ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ ສະລະຊີບ ທີ່ປາກິສຖານ ເຮັດໃຫ້ຢ່າງນ້ອຍ 18 ຄົນ ເສຍຊີວິດ


Pakistan Blast
please wait
Embed

No media source currently available

0:00 0:00:41 0:00

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດສະລະຊີບ ທີ່ເມືອງ Mardan ​ໃນປາ
ກິສຖານ ຍັງຜົນໃຫ້ມີຢ່າງນ້ອຍ 18 ຄົນເສຍຊີວິດ ແລະມີຜູ້ບາດ
ເຈັບອີກ ຫຼາຍກວ່າ 20 ຄົນ.

​ເຫດລະເບີດທີ່ເມືອງ ຊຶ່ງ​ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​
ຂອງ​ນະຄອນ Islamabad ​ໄດ້​ມີ​ຂຶ້ນຢູ່ດ້ານນອກປະຕູຂອງ​
ໂຮງການລັດຖະບານ ທີ່​ເອີ້ນວ່າ ອົງການ​ຂໍ້​ມູນແຫ່ງຊາດ
ແລະລົງທະບຽນ ຫຼື NADRA ຊຶ່ງເປັນສຳນັກງານຄວບຄຸມ
ການອອກບັດປະຈຳຕົວ.

ຮອງຜູ້ກວດ​ກາທົ່ວໄປຂອງເມືອງ Mardan ທ່ານ Saeed
Wazir
ໄດ້ບອກກັບສື່ມວນ​ຊົນທ້ອງຖິ່ນວ່າ ພວກທີ່ທຳການໂຈມຕີ​ແ​ມ່ນຂີ່ລົດຈັກ ແລະບີບ
ຄະນວນ​ລະ​ເບີດ​ ໃນ​ເສື້ອໃຫຍ່​ຂອງລາວ ​ເວລາລາວ​ຂີ່​ລົດຈັກ​ເຂົ້າ​ໄປ​ຕຳ​ໃສ່​ປະຕູ​ທາງ​ເຂົ້າ. ທ່ານກ່າວເພີ້ມຕື່ມວ່າ ບັນດາເຈົ້າໜ້າທີ່ພວມ​ທຳ​ການ​ສັນ​ນະ​ສູດ​ເບິ່ງ​ສົບ​ຜູ້​ໂຈມ​ຕີ ​ແລະ​ທຳ​ການ​ສືບສວນ​ກ່ຽວ​ກັບ​ເລື້ອງນີ້ຢູ່.

ພວກຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ຈຸທຳອິດ ໄດ້ປິດ​ລ້ອມ​ບໍລິ​ເວນ​ທີ່​ເກີ​ດ​ເຫດ ແລະສົ່ງພວກທີ່
ບາດເຈັບ ໄປຍັງໂຮງພະຍາບານ ເພື່ອປິ່ນປົວຮັກສາ. ພວກທີ່ເຫັນເຫດການ ໄດ້ລາຍງານວ່າ ໄດ້ເຫັນສິ້ນສ່ວນ​ຂອງ​ສົບ​ຄົນ​ຕາຍ ​ເດຍລະດາດຢູ່ໃນບ່ອນທີ່ເກີດເຫດ. ພວກທີ່ໄດ້ຮັບບາດ​ເຈັບ​ບາງ​ຄົນ ​ແມ່ນ​ມີ​ອາການສາຫັດ ແລະວ່າ ຈຳນວນຜູ້ທີ່ເສຍຊີວິດ ອາດຈະ​ເພີ້ມສູງຂຶ້ນ.

ກຸ່ມ Jamaat ul Ahrar ຊຶ່ງເປັນສ່ວນນຶ່ງຂອງພັນທະ​ມິດຂອງ​ກຸ່ມລັດອິສລາມ ຕໍ່ຕ້ານລັດ ຖະບານ ທີ່ເອີ້ນວ່າ Tehreek-e-Taliban Pakistan ໄດ້ອອກມາອ້າງເອົາຄວາມຮັບຜິດ ຊອບຕໍ່​ເຫດລະເບີດຄັ້ງນີ້.

ໃນລາຍງານສະບັບນຶ່ງ ທີ່ໄດ້ສົ່ງໃຫ້ VOA ໂຄສົກຂອງກຸ່ມ ໄດ້ກ່າວວ່າ ຕົນໄດ້ແນເປົ້າໝາຍ
ໃສ່ຫ້ອງການຂອງອົງການ NADRA ເພາະວ່າ ມັນ​ແມ່ນສ່ວນນຶ່ງຂອງຄວາມ​ພະຍາຍາມໃນ​ການ​ເຮັດ​ສົງຄາມຕໍ່ຕ້ານພວກ​ກໍ່ການ​ຮ້າຍ​ໃນປາກິສຖານ.

Suicide Attacks Kills Scores in Mardan, Pakistan
please wait

No media source currently available

0:00 0:00:36 0:00

XS
SM
MD
LG