ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ການ​ໂຈມ​ຕີ ສະຫຼະຊີບ ໃນອັຟການິສຖານ ສັງຫານ ຢ່າງນ້ອຍ 50 ຄົນ


ເດັກນ້ອຍຜູ້ຊາຍ ໄດ້ຮັບການຮັກສາປິ່ນປົວ ຢູ່ໂຮງໝໍ ທະຫານ ແຫ່ງນຶ່ງ ໃນນະຄອນຫຼວງກາບູລ ຫຼັງຈາກ ທີ່ໄດ້ຮັບບາດເຈັບ ໃນລະຫວ່າງການໂຈມຕີ ດ້ວຍຄົນຮ້າຍລະເບີດໂຕເອງສະຫຼະຊີບ ຢູ່ໃນການແຂ່ງຂັນບານສົ່ງ ທີ່ ເມືອງ Yahya Khail ຂອງແຂວງ Paktika, ວັນທີ 24ພະຈິກ 2014.

ບັນດາ​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ ກ່າວ​ວ່າ ຜູ້​ຮ້າຍ​ລະ​ເບີດ​ໂຕ​
ສະຫຼະຊີ​ບ ​ໄດ້​ສັງຫານ​ຢ່າງ​ນ້ອຍ 50 ຄົນ ​ໃນ​ລະຫວ່າງ ການ
​ແຂ່ງຂັນ​ບານສົ່ງ ຫຼື volleyball ​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ປະ​ເທດ.

ການ​ແຂ່ງຂັນ​ດັ່ງກ່າວ ຢູ່​ໃນ​ແຂວງ Yahya Khel ຂອງ​ເມືອງ
Paktika ​ແມ່ນ​ໄດ້​ດຶງ​ດູ​ດ​ເອົາ ຜູ້​ເຂົ້າຊົມ​ຢ່າງ​ຫລວງ​ຫຼາຍ. ຢ່າງ​
ນ້ອຍອີກ 80 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີຄັ້ງນີ້ ​ແລະ ​
ໄດ້​ຖືກ​ນຳ​ສົ່ງ​ໄປຮັກສາ​ໂຕ ​ຢູ່​ໂຮງໝໍ​ຫຼາຍໆ​ແຫ່ງ​ ທົ່ວນະຄອນ
ຫລວງ​ກາ​ບູລ. ຍັງ​ບໍ່​ມີ​ກຸ່ມໃດ ອ້າງ​ເອົາ​ຄວາມ​ຮັບຜິດຊອບ
ສຳ​ຫລັບການ​ໂຈມ​ຕີນີ້​ເທື່ອ.


​ເມືອງ​ Paktika ​ແມ່ນ​ຕິດ​ກັບ​ເຂດ​ຊາຍ​ແດນ​ປະ​ເທດປາ​ກິ​ສຖານ ຊຶ່ງ​ເປັນຂົງ​ເຂດນຶ່ງ​
ຂອງ​ອັຟກາ​ນິສຖານ ທີ່​ມີສະພາບ​ປ່ຽນ​ແປງ​ເປັນ​ປະຈຳຫຼາຍທີ່​ສຸດ ​ໃນ​ການ​ກໍ່​ກະບົດ​ຕ້ານ​
ລັດຖະບານ​ກາງ ຂອງ​ອັຟກາ​ນິສຖາ​ນ ທີ່​ນຳ​ໂດຍ ພວກ​ຫົວ​ຮຸນ​ແຮງ ຕາ​ລີ​ບານ.

ການ​ໂຈມ​ຕີ ​ແມ່ນ​ເກີດ​ຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ມື້​ດຽວ​ກັນ​ກັບ ສະພາ​ຕ່ຳ​ຂອງ​ອັຟກາ​ນິສຖານ ຮັບຮອງ​ເອົາ​ຂໍ້​ຕົກລົງ​ຄວາມ​ໝັ້ນຄົງ ກັບ ສະຫະລັດ ​ແລະ ອົງການ​ NATO ທີ່​ຈະ​ອະນຸຍາດ ​ໃຫ້ກອງ​ກຳລັງ​ນາໆ​ຊາດ ຢູ່​ໃນ​ປະ​ເທດ​ຕໍ່​ໄປ​ໄດ້ ກາຍ​ທ້າຍ​ປີ​ນີ້ ​ເພື່ອ​ສະ​ໜັບສະ​ໜຸນ ກອງ​ກຳລັງ​ຂອງ​ທ້ອງ​ຖິ່ນ.

AFGHANISTAN VO
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG