ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີດ້ວຍລະເບີດ ສັງຫານ 15 ຄົນ ໃນນະຄອນຫຼວງ ຂອງອີຣັກ


ແຜນທີ່ນະຄອນແບັກແດັດ ສະແດງໃຫ້ເຫັນຄຸ້ມ Kadhamiya
ແລະ Husseiniyah ໃນເຂດຊານເມືອງກ້ຳເໜືອ .
ແຜນທີ່ນະຄອນແບັກແດັດ ສະແດງໃຫ້ເຫັນຄຸ້ມ Kadhamiya ແລະ Husseiniyah ໃນເຂດຊານເມືອງກ້ຳເໜືອ .

ຕຳຫຼວດອີຣັກ​ກ່າວ​ວ່າ ການວາງລະ​ເບີດ​ 2 ນັ້ນ ​ໄດ້​ສັງຫານ​ປະ
ຊາຊົນ​ ​ຢ່າງ​ນ້ອຍ 15 ຄົນ ຢູ່​ໃນແລະ​ຢູ່​ອ້ອມ​ແອ້ມ​ນະຄອນຫຼວງ
ຂອງ​ອີຣັກ ​ໃນວັນ​ຈັນ​ມື້​ນີ້ ຮວມທັງ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ໃນ​
ເຂດ​ທີ່ປະຊາຊົນ​ຖື​ນິກາຍ Shi’ite ຂອງ​ແບັກ​ແດດ​ນັ້ນ.

ການ​ໂຈມ​ຕີ​ສະລະ​ຊີບ​ໃນ​ຕອນ​ເຊົ້າ​ໃນ​ເຂດ​ຄຸ້ມ Kadhamiya
​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ ​ຢ່າງ​ນ້ອຍ 14 ຄົນ​ ແລະ​ເຮັດ​ໃຫ້ບາດ​ເຈັບ
​ຕື່ມ​ອີກ 30 ຄົນ. ​ເຂດ​ດັ່ງກ່າວ ​ເປັນ​ຄຸ້ມ​ທີ່​ມີ​ສະຖານ​ທີ່​ບູຊາ​ທີ່ສັກ
ສິດ​ທີ່​ສຸດອັນ​ໜຶ່ງ​ຂອງຊາວ​ມຸສລິ​ມນິກາຍ Shi’ite.

ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ເທື່ອ​ແຕ່​ການວາງ​ລະ​ເບີດ​ໂຈມ​ຕີ​ເຊັ່ນ​ນີ້ ມັກ​ເປັນ​ການ​ໂຈມ​ຕີ​ຂອງ​ພວກຫົວ​ຮຸນ​ແຮງ​ນິກາຍ​ຊຸນ​ນີ ​ທີ່ແນ​ເປົ້າ​ໝາຍ​ໃສ່​ພວກ​ນິກາຍ​Shi’ite.

ລະ​ເບີດ​ລູກ​ທີ​ສອງ ທີ່​ແຕກ​ຂຶ້ນ​ໃນ​ເຂດ Husseiniyah ​ຊານ​ເມືອງ​ກ້ຳ​ເໜືອຂອງ​ແບັກແດດ
ໄດ້​ສັງຫານ​ປະຊາຊົນ​ຢ່າງ​ນ້ອຍ 2 ຄົນ.

​ເຫດການ​ຕ່າງໆ​ທີ່​ເອົາ​ຊີວິດ​ຜູ້​ຄົນ​ໄປ​ນີ້ ​ແມ່ນ​ຕິດຕາມ​ມາ​ ຫຼັງຈາກເກີດເຫດລະ​ເບີດ​ແຕກ​ຂຶ້ນຫລາຍ​ບັ້ນ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຢ່າງ​ນ້ອຍ 37 ຄົນ ​ເສຍຊີ​ວິດ ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ການ​ຫ້າມ​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ມື້​ຄືນ​ທີ່​ມີ​ຜົນ​ບັງຄັບ​ໃຊ້​ມາ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດນັ້ນ ​ຍຸດຕິ​ລົງ​.

ອີຣັກ​ໄດ້​ປະ​ເຊີນ​ກັບ​ການ​ຮຸນ​ແຮງ​ທີ່​ເພີ້​ມທະວີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ນັບ​ແຕ່ ປີ 2013 ​ເປັນ​ຕົ້ນ​ມາ ​ເວລາ​ພວກ​ພົນລະ​ເຮືອນ​ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີຣັກ​ເກືອບ 9 ພັນ​ຄົນ​ເສຍ​ຊີວິດ ອີງ​ຕາມ​ຂໍ້​ມູນ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ. ປີ​ແລ້ວ​ນີ້ ສະຖານະ​ການ​ຍິ່ງ​ຮ້າຍ​ໄປ​ກວ່າ​ນັ້ນ ​ເພາະ​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ປະມານ 15 ພັນ 500 ຄົນ​.

ການ​ເຂັ່ນຂ້າ​ກັນ​ບໍ່​ໄດ້​ລົດນ້ອຍ​ລົງ​ໃນ​ເດືອນ​ມັງກອນ ​ເດືອນ​ແລ້ວ​ນີ ຊຶ່ງ​ສະຫະ​ປະຊາ​ຊາດ​ລາຍ​ງານ​ວ່າ ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ 1570 ຄົນ. ​ໂຕ​ເລກ​ເຫຼົ່າ​ນີ້ ​ແມ່ນ​ຮວມທັງພວກ​ສະມາ
ຊິກ​ກອງທັບ​ອີຣັກ 585 ຄົນ ທີ່​ດ້ວຍ​ການ​ເຝິກ​ແອບ ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ​ຈາກ​ພວກ​ກຳລັງ​ປະສົມ ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ​ກຳລັງ​ທຳ​ການ​ຕໍ່ສູ້​ເພື່ອຍັບ​ຍັ້ງ​ກຸ່ມ​
ລັດ​ອິສລາມ ທີ່​ໄດ້​ຍຶດ​ເອົາ​ຫຼາຍ​ເຂດ​ໃຫຍ່ໆ​ໃນ​ປະ​ເທດ​ໃນ​ປີຜ່ານມາ​ນີ້.

iraqviolence9february15
please wait

No media source currently available

0:00 0:00:59 0:00

XS
SM
MD
LG