ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດເຫດໂຈມຕີ ສະຫຼະຊີບ ໃນນະຄອນຫຼວງ ຂອງປະເທດ ອັຟການິສຖານ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ເດີນທາງຮອດຈຸດເກີດເຫດ
ໂຈມຕີ ທີ່ກະຊວງພາຍໃນ ອັຟການິສຖານ, ນະຄອນຫຼວງ
ກາບູລ, ອັຟການິສຖານ. 30 ພຶດສະພາ, 2018.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ເດີນທາງຮອດຈຸດເກີດເຫດ ໂຈມຕີ ທີ່ກະຊວງພາຍໃນ ອັຟການິສຖານ, ນະຄອນຫຼວງ ກາບູລ, ອັຟການິສຖານ. 30 ພຶດສະພາ, 2018.

ປະຊາຊົນຢ່າງໜ້ອຍ 7 ຄົນໄດ້ເສຍຊີວິດ ແລະ 9 ຄົນໄດ້ຮັບບາດເຈັບ ໃນການໂຈມຕີ
ດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງ ກາບູລ ໃກ້ກັບບ່ອນໂຮມຊຸມນຸມກັນຂອງ
ບັນດາຜູ້ສອນສາສະໜາ ແລະ ນັກວິຊາການຊັ້ນນຳຂອງ ອັຟການິສຖານ.

ບໍ່ມີໃຜອອກມາອ້າງຄວາມຮັບຜິດຊອບສຳລັບການລະເບີດດັ່ງກ່າວ.

ການລະເບີດໄດ້ເກີດຂຶ້ນບໍ່ດົນໃນຂະນະທີ່ບັນດາສະມາຊິກຂອງສະພາ ອູເລມາ
(Ulema) ຂອງ ອັຟການິສຖານ 2000 ຄົນ ໄດ້ເລີກ ແລະ ເດີນທາງອອກຈາກຕູບຜ້າ
ທີ່ຖືກສ້າງຂຶ້ນສຳລັບກອງປະຊຸມ. ໃນເວລາບໍ່ດົນກ່ອນໜ້ານັ້ນ, ສະພາໄດ້ອອກຄຳສັ່ງ
ຫຼື ການຕັດສິນ, ທີ່ປະກາດວ່າ ການໂຈມຕີສະຫຼະຊີບແມ່ນເປັນສິ່ງຕ້ອງຫ້າມພາຍໃຕ້
ກົດໝາຍອິສລາມ.

ກຸ່ມດັ່ງກ່າວຍັງໄດ້ອອກການຮ້ອງຮຽນ ທີ່ຮຽກຮ້ອງໃຫ້ລັດຖະບານ ອັຟການິສຖານ
ແລະ ພວກຕາລີບານຫົວຈັດ ຕົກລົງກັນໃນການຢຸດຍິງ ແລະ ເຂົ້າຮ່ວມການເຈລະຈາ
ກ່ຽວກັບ ຂໍ້ຕົກລົງສັນຕິພາບ.

ພວກຕາລີບານໄດ້ເພີ່ມການໂຈມຕີໃນທົ່ວ ອັຟການິສຖານ ເມື່ອສອງສາມອາທິດທີ່ຜ່ານ
ມາ ໃນຂະນະທີ່ພວກເຂົາເລີ່ມການໂຈມຕີໃນລະດູບານໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG