ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໂຈມຕີ ຂອງກຸ່ມຕາລິບານ ສັງຫານ ກຳລັງ ລັດຖະບານ 17 ຄົນ ໃນ ອັຟການິສຖານ


ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກຳລັງຮັກສາເຂດທີ່ ເກີດລະເບີດແຕກ ໃນນະຄອນກາບູລ ອັຟການິສຖານ.
ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກຳລັງຮັກສາເຂດທີ່ ເກີດລະເບີດແຕກ ໃນນະຄອນກາບູລ ອັຟການິສຖານ.

ການໂຈມ​ໃນຕອນ​ເຊົ້າ​ມຶືດຂອງພວກຕາລີບານ ຢູ່​ໃນ​ພາ​ກຕາເວັນອອກສຽງ​ເໜືອ​ຂອງ
ອັຟກາ​ນິສຖານ ​ໄດ້​ເຮັດ​ໃຫ້ກຳລັງ​ຮັກສາ​ຄວາມ​ປອດ​ໄພຂອງລັດຖະບານ ຢ່າງໜ້ອຍ
17 ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບບາດ​ເຈັບ​ອີກ​ຫລາຍ​ຄົນ.

ການ​ສູ້​ລົບ​ໄດ້​ເກີດ​ຂຶ້ນທີ່ເມືອງກາ​ວາ​ຈາ ກາຣ ​ຊຶ່ງເປັນເຂດພູຜາ​ໃນແຂວງ​ຕັກ​ກາ ບ່ອນ
​ທີ່​ພວກ​ກະບົດ​ໄດ້​ໂຈມ​ຕີ​ຄ້າຍ​ທະຫານ​ອັຟກາ​ນິສຖານ.

ເຈົ້າເມືອງ ​ໂມ​ຮຳ​ມາດ ​ໂອ​ມາ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ພວກະບົດ​ຫລາຍ​ຄົນ​ຈາກ ອັນ​ທີ່ີ
ຮ້ອງ​ວ່່າ ໜ່ວຍກ້າ​ຕາຍ “ກອງທັບ​ແດງ” ຂອງພວກຕາ​ລິ​ບານ ​ໄດ້​ໂຈມ​ຕີ​ຢ່າງແບບບໍ່
ຄາດຄິດ ຕໍ່​ຄ້າຍດັ່ງກ່າວ ​ແລະ​ປ້ອມ​ຍາມ​ຮັກສາ​ຄວາມ​ປອດ​ໄພ ​ທີ່ຢູ່​ອ້ອມ​ແອ້ມນັ້ນ.

ທ່ານ​ກ່າວ​ເພີ້​ມອີກ​ວ່າ ທະ​ຫານ​ອັຟກາ​ນິສຖານ ​ແລະ​ຕຳຫຼວດ​ແມ່ນ​ຮວມຢູ່​ໃນ​ຈຳນວນ
ພວກທີ່​ເສ​ຍຊີວິດ.

​ໂຄສົກ​ກຸ່ມຕາ​ລີ​ບານ​ກ່າວອ້າງ​ວ່າ ພວກ​ນັກ​ລົບ​ຂອງ​ຕົນ ​ໄດ້​ເຂົ້າຄວບຄຸມ​ຄ້າຍດັ່ງກ່າວ
ແລະ​ປິດ​ລ້ອມ​ 12 ປ້ອມ​ຍາມ ໂດຍໄດ້ສັງຫານ​ກຳລັງ​ອັຟກາ​ນິສ​ຖານ​ເກືອບ 30 ຄົນ. ການໄດ້ຮັບໄຊຊະນະໃນສະໜາມລົບ ​ແລະການສັງຫານກຳ ລັງສັດຕູໃນສະໜາມ
ລົບຂອງພວກ​ກະບົດ ມັກເວົ້າໂຍກເກີນຄວາມເປັນຈິງ.

​ໃນ​ຂະນະ​ດຽວ​ກັນ ໃນ​ການ​ໂ​ຈມຕີິ ຢູ່ອີກບ່ອນນຶ່ງ ໃນ​ນະຄອນຫຼວງ​ກາ​ບູລ ມື້​ນີ້ ຜູ້​ວາງ​
ລະ​ເບີດ​ສະຫຼະ​ຊີບ​ຄົນ​ນຶ່ງ​ ໄດ້​ບີບຄະນວນ ເສື້ິອບັນຈຸລະ​ເບີດ ໃຫ້ແຕກຂຶ້ນ​ 300 ​ແມັດ
​ຫ່າງ​ຈາກ​ບ່ອນ​ເຕົ້າ​ໂຮມ​ກັນຢ່າງໜາ​ແໜ້ນ ໂດຍໄດ້ສັງຫານ​ຢ່າງ​ໜ້ອຍ​ເກົ້າ​ຄົນ ແລະ​
ໄດ້​ຮັບ​ບາດ​ເຈັບອີກ 18 ຄົນ ອີງ​ຕາມໂຄສົກກະຊວງ​ພາຍໃນ​ອັຟກາ​ນິສຖານ ທ່ານ​ນາ
ສຣັຕ ຣາຮີ​ມີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG