ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການ​ໂຈມ​ຕີ​ ດ້ວຍ​ລະ​ເບີ​ດ ສະ​ລະ​ຊີບ ສັງຫານ 4 ຄົນ ໃນເມືອງສັກສິດ Saudi Arabia


Saudi Blast
please wait
Embed

No media source currently available

0:00 0:01:14 0:00

ມີການ​ໂຈມ​ຕີ​ດ້ວຍ​ລະ​ເບີ​ດສະ​ລະ​ຊີບ ​ຢູ່​ໃນ​ຫຼາຍໆ​ເມືອງ​ຂອງ Saudi Arabia ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ຮວມທັງ ທີ່​ເມືອງ​ສັກສິດ Medina ທີ່​ໄດ້​ສັງຫານ 4 ຄົນ ​ ແລະ ບາດ​ເຈັບ​ອີກ 5 ຄົນ.

​ເຫດ​ລະ​ເບີ​ດສະລະ​ຊີບ ​ທີ່​ເມືອງ Medina ​ໄດ້​ເກີດ​ຂຶ້ນ​ທີ່​ດ່ານກວດ ຢູ່ຂ້າງ​ນອກ ​ເມືອງ​ທີ່​ສັກສິດທີ່​ສຸດ​ເມືອງ​ນຶ່ງ​ຂອງ​ອິສລາມ ຄືວັດພະສາດສະ​ດາ ຊຶ່ງ​ເປັນ​ບ່ອນ​ ທີ່ ພະສາດສະ​ດາ​ Muhammad ​ຖືກນຳ​ໄປຝັງ​ໄວ້​ນັ້ນ. ຊາວ​ມຸສລິ​ມຈຳນວນ​ຫຼາຍ ​ລ້ານ​ຄົນ ​ໄດ້​ພາກັນ​ໄປ​ສັກກາລະ​ບູຊາ ​ໃນ​ແຕ່ລະ​ປີ ​ໃນ​ຊ່ວງ​ລະດູ​ການ​ສະ​ແຫວ​ງ ບຸນທີ່​ເມືອງ Mecca.

ກະຊວງພາຍ​ໃນ​ຂອງ Saudi ​ໄດ້​ກ່າວ​ວ່າ ພວກໂຈມ​ຕີ​ທັງຫຼາຍ​ທີ່​ໄດ້​ພາກັນ​ລະ​ເບີດ​ ຕົນ​ເອງຫຼັງ​ຈາກ​ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ​ພວກ​ເຈົາໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​.

​ວັດ​ສາສະໜາ​ອິສລາມດັ່ງກ່າວ ​ແມ່ນ​ພວມ​ສົນລະວົນໃນ​ວັນ​ຈັນ​ລານ​ນີ້ ​ໃນ​ຂະນະ​ທີ່ ​ຊາວມຸສລິ​ມ ພາກັນ​ຕຽມ​ຕົວ​ເພື່ອສະຫລອງ​ວັນ​ສິ້ນ​ສຸດ​ລົງ​ຂອງເດືອນ​ສັກສິດ Ramadan ​ໃນ​ສັບປະ ດາ​ນີ້. ຫຼັງ​ຈາກ​ທີ່​ໄດ້​ມີ​ການລະ​ເບີດແລ້ວ​ ລາຍການໂທລະພາບ ​ຂອງ Saudi Arabia ໄດ້​ ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຄົນ​ຍັງ​ພາກັນ​ແອ​ອັດເພື່ອສະ​ຫຼອງ​ບຸນ ຢູ່​ທີ່​ນັ້ນ.

ຍັງ​ບໍ່​ທັນ​ໄດ້​ມີ​ຜູ້​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ ​ໃນ​ທັນ​ທີ ທັນ​ໃດເທື່ອ.

​ເຈົ້າ​ໜ້າ​ທີ່ກໍ​ກຳລັງທຳການ​ສືບສວນ​ສອບ​ສວນ ​ກ່ຽວ​ກັບ​ເຫດລະ​ເບີດ​ສະລະ​ຊີບ​ ທີ່​ວັດ​ ຂອງ​ຊາວ Shi’ite ​ໃນ​ເມືອງ​ Qatif ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ກະຊວງພາຍ ໃນຂອງ Saudi ​ໄດ້​ກ່າວ​ວ່າ ​ຊິ້ນສ່ວນ​ຂອງ​ສົບ 3 ຄົນ​ ທີ່​ໄດ້​ຄົ້ນ​ພົບຍັງ​ບໍ່​ທັນ​ໄດ້ພິສູດ ​ເທື່ອວ່າ​ແມ່ນໃຜ.

ລະ​ເບີດ​ລູກ​ທຳ​ອິດໃນວັນ​ຈັນ​ວານ​ນີ້ ​ໄດ້​ແຕກ​ຂຶ້ນ ​ໃກ້​ໆກັບ​ສະຖານ​ທີ່​ກົງ​ສຸນ​ສະຫະລັດ ໃນ​ເມືອງ Jeddah ທາງ​ພາກ​ຕາ​ເວັນ​ຕົກ​ຂອງປະ​ເທດ. ມັນ​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ເຖິງ ການລະ​ເບີດ​ທີ່​ຄ້າຍຄື​ກັນ ໃນ​ການ​ໂຈມ​ຕີທີ່​ເມືອງ Medina ທີ່ມື​ລະ​ເບີດສະລະຊີບ ໄດ້ບີບ​ຄະ​ນວນໃຫ້​ແຕກ​ຂຶ້ນສັງຫານ​ຕົວ​ເອງ ຫຼັງຈາກ​ທີ່​ໄດ້ປະ​ເຊີນກັບ​ເຈົ້າ​ໜ້າ​ທີ່​ຮັກສາ ​ຄວາມ​ປອດ​ໄພ. ​ເຈົ້າ​ໜ້າ​ທີ່​ສອງ​ທ່ານ ​ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ ​ແລະ​ທີ່ສະຖານທູດ​ສະຫະລັດ​ນັ້ນ ​ແມ່ນ​ບໍ່​ໄດ້​ມີ​ລາຍ​ງານ​ວ່າ ພະນັກງານ​ຂອງ​ຕົນ​ໄດ້​ຮັບ​ບາດ​ເຈັບ​ລົ້ມ​ຕາຍ ​ແຕ່​ຢ່າງ​ໃດ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG