ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໒ ມິຖຸນາ ໒໐໒໕

ການໂຈມຕີ ສະຫຼະຊີບ ຢູ່ພາກຕາເວັນອອກ ປາກິສຖານ ສັງຫານ 9 ຄົນ


ຕຳຫຼວດປາກິສຖານ ປິດລ້ອມບໍລິເວນ ລະເບີດແຕກ ຢູ່ເມືອງຣາຍວັນດ໌ ໃກ້ໆນະຄອນລາຮໍ ປະເທດປາກິສຖານ. (ວັນທີ 14 ມີນາ 2018)
ຕຳຫຼວດປາກິສຖານ ປິດລ້ອມບໍລິເວນ ລະເບີດແຕກ ຢູ່ເມືອງຣາຍວັນດ໌ ໃກ້ໆນະຄອນລາຮໍ ປະເທດປາກິສຖານ. (ວັນທີ 14 ມີນາ 2018)

ການໂຈມຕີດ້ວຍລະເບີດສະຫຼະຊີບ ໃສ່ປ້ອມຕຳຫຼວດແຫ່ງນຶ່ງ ໃນພາກຕາເວັນອອກ
ຂອງປາກິສຖານ ໃນຕອນແລງວັນພຸດວານນີ້ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 9 ຄົນ ແລະບາດເຈັບອີກ 20 ກວ່າຄົນ.

ຍັງບໍ່ທັນມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບເທື່ອ ໃນການໂຈມຕີດ້ວຍລະ
ເບີດ ທີ່ມີຂຶ້ນໃກ້ໆນະຄອນລາຮໍ ເມືອງເອກຂອງແຂວງປັນຈາບ.

ເຈົ້າໜ້າທີ່ຕຳຫຼວດ ໄຮດາ ອາສຣາຟ​ ກ່າວວ່າ ຜູ້ວາງລະເບີດຄົນນີ້ ຕັ້ງໃຈຈະໂຈມຕີ
ວັດອິສລາມທີ່ເມືອງຣາຍວິນ ຊຶ່ງມີຜູ້ຄົນໄປເຕົ້າໂຮມກັນຢ່າງຫຼວງຫຼາຍເພື່ອສະເຫຼີມ
ສະຫຼອງທາງສາສະໜາ.

ພວກກູ້ໄພປາກິສຖານ ພວມຍູ້ພວກຄົນເຈັບ ໄປໂຮງໝໍ
ພວກກູ້ໄພປາກິສຖານ ພວມຍູ້ພວກຄົນເຈັບ ໄປໂຮງໝໍ

ການເຕົ້າໂຮມກັນດັ່ງກ່າວນີ້ ແມ່ນຈັດຂຶ້ນ ໂດຍອົງການ ສາສະໜາອິສລາມ ທີ່ມີຊື່ວ່າ
ຕາບລີກີ ຈາມາອາດ (Tableeghi Jamaat) ຫຼືງານພາຕີ້ຂອງພວກສອນສາສະໜາ.
ການຮັກສາຄວາມປອດໄພ ຕາມປົກກະຕິແມ່ນເຂັ້ມງວດຢູ່ແລ້ວ ຢູ່ທີ່ບ່ອນຈັດພິທີປະ
ຈຳປີທີ່ວ່ານີ້.

ພິທີເຕົ້າໂຮມ ທາງສາສະໜາດັ່ງກ່າວນີ້ ຈັດຂຶ້ນໂດຍກຸ່ມສາສະໜາອິສລາມທີ່ນິຍົມ
ແນວທາງເດີມຈັດ ທີ່ສອນວ່າ ຊາວມຸສລິມຄວນຈະເອົາແບບຢ່າງ ການດຳລົງຊີວິດ
ຂອງພະສາສະດາໂມຮຳມັດ ແລະບອກໃຫ້ພວກທີ່ເຫຼື້ອມໃສທັງຫຼາຍ ມີໜ້າທີ່ ເດີນ
ທາງໄປທົ່ວໂລກ ເພື່ອເທດສະໜາສັ່ງສອນກ່ຽວກັບສາສະໜາອິສລາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG