​ດ
ໃນ​ເມືອງ​ໂຄ​ບາ​ນີ​ ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ ຢູ່ໃຕ້​ຊາຍ​ແດນ​ເທີ​ກີລົງ​ໄປ​ໜ້ອຍ​ນຶ່ງ ​ໃນ​ການ​ສູ້​ລົບ​ກັນ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 6 ສັບປະດາ​ແລ້ວ.

ຜູ້​ຄົນ​ສາມາດ​ຫລຽວ​ເຫັນ​ຄວັນ​ໄຟ​ພຸ່ງ​ຂຶ້ນ​ສູ່​ທ້ອງຟ້າ​ເໜືອ​ເມືອງ​ໂຄ​ບາ​ນີໄດ້ຕື່ມ​ອີກ​ ​ໃນວັນຈັນ
​ມື້​ນີ້.

islamicstate27october14
please wait

No media source currently available

0:00 0:00:50 0:00

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ມີ​ຫ້ອງການ​ຕັ້ງ​ຢູ​ໃນ​ອັງກິດ ຊຶ່ງ​ຕິດຕາມ​ເບິ່ງ​ຄວາມ​ຮຸນ
ແຮງ​ໃນ​ຊີ​ເຣຍ ກ່າວວ່າ ປະຊາຊົນຫຼາຍກວ່າ 800 ຄົນ​ ​ໄດ້ເສຍ​ຊີວິດ​ ໃນ​ການ​ສູ້​ລົບ​ກັນ​
ທາງ​ພາກ​ພື້ນ​ດິນ ​ຢູ່​ເມືອງ​ ໂຄ​ບາ​ນີ ຊຶ່ງຮວມທັງພວກ​ຫົວ​ຮຸນ​ແຮງ​ເກືອບ 500 ຄົນ ​ແລະ​ຊາວ ​ເຄີ​ດຫຼາຍ​ກວ່າ 300 ຄົນ​.

ກຳລັງຊາວ ​ເຄີ​ດ​ໃນ​ໂຄ​ບາ​ນີ ຄາດ​ວ່າ​ຈະ​ໄດ້​ເຫັນ​ພວກ​ກຳລັງ peshmerga ຈາກ​ຂົງ​ເຂດ Kurdistan​ ຂອງອີຣັກ ​ມາຮ່ວມສົບ​ທົບ​ໃນ​ການ​ຕໍ່ສູ້​ຢູ່​ເມືອງ​ໂຄ​ບາ​ນີ​ ໃນ​ສັບປະດາ​ນີ້​ຢ່າງ
​ໄວ​ທີ່​ສຸດ.

ວີດີໂອ: ເດັກໜຸ່ມເມືອງໂຄບານີ ທີ່ຖືກພວກລັດອິສລາມຈັບໄປ ແລະປ່ອຍໂຕມາ ລົມກັບນັກຂ່າວວີໂອເອ:

XS
SM
MD
LG