ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຈມຕີ ສະລະຊີບ ໃນຮ້ານອາຫານ ທີ່ເລບານອນ ສັງຫານ 9 ຄົນ


ທະຫານເລບານອນ ຍາມຮ້ານອາຫານ ບ່ອນທີ່ການ
ວາງລະເບີດສະລະຊີບ ເກີດຂຶ້ນໃນຄຸ້ມ Jabal Mohsen, ຕຣີໂປລີ, ວັນທີ 11 ມັງກອນ 2015.
ທະຫານເລບານອນ ຍາມຮ້ານອາຫານ ບ່ອນທີ່ການ ວາງລະເບີດສະລະຊີບ ເກີດຂຶ້ນໃນຄຸ້ມ Jabal Mohsen, ຕຣີໂປລີ, ວັນທີ 11 ມັງກອນ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ເລ​ບາ​ນອນ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ຜູ້​ວາງ
​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ທີ່​ຮ້ານ​ອາຫານ​ໃນ​ເມືອງ​ຕຣີ​ໂປ​ລີ ​ໃນ
​ພາກ​ເໜືອ​ຂອງ​ປະ​ເທດ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 9 ຄົນ
​ເສຍ​ຊີວິດ ແລະ​ບາດ​ເຈັບອີກ 37 ຄົນ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ ​ໄດ້​ບີບ
ກະນວນ​ລະ​ເບີດໃຫ້ແຕກຂຶ້ນ​ຢູ່​ໃນ​ຮ້ານ​ອາຫານ ຊຶ່ງ​ຕັ້ງ​ຢູ່​ໃນຄຸ້ມ
Jabal Mohsen ຊຶ່ງ​ເປັນ​ຄຸ້ມ​ທີ່​ມີ​ພວກນັບຖືນິກາຍ Alawite
ອາໄສຢູ່ເປັນ ສ່ວນໃຫຍ່. ນອກນັ້ນຍັງມີລາຍງານຂ່າວຫຼາຍກະ
ແສ​ທີ່​ເວົ້າ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນທີ​ສອງໄດ້​ບີບກະນວນ​
ລະ​ເບີດ​ໃຫ້ແຕກຂຶ້ນຢູ່​ຂ້າງ​ນອກຮ້ານ ​ໃນ​ຂະນະທີ່​ພວກ​ຜູ້​ຄົນ​ພາ
ກັນ​ມາ​ຫຸ້ມ​ເບິ່ງ​ສະຖານ​ທີ່​ເກີດ​ເຫດ​ໃນ​ເມືອງ​ໃຫຍ່​ທີ່​ສຸດ​ອັນ​ດັບ
​ສອງ​ຂອງ​ເລ​ບາ​ນອນ​ນັ້ນ.

​ແນວ​ໂຮມ Nusra ທີ່​ເປັນ​ເຄືອ​ຂ່າຍ ຂອງອານ​ກາ​ອິດາ ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃນ​ວັນ​ເສົາ​ວານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກຳລັງ​ທຳ​ການ​ສືບສວນ​ສອບ​ສວນ​ການວາງ​ລະ​ເບີດ​ດັ່ງກ່າວ​ຢູ່​ໃນ​ເວລາ​ນີ້.

ຮ້ານ​ອາຫານ​ດັ່ງກ່າວ ​ແມ່ນ​ຕັ້ງ​ຢູ່​ໃນ​ແຄມ​ຖະໜົນ​ສາຍ​ນຶ່ງ ທີ່​ແບ່ງ​ແຍກ​ຄຸ້ມ Jabal Mohsen ຈາກ​ເຂດ Bab-al Tabbaneh ຊຶ່ງ​ປະຊາຊົນ​ຖື​ນິກາຍ​ຊຸນ​ນີນັ້ນ.

​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ພວກ​ຄຸ້ມ​ດັ່ງກ່າວ ​ໄດ້​ເປັນ​ສູນ​ກາງ​ທີ່​ມີ​ການ​ປະ​ທະ​
ກັນ​ຫຼາຍ​ບັ້ນ ຊຶ່ງ​ໄດ້​ເພີ້​ມຄວາມ​ຮຸນ​ແຮງ​ຂຶ້ນ​ຕໍ່​ມາໂດຍ​ສົງຄາມ​ໃນ​ຊີ​ເຣຍ ​ແລະ​ພຶດຕິ​ກຳ​ຕ່າງໆ​ຂອງ​ປະທານາທິບໍດີ Bashar al-Assad ຊຶ່ງ​ນັບຖືສາສະໜາອິສລາມນິກາຍ Alawite ນັ້ນ.

lebanonblast11january15
please wait

No media source currently available

0:00 0:00:40 0:00

XS
SM
MD
LG