ມີຢ່າງນ້ອຍ 10 ຄົນ ເສຍຊີວິດ ແລະອີກ 4 ຄົນບາດເຈັບ ຈາກການໂຈມຕີດ້ວຍລະເບີດ
ສະຫຼະຊີບ ໃນວັນອັງຄານມື້ນີ້ ຢູ່ໃນພາກຕາເວັນອອກຂອງອັຟການິສຖານ.
ຜູ້ໂຈມຕີໄດ້ບີບຄະນວນທີ່ມັດຕິດກັບຕົວຂອງລາວ ໃຫ້ແຕກຂຶ້ນ ທີ່ປ້ອມຍາມໃນເມືອງ
ຈາລາໆບັດ ເມືອງຫຼວງຂອງແຂວງ ນັນກາຮາ ທີ່ຕັ້ງຢູ່ຕິດກັບຊາຍແດນປາກິສຖານ.
ໂຄສົກຂອງແຂວງ ທ່ານອັຕໂຕລາ ໂຄຈີອານີ (Attaullah Khogyani) ໄດ້ບອກກັບ
ວີໂອເອວ່າ ພົນລະເຮືອນ 8 ຄົນ ແລະເຈົ້າໜ້າທີ່ສືບລັບອັຟການິສຖານ 2 ຄົນ ແມ່ນ
ຮວມຢູ່ໃນພວກທີ່ເສຍຊີວິດໃນຄັ້ງນີ້.
ພວກທີ່ເຫັນເຫດການໄດ້ບອກກັບວີໂອເອວ່າ ເຈົ້າໜ້າທີ່ຂອງກອງກຳລັງຮັກສາຄວາມ
ປອດໄພ ແມ່ນໄດ້ກວດຄົ້ນລົດ ທີ່ປ້ອມຍາມ ຕອນທີ່ຜູ້ວາງລະເບີດສະຫຼະຊີບ ໄດ້ຍ່າງ
ເຂົ້າໄປຫາພວກເຂົາເຈົ້າ ແລະກໍໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ.
ຍັງບໍ່ທັນໄດ້ມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບເທື່ອໃນທັນທີກ່ຽວກັບ
ຄວາມຮຸນແຮງ ໃນແຂວງອັຟການິສຖານນີ້ ບ່ອນທີ່ກຸ່ມກະບົດຕາລີບານ ແລະພວກ
ຫົວຮຸນແຮງ ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ ທີ່ມີທີ່ໝັ້ນ ແລະໄດ້ອ້າງເອົາຄວາມ
ຮັບຜິດ ຊອບໃນການໂຈມຕີດ້ວຍລະເບີດ ຕໍ່ຕ້ານກອງກຳລັງຂອງລັດຖະບານ.
ໃນອີກເຫດການນຶ່ງນັ້ນ ການບຸກໂຈມຕີຂອງກຸ່ມຕາລີບານ ໄດ້ສັງຫານຜູ້ບັງຄັບບັນຊາຕຳຫຼວດປະຈຳເມືອງ ໃນແຂວງກາສນີ ທາງພາກຕາເວັນອອກສຽງໃຕ້ຂອງປະເທດທີ່ມີ
ບັນຫານັ້ນ.
ໂຄສົກຂອງແຂວງ ໄດ້ບອກກັບວີໂອເອວ່າ ການໂຈມຕີທີ່ເມືອງຄັອກຢານີນັ້ນ ຍັງໄດ້ສັງຫານພວກຕຳຫຼວດ 4 ຄົນ. ກຸ່ມຕາລີບານແມ່ນໄດ້ບຸກຄືບໜ້າຢູ່ໃນແຂວງກາສນີ
ໃນຮອບຫຼາຍມື້ຜ່ານມານີ້ ແລະໄດ້ເຮັດໃຫ້ກຳລັງອັຟການິສຖານບາດເຈັບລົ້ມຕາຍເປັນ
ຈຳນວນຫຼວງຫຼາຍ.