ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນວາງລະເບີດ ສະຫລະຊີບ ໂຈມຕີ ລົດບັນທຸກພະນັກງານ ລັດຖະບານອັຟການິສຖານ


ກອງກຳລັງຮັກສາຄວາມປອດໄຟ ອັຟການິສຖານ ກວດກາເບິ່ງ ສະຖານທີ່ເກີດເຫດການໂຈມຕີ ດ້ວຍລະເບີດສະຫລະຊີບ ຢູ່ໃນນະຄອນຫຼວງ ກາບູລ ປະເທດອັຟການິສຖານ, ວັນທີ 4 ພຶດສະພາ 2015.
ກອງກຳລັງຮັກສາຄວາມປອດໄຟ ອັຟການິສຖານ ກວດກາເບິ່ງ ສະຖານທີ່ເກີດເຫດການໂຈມຕີ ດ້ວຍລະເບີດສະຫລະຊີບ ຢູ່ໃນນະຄອນຫຼວງ ກາບູລ ປະເທດອັຟການິສຖານ, ວັນທີ 4 ພຶດສະພາ 2015.

ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ​ຄົນ​ນຶ່ງ ໄດ້​ໂຈມ​ຕີລົດ​ບັສ​ຄັນ​ນຶ່ງ​ ທີ່
ກຳລັງຂົນສົ່ງ​ບັນດາ​ພະນັກງານ​ ຈາກຫ້ອງການ​ອະທິ​ໄອ​ຍະການ
​ໃນ​ນະຄອນຫລວງ​ຂອງ​ອັຟກາ​ນິສຖານ.

ເຈົ້າໜ້າ​ທີ່ກ່າວ​ວ່າ ມີ​ຄົນ​ຜູ້​ນຶ່ງເສຍ​ຊີວິດ ​ແລະ ຢ່າ​ງນ້ອຍອີກ
13 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນເຫດ​ລະ​ເບີດ​ ຢູ່​ນະຄອນຫຼວງ Kabul
ເມື່ອ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້.

ພວກ Taliban ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ສຳ​ຫລັບ
​ການ​ໂຈມ​ຕີ​ດັ່ງກ່າວ.

ກະຊວງ​ພາຍ​ໃນ ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ ທີ່​ກ່າວ​ວ່າ ການ​ໂຈມ​ຕີນັ້ນ ​ໄດ້​ສະ​ແດງ​
ໃຫ້​ເຫັນ​ເຖິງ “ລະດັບທີ່ຮ້າຍ​ກາດທີ່​ສຸດ​ຂອງການ​ກໍ່​ຄວາມ​ໂຫດຮ້າຍ ຂອງພວກ​ກໍ່​
ການ​ຮ້າຍ​ຫົວຮຸນ​ແຮງ​ຈັດ ຕໍ່​ພວກ​ພົນລະ​ເຮືອນ​ທີ່​ບໍລິສຸດ ແລະ​ບໍ່​ສາມາດ​ປ້ອງ​ກັນ
ໂຕ​ເອງ​ໄດ້ນັ້ນ.”

ການ​ໂຈມ​ຕີ​ໃນ​ມື້​ນີ້ ​ແມ່ນ​ເປັນຄັ້ງທຳ​ອິດຢູ່ໃນ​ນະຄອນຫຼວງ ນັບ​ຕັ້ງ​ແຕ່ ພວກ​ Taliban ​ໄດ້​
ເປີດ​ສາກ ທຳການ​ບຸກ​ໂຈມ​ຕີປະຈຳປີ ​ໃນລະດູ​ບານ​ໃໝ່ຂອງຕົນ ​ເມື່ອເດື່ອ​ນ​ແລ້ວ​ນີ້.

ການໂຈມ​ຕີ​ມີ​ຂຶ້ນ ​ໃນ​ຂະນະ​ທີ່ ບັນດາ​ເຈົ້າໜ້າ​ທີ່ ຂອງ​ອັຟກາ​ນິສຖານ ​ແລະ ຕາ​ລີ​ບານ
ກຳລັງ​ພົບ​ປະກັນ ​ຢູ່ໃນ​ປະ​ເທດ​ກາ​ຕາ ສຳ​ຫລັບ​ການ​ສົນທະນາ​ຫາລື ຢ່າງບໍ່​ເປັນ​ທາງ​ການ
​ໃນ​ຄວາ​ມພະຍາຍາມຫຼ້າສຸດ ​ເພື່ອຈະ​ຍຸດຕິ ສົງຄາມ​ອັນ​ຍາວ​ນານ​ ຂອງອັຟກາ​ນິສຖານ​.

Afghanistan Blast
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG