ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງ​ນ້ອຍ 25 ຄົນ ​ເສຍ​ຊີວິດ ໃນເຫດວາງ​ລະ​ເບີດ ​ສະລະ​ຊີບ ຢູ່ອີຣັກ (ວີດີໂອ)


IRAQ VIOLENCE VO.mov
please wait
Embed

No media source currently available

0:00 0:00:43 0:00

ເຫດລະ​ເບີດ​ສະລະ​ຊີບ ໃນເມືອງ Mosul, ອິຣັກ

ທີ່​ປະ​ເທດ​ອິຣັກ ຄົນວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ໂຈມ​ຕີ
ຂະ​ບວນລົດ​ທະຫານ ​ໃນເມືອງ Mosul ເຮັດ​ໃຫ້​ຢ່າງ​ນ້ອຍ 25
ຄົນ​ເສຍ​ຊີວິດ ​ໃນ​ຂະນະ​ທີ່​ພວກ​ຫົວ​ຕໍ່ສູ້​ຈໍານວນ​ນຶ່ງ​ຢູ່​ໃກ້ໆ​ນະ
ຄອນຫລວງ​ແບກ​ແດກ ໄດ້​ທໍາ​ການ​ໂຈມ​ຕີ​ຄຸກ​ສອງ​ແຫ່ງ ​ເຮັດ
​ໃຫ້​ມີ​ຄົນ​ຕາຍ​ຫລາຍ​ຄົນ.

ຕໍາຫຼວດ​ກ່າວ​ວ່າ ຄົນວາງ​ລະ​ເບີດ​ສະລະ​ຊີບ​ໄດ້​ຂັບ​ລົດຕາມ​ຫຼັງ
ຂະ​ບວນລົດ​ທະຫານ ​ຂະນະ​ທີ່​ແລ່ນ​ຜ່ານຄຸ້ມ​ບ້ານຢູ່​ອາ​ໄສ ​ແລ້ວ
​ກໍ​ຈຸດຂະ​ນວນ​ລົດ​ ທີ່​ບັນຈຸ​ດ້ວຍ​ວັດຖຸ​ລະ​ເບີດ​ເຕັມ​ລົດ​ນັ້ນ. ​ເຈົ້າ
​ໜ້າ​ທີ່​ກ່າວ​ວ່າຜູ້​ເສຍ​ຊີວິດ​ແມ່ນ​ຮວມທັງທະຫານ​ຢ່າງ​ນ້ອຍ 22
ຄົນ ​ແລະພົນລະເຮືອນອີກ 3 ຄົນ. ​ມີຜູ້​ໄດ້ຮັບ​ບາດ​ເຈັບ​ອີກ
​ຫລາຍ​ຄົນ​ໃນ​ການວາງລະ​ເບີດໃນ​ວັນ​ຈັນ​ມື້​ນີ້ ​ແລະ​ບາງ​ຄົນແມ່ນ​ມີ​ອາການ​ສາຫັດ.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອອກ​ມາອ້າງ​ເອົາ​ຄວາມ​ຮັບຜິດຊອບເທື່ອ.

ຂະນະ​ດຽວ​ກັນ ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ຕໍ່​ຄຸກ Taji ກັບ​ຄຸກAbu Ghraib ​ຢູ່​ໃກ້ໆ​
ກັບກຸງ​ແບກ​ແດ​ດ ໃນ​ວັນ​ຈັນ​ມື້​ນີ້ ກໍ​ໄດ້​ເຮັດ​ໃຫ້​ກໍາ​ລັງ​ຮັກສາ​ຄວາມ​ປອດ​ໄພ ຢ່າງ​ນ້ອຍ
25 ຄົນເສຍ​ຊີວິດ. ພວກໂຈມ​ຕີ​ໄດ້​ໃຊ້​ປືນ​ຄົກ​ແລະ​ລະ​ເບີດ​ລົດ​ຫລາຍ​ຄັນ ​ໃນ​ການ​ປະທະ
​ກັນທີ່​ດໍາ​ເນີນ​ຕໍ່​ມາ​ ຈົນ​ຮອດ​ກາງຄືນ.

ຄື້ນຟອງ​ແຫ່ງ​ຄວາມ​ຮຸນ​ແຮງ​ທີ່​ທະວີ​ຂຶ້ນ​ ເມື່ອ​ໄວໆ​ມາ​ນີ້ ຢູ່​ອິຣັກ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ
ຫລາຍ​ຮ້ອຍຄົນ​ແລ້​ວ ສະ​ເພາະ​ໃນ​ເດືອນ​ນີ້​ພຽງ​ເດືອນ​ດຽວ.

ແຜນທີ່ບ່ອນເກີດເຫດໂຈມຕີບັ້ນຕ່າງໆ ຢູ່ໃນອິຣັກ:

XS
SM
MD
LG