ບັນດາເຈົ້າໜ້າທີ່ທະຫານມາລີກ່າວວ່າ ຜູ້ໂຈມຕີສະລະຊີບຄົນ
ນຶ່ງ ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນໃກ້ກັບທະຫານກຸ່ມນຶ່ງ
ຊຶ່ງເປັນຄັ້ງທໍາອິດທີ່ພວກກະບົດໄດ້ໃຊ້ກົນລະຍຸດແບບນີ້ ນັບຕັ້ງ
ແຕ່ທະຫານຝຣັ່ງໄດ້ເລີ້ມທໍາການປະຕິບັດງານ ຕໍ່ຕ້ານການບຸກ
ໂຈມຕີຂອງພວກກະບົດໃນປະເທດດັ່ງກ່າວ ເມື່ອເດືອນແລ້ວນີ້.
ພວກເຈົ້າໜ້າທີ່ກ່າວວ່າ ມີທະຫານຄົນນຶ່ງໄດ້ຮັບບາດເຈັບ ເວ
ລາຜູ້ໂຈມຕີສະລະຊີບຂີ່ລົດຈັກເຂົ້າໄປໃກ້ໆແລະບີບຄະນວນ
ລະເບີດໃຫ້ແຕກຂຶ້ນ ຢູ່ທີ່ດ່ານກວດແຫ່ງນຶ່ງຂອງ ທະຫານມາລີ
ໃກ້ໆເມືອງ Gao ທາງພາກ ເໜືອຂອງປະເທດ ໃນວັນສຸກມື້ນີ້.
ກໍາລັງຂອງມາລີ ທີ່ໄດ້ຮັບການໜຸນຫລັງຈາກຝຣັ່ງ ປະເຊີນໜ້າກັບການຕໍ່ຕ້ານຫລາຍຂື້ນຈາກພວກກະບົດອິສລາມ ຢູ່ໃນພາກເໜືອຂອງ ມາລີ ໃນບໍ່ເທົ່າໃດວັນທີ່ຜ່ານມາ ຫລັງຈາກໄດ້ເຂົ້າຄວບຄຸມຂົງເຂດໃນເດືອນແລ້ວນີ້.
ໃນຕົ້ນອາທິດນີ້ ກໍາລັງທະຫານມາລີ ແລະຝຣັ່ງ ໄດ້ຖືກໂຈມຕີດ້ວຍລູກສອນ RPG ທີ່ເມືອງ Gao. ນອກນັ້ນທະຫານມາລີ ສີ່ຄົນກໍໄດ້ເສຍຊີ ວິດເວລາລົດຂອງເຂົາເຈົ້າຢຽບລະເບີດຝັງດິນຢູ່ໃນເຂດດັ່ງກ່າວເມື່ອວັນ ພຸດຜ່ານມານີ້.
ຝຣັ່ງ ກໍາລັງຊອກຫາຊ່ອງທາງ ທີ່ຈະເລີ້ມຂັ້ນຕອນໃນການມອບໂອນ ການເຂົ້າໄປຊ່ວຍເປັນເວລາສີ່ອາທິດຂອງຕົນ ໃຫ້ແກ່ກຳລັງຮັກສາສັນ ຕິພາບສະຫະປະຊາຊາດ. ແຕ່ເຈົ້າໜ້າທີ່ກ່າວວ່າ ການມອບໂອນໃດໆ ກໍຕາມຈະຕ້ອງໄດ້ລໍຖ້າຈົນກວ່າສະຖານະການດ້ານ
ຄວາມປອດໄພຂອງ ມາລີ ມີສະຖຽນລະພາບເສຍກ່ອນ.