ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂຽນ​ຝຣັ່ງ ​ຂ້າ​ຕົວ​ຕາຍ​​ ທີ່ວິຫານ Notre Dame ໃນ ກຸງປາຣີ (ວີດີໂອ)


ວິຫານ Notre Dame ທີ່​ລື​ຊື່ ຂອງ​ປະ​ເທດ​ຝຣັ່ງ
ວິຫານ Notre Dame ທີ່​ລື​ຊື່ ຂອງ​ປະ​ເທດ​ຝຣັ່ງ
ເຈົ້າໜ້າ​ທີ່​ໃນ​ນະຄອນຫລວງປາຣີ ກ່າວ​ວ່າ ​ນັກ​ຂຽນ​ແລະນັກ​ເຄື່ອນ​ໄຫວຫົວ​ນິຍົມ​ຂວາ​ຈັດ ​ຊາວ​ຝຣັ່ງຄົນ​ນຶ່ງ ​ໄດ້​ຂ້າ​ຕົວ​ຕາຍ ຢູ່​ຕໍ່ໜ້າ​ແທ່ນ​ບູຊາຂອງ​ວິຫານ Notre Dame ທີ່​ລື​ຊື່ ຂອງ​ປະ​ເທດ​ຝຣັ່ງ.

​ເຈົ້າ​ໜ້າ​ທີ່ຍັງ​ກ່າວ​ວ່າ ມີ​ຜູ້​ຄົນທີ່​ເຂົ້າ​ໄປ​ເບິ່ງ​ວິຫານ 1,500 ຄົນ ຍ່າງຊົມ​ຢູ່​ໃນ​ໂບດນັ້ນ ​ໃນ​ວັນ​ອັງຄານວານ​ນີ້ ​ເວລາພໍ່​ຕູ້ Dominique Venner ​ໄວ 78 ປີ ​ຍິງ​ຕົວ​ເອງ​ຕາຍ ຢູ່​ທີ່​ຫົວ ຫຼັງຈາກ​ທີ່​ໄດ້ປະ​ຈົດໝາຍ​ສະບັບ​ນຶ່ງ ​ໄວ້ເທິງ​ແທ່ນ​ບູຊາ.

​ບໍ່​ໄດ້​ມີ​ການ​ເປີດ​ເຜີຍເນື້ອ​ໃນ​ຂອງ​ຈົດໝາຍນັ້ນ ໃຫ້​ຮູ້ໃນ​ທັນທີ​ນີ້ເທື່ອ. ​ແຕ່​ວ່າ ​ຂໍ້ຄວາມ​ທີ່​ຜູ້ກ່ຽວ​ໄດ້ຂຽນ​ລົງ​ທາງ​ອິນ​ເຕີ​ແນັດ ຢູ່ໃນໜ້າບ໊ລອກ​ຂອງ​ລາວ ມີ​ຮວມທັງຄໍາ​ຈົ່ມ​ວ່າ ກ່ຽວກັບ ກົດໝາຍ​ທີ່ຝຣັ່ງ​ໄດ້ຮັບ​ຜ່ານ​ເອົາ​ເມື່ອ​ໄວໆ​ມາ​ນີ້ ທີ່​ອະນຸຍາດ​ໃຫ້​ຄົນເພດ​ດຽວ​ກັນ​ແຕ່ງງານ​ກັນ​ໄດ້​ ແລະ​ກ່ຽວ​ກັບ​ເລື່ອງ​ເຂົ້າ​ເມືອງ​ຂອງຊາວອາຟຣິກາ.

ພໍ່​ຕູ້ Venner ເຄີຍ​ຮັບ​ໃຊ້​ຊາດເປັນທະຫານ ​ໃນ​ຊ່ວງສົງຄາມຂອງຝຣັ່ງ ​ໃນປະ​ເທດ Algeria ​ແລະ​ຍັງ​ເປັນ​ສະມາຊິກ​ໃນ​ອົງການ​ປະກອບ​ອາວຸດ​ລັບ​ ຊຶ່ງ​ເປັນ​ກຸ່ມຈັດ​ຕັ້ງ​ເຄິ່ງທະຫານ ທີ່​ຄັດຄ້ານ​ການ​ແຍກໂຕ​ເປັນ​ເອກ​ກະລາດຈາກ​ຝຣັ່ງ ຂອງ Algeria.

ໂບດ​ກາໂຕ​ລິກ Notre Dame ຊຶ່ງ​ຕັ້ງ​ຢູ່​ເທິງເກາະນ້ອຍໆ​ກາງ​ແມ່​ນໍ້າ ​ແຊນ ນັ້ນ ​ແມ່ນ​ເປັນ​ສະຖານ​ທີ່​ທ່ອງທ່ຽວທີ່​ນິຍົມ​ຫຼາຍ​ທີ່​ສຸດແຫ່ງ​ນຶ່ງຂອງ​ກຸງປາຣີ ທີ່​ດຶງ​ດູດຄົນ​ໄປ​ເບິ່ງ​ໄປ​ຊົມ ​ຫຼາຍ​ກ່ວາ 13 ລ້ານ​ຄົນ​ໃນ​ແຕ່ລະ​ປີ. ປີ​ນີ້ Notre Dame ​ສະຫຼອງ​ຄົບຮອບ 850 ປີ.

Notre Dame
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG