ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລະເບີດສະຫຼະຊີບແຕກ ໃນປະເທດ ເລບານອນ ເຮັດໃຫ້ມີີຜູ້ເສຍຊີວິດ ຢ່າງໜ້ອຍ 5 ຄົນ


ແຜນທີ່ຂອງປະເທດ ເລບານອນ
ແຜນທີ່ຂອງປະເທດ ເລບານອນ

ບັນດາເຈົ້າໜ້າທີ່ ເລບານອນ ກ່າວວ່າ ພວກມືລະເບີດສະຫຼະຊີບ ໄດ້ສັງຫານ ຢ່າງນ້ອຍ 5 ຄົນ ໃນຄຸ້ມບ້ານແຫ່ງໜຶ່ງ ຢູ່ທາງພາກຕາເວັນອອກ ໃກ້ໆກັບ ຊາຍແດນຕິດກັບ ຊີເຣຍ.

ທາງການເລບານອນກ່າວຕື່ມວ່າ ມືລະເບີດສະຫຼະຊີບ 3 ຄົນ ໄດ້ບີບຂະນວນ ລະເບີດໃຫ້ແຕກຂຶ້ນ ເມື່ອຕອນເຊົ້າວັນຈັນມື້ນີ້ໃນເມືອງ Qaa ຂອງ ເລບາ ນອນ.

15 ຄົນ ໄດ້ຮັບບາດເຈັບໃນເຫດຮ້າຍດັ່ງກ່າວ.

ບໍ່ມີການກ່າວອ້າງເອົາຄວາມຮັບຜິດຊອບ ໃນທັນທີທັນໃດເທື່ອ ສຳລັບ ການໂຈມຕີທີ່ຮ້າຍແຮງນັ້ນ.

ເລບານອນ ໄດ້ຖືກໂຈມຕີ ຊ້ຳແລ້ວຊ້ຳອີກ ໂດຍພວກຫົວຮຸນແຮງ ເຊິ່ງໄດ້ ກ່ຽວພັນກັບສົງຄາມ ທີ່ຍືດເຍື້ອມາຈາກຊີເຣຍ ປະເທດເພື່ອນບ້ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG