ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ວາງລະເບີດ​ສະຫຼະ​ຊີບ ໄດ້ສັງຫານຫ້າຄົນ ຢູ່ນອກທະນາຄານ ໃນນະຄອນຫລວງກາບຸລ


ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາ
ບ່ອນເກີດເຫດ ຈາກການວາງລະເບີດສະຫຼະຊີບ ໃນນະຄອນຫລວງ Kabul ປະເທດ Afghan.
ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາ ບ່ອນເກີດເຫດ ຈາກການວາງລະເບີດສະຫຼະຊີບ ໃນນະຄອນຫລວງ Kabul ປະເທດ Afghan.

ຜູ້ວາງລະເບີດ​ສະຫຼະ​ຊີບ​ຄົນ​ນຶ່ງ​ໄດ້້​ໂຈມ​ຕີ​ຝູງ​ຊົນ​ຢູ່​ນອກ​ທະນາຄານ ​ໃນ​ນະ​ຄອນ​ຫລວງ
Kabul ປະ​ເທດ​ອັ​ຟກາ​ນິສຖານ​ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເຮັດ​ໃຫ້​ຢ່າ​ງໜ້ອຍ​ຫ້າ​ຄົນ​ເສຍ​ຊີວິດ
​ແລະບາດ​ເຈັບເກົ້າ​ຄົນ ອີງຕາມຄຳ​ຢືນຢັນ​ຕໍ່ ວີ​ໂອ​ເອຂອງໂຄສົກ​ຕຳຫລວດ​ປະຈຳ​ເມືອງ.

ການ​ໂຈມ​ຕີດັ່ງກ່າວໄດ້​ເກີດ​ຂຶ້ນ ​ຢູ່​ທາງ​ເຂົ້າ​ສາຂາທະນາຄານ Kabul ບໍ່​ຮ່າງໄກ​ຈາກ ສະຖານທູດ​ສະຫະລັດ ທີ່​ມີ​ການ​ປົກ​ປັກ​ຮັກສາ​ຢ່າງ​ໜາ​ແໜ້​ນ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ທະຫານ​ອັຟກາ​ນິສຖານ ​ແລະ​ສະ​ຖາ​ບັນ​ຮັກສາ​ຄວາມ​ປອດ
​ໄພ​ຕ່າງໆ ໄດ້​ຮວມຢູ່​ໃນ​ຝູງ​ຊົນ​ທີ່​ໄປ​ຮັບ​ເງິນ​ເດືອນຂອງ​ເຂົາ​ເຈົ້າ.

ກຸ່ມ​ກໍ່​ການ​ຮ້າ​ຍ Taliban ​ໄດ້​ອ້າງ​ເອົາ​ຄວາ​ມຮັບຜິດຊອບ​ສຳລັບ​ການ​ໂຈມ​ຕີຄັ້ງນີ້. ​ໂຄ
ສົກ​ຄົນ​ນຶ່ງ​ໄດ້​ອ້າງ​ວ່າ​ ລະ​ເບີດ​ສະຫຼະ​ຊີບນີ້ ​ໄດ້​ເຮັດ​ໃຫ້​ ທະຫານ​ອັຟກາ​ນິສຖານ ​ແລະ
​ຕຳຫລວດ​ທີ່​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່ນອກ​ທະນາຄາ​ນ​ເພື່ອ​ຮັບ​ເງິນ​ເດືອນ ເສຍຊີວິດ.

ການ​ໂຈມ​ຕີຢ່າງ​ຮ້າຍ​ແຮງນີ້ ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ຊາວ​ອັຟກາ​ນິສຖານ ກະກຽມ​ຂີດ
ໝາຍ​ສະຫລອງ​ບຸນ Eid ປະຈຳ​ປີ. ແຕ່ວ່າ ​ບໍ່ໄດ້​ມີການ​ອ້າງ​ເອົາ​ຄວາ​ມຮັບຜິດຊອບ​ຕໍ່​ການ
​ໂຈມ​ຕີທີ່ຮ້າຍ​ແຮງນີ້ໃນທັນໃດ.

​ໃນວັນ​ສຸກ​ທີ່​ຜ່ານ​ມາ ລະ​ເບີດ​ໄດ້​ໂຈ​ມວັດ Shi’ite ທີ່​ແອ​ອັດ​ໃນ​ນະຄອນ Kabul ສັງຫານ
ພວກໄປ​ສູດ​ມົນ​ຫລາຍ​ກວ່າ 40 ຄົ​ນ ຮວມທັງ​ແມ່ຍິງ ​ແລະ​ເດັກນ້ອຍ ​ທັງໄດ້​ເຮັດໃຫ້ບ​າດ​ເຈັບຫຼາຍກວ່າ 100 ​ຄົນນຳ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG