ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ກະບົດສັງຫານ 19 ຄົນ ຂະນະທີ່ ປ.ໄນຈີເຣຍ ໄປຢ້ຽມຢາມ ເມືອງຕ່າງໆ ທີ່ຖືກປົດປ່ອຍ


ບັນດາເຈົ້າໜ້າທີ່ ໄດ້ໄປຢ້ຽມຢາມ ພວກຄົນທີ່ໄດ້ຮັບບາດເຈັບ ຈາກການວາງລະເບີດສະຫລະຊີບ ໃນວັນອັງຄານທີ່ຜ່ານມາ ຢູ່ທີ່ໂຮງໝໍ ເມືອງ Kano ປະເທດ ໄນຈີເຣຍ, ວັນທີ 25 ກຸມພາ 2015.

ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ Goodluck Jonathan ​ໄດ້​ເດີນ
ທາງໄປ​ຢ້ຽມ​ຢາມ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ ໂດຍ
​ທີ່​ບໍ່​ໄດ້​ປະກາດ​ ໃຫ້ຊາບຫລ່ວງ​ໜ້າ​ ໃນ​ວັນ​ພະຫັດ​ວານ​ນີ້ ຊຶ່ງ​ເປັນ
​ຈຸດ​ສູນ​ກາງຂອງ​ການ​ກໍ່​ກະບົດ​ຂອງ​ພວກ Boko Haram.

ປະທານາທິບໍດີ​ໄນ​ຈີ​ເຣຍ ​ໄດ້​ພົບ​ປະ​ກັບ​ກອງກຳລັງ​ທະຫານ
​ໄນ​ຈີ​ເຣຍຢູ່​ໃນ​ເມືອງ Baga ​ແລະ Mubi ຊຶ່ງ​ເປັນສອງ​ຫົວ​ເມືອງ
ທີ່ກອງທັບ​ ຢຶດຄືນ​ມາ​ໄດ້ ​ເມື່ອ​ບໍ່​ນານ​ມາ​ນີ້​ຈາກ​ພວກ​ກະບົດ.
ທຳນຽບ​ຂອງ ປະທາ ນາທິບໍດີ​ ກ່າວ​ວ່າ ທ່ານ Jonathan ​ໄດ້​
ສຳ​ຫລວດ​ເບິ່ງ​ທາງ​ອາກາດ​ໃນ​ບໍລິ​ເວນ​ອື່ນໆ ທີ່ກອງທັບ​ ສາມາດ
ຢຶດຄືນ​ມາ​ໄດ້ນັ້ນ ​ແລະ ​ໄດ້​ຢຸດ​ແວ່​ທີ່ເມືອງ Maiduguri ຊຶ່ງເປັນເມືອງຫລວງ​ຂອງລັດ Borno ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ຜູ້​ປົກຄອງ​ລັດ​ດັ່ງ​ກ່າວ​.

ພາຍຫຼັງຈາກ​ກັບ​ຄືນ​ມາເຖິງນະ​ຄອນ​ຫລວງ Abuja ​ແລ້ວ ປະທານາທິ ບໍດີກ່າວ​ຖະ​ແຫລ​ງ
ຕໍ່​ບັນດາ​ນັກ​ຂ່າວ ວ່າ​ທ່ານ​ມີ​ຄວາມ​ຫວັງວ່າ “​ເສັ້ນ​ທາງ​ເພື່ອກຳຈັດພວກກະບົດ Boko
Haram ​ໃຫ້​ໝົດ​ສິ້ນ​ໄປ ​ໄດ້​ເລີ້ມ​ຕົ້ນຂຶ້ນ​ແລ້ວ​ຢ່າງ​ແຂງ​ຂັນທີ່​ສຸດ ​ແລະໃນໄວໆນີ້
ກໍຈະ​ໄປເຖິງຂັ້ນ​ສຸດ ທ້າຍແລ້ວ.”

​ແຕ່​ຄວາມ​ຮຸນ​ແຮງ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ຍັງ​ຄົງ​ມີ​ຢູ່​ຕໍ່​ໄປ ໃນ​ວັນ​ພະຫັດ​ວານ​ນີ້.
ພວກ​ເຫັນ​ເຫດການ ກ່າວ​ວ່າ ຜູ້ວາງ​ລະ​ເບີດ​ສະລະ​ຊີບຄົນ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ນ້ອຍ 19
ຄົນ ​ໃນ​ເມືອງ Biu ຂອງ​ລັດ Borno ຊຶ່ງ​ເປັນ​ສະຖານ​ທີ່ ​ເຄີຍມີການ​ໂຈມ​ຕີຫຼາຍບັ້ນ​ມາ​
ກ່ອນ​ໜ້າ​ນີ້ແລ້ວ ​ທີ່​ພວກ Boko Haram ​ໄດ້​ອ້າງເອົາ​ຄວາມ​ຮັບ​ຄວາມ​ຮັບຜິດ ຊອບ.

ຜູ້ວາງ​ລະ​ເບີດ​ສະລະ​ຊີບຄົນທີ​ສອງ ​ໄດ້​ພະຍາຍາມ​ທີ່​ຈະລະ​ເບີດ​ໂຕ​ເອງ​ໃນ​ບໍລິ​ເວນ​ດຽວ​
ກັນນັ້ນ ​ແຕ່​ໄດ້​ຖືກ​ຂ້າ​ຕາຍ ​ກ່ອນ​ທີ່​ຜູ້ກ່ຽວ​ຈະ​ບີບ​ຄະ​ນວນ​ລະ​ເບີດ​ໃຫ້ແຕກຂຶ້ນ. ລາຍ​ງານ​
ບາງ​ກະແສ ກ່າວ​ວ່າ ​ຄົນ​ຮ້າຍ​ດັ່ງກ່າວນັ້ນ ໄດ້ຖືກ​ຕີ​ຈົນ​ຕາຍ​ໂດຍ​ພວກ​ຄົນ​ທີ່​ເປັນ​ເປົ້າ
ໝາຍນັ້ນ ອີກ​ບາງກະແສ​ລາຍ​ງານ​ວ່າ ຜູ້ກ່ຽວ​ຖືກ​ຍິງ​ຕາຍ​ໂດຍ​ກຳລັງ​ຮັກ​ຄວາມ​ປອດ​ໄພ.

ໃນອີກດ້ານນຶ່ງນັ້ນ ທີ່​ເມືອງ Jos ຢູ່​ທາງພາກ​ກາງຂອງ​ໄນ​ຈີ​ເຣຍ ມີ​ລາຍ​ງານ​ວ່າ ຫຼາຍຄົນ​
ໄດ້​ຖືກ​ສັງ​ຫານຫຼັງຈາກລະເບີດ 2 ລູກໄດ້​ແຕກ​ຂຶ້ນ ໃກ້​ຄິວລົດ​ເມ ​ແລະມະຫາວິທະຍາ​ໄລ ​
ທີ່​ຖະໜົນ Bauchi​. ອົງການ​ຂ່າວ​ຝຣັ່ງ ​ໄດ້​ອ້າງອີງຄຳ​ເວົ້າຂອງ​ພວກ​ເຫັນ​ເຫດການ ທີ່​
ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ ​ແມ່ນ 17 ຄົນ ກໍຄື 5 ຄົນ​ຕາຍ​ຍ້ອນ ລະ​ເບີດ​ລູກ
​ທຳ​ອິດ ​ແລະ 12 ຄົນຕາຍ ​ຍ້ອນລະ​ເບີດອີກ​ລູກ​ນຶ່ງ​ຕໍ່​ມາ.

NIGERIA VIOLENCE VIDEO
please wait

No media source currently available

0:00 0:00:38 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG