ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຊາ​ອຸ​ດີ ອາ​ຣາ​ເຍບ ຈັບ​ສະ​ມາ​ຊິກ​ຄອບ​ຄົວຣາຊວົງ 3 ຄົນ


ຮູບ​ພາບ​ເຜີຍ​ແຜ່​ໂດຍ​ພະ​ລາ​ດ​ດຸວັງ​​ຊາ​ອຸ​ດີ ອາ​ຣາ​ເບຍ ສະ​ແດງ​ໃຫ້​ເຫັນ​ອົງ​ມົງ​ກຸດ ໂມຮຳ​ເມດ ບິນ ຊາ​ລ​ມັນ (ຊ້າຍ) ແລະ​ປະ​ທາ​ນາ​ທິ​ບໍ​ດີ​ ເຢ​ເມນ, ທ່ານ​ອາ​ເບັດ ຣັບ​ໂບ ມັນ​ຊົວ ຮາ​ດີ.
ຮູບ​ພາບ​ເຜີຍ​ແຜ່​ໂດຍ​ພະ​ລາ​ດ​ດຸວັງ​​ຊາ​ອຸ​ດີ ອາ​ຣາ​ເບຍ ສະ​ແດງ​ໃຫ້​ເຫັນ​ອົງ​ມົງ​ກຸດ ໂມຮຳ​ເມດ ບິນ ຊາ​ລ​ມັນ (ຊ້າຍ) ແລະ​ປະ​ທາ​ນາ​ທິ​ບໍ​ດີ​ ເຢ​ເມນ, ທ່ານ​ອາ​ເບັດ ຣັບ​ໂບ ມັນ​ຊົວ ຮາ​ດີ.

ພວກ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ອາຣັບ​ເບຍ ໄດ້​ຈັບ​ສະ​ມາ​ຊິກຂັ້ນ​ສູງ​ສາມ​ຄົນ​ຢູ່ໃນຄອບ​ຄົວ​ຂອງ​ຣາຊ​ວົງ.
ທັງ​ສາມ​ຄົນ​ທີ່​ຖືກ​ຈັບ​ແມ່ນ​ຜູ້​ຊາຍທັງ​ໝົດ ຄື​ເຈົ້າ​ຊາຍ​ອາ​ເມດ ບິນ ອັບ​ດູລ​ລາ​ຊິ​ສ ຜູ້​ທີ່​ເປັນ​ນ້ອງ​ຊາຍ​ນ້ອຍ​ຂອງ​ກະ​ສັດ​ຊາລ​ມານ, ອະ​ດີດອົງ​ມົງ​ກຸດ ແລະ​ລັດ​ຖະ​ມົນ​ຕີກະ​ຊວງ​ພາຍ​ໃນ, ທ່ານ​ໂມ​ຮຳ​ເມດ ບິນ ນາ​ເຢັຟ ແລະ​ ເຈົ້າ​ຊາຍ​ນາ​ວັ​ຟ ບິນ ນາ​ເຢັຟ, ຍາດຕິວົງຂອງ​ກະ​ສັດ.

ຢ່າງ​ໜ້ອຍ​ສອງ​ຄົນ​ໃນ​ຜູ້​ຊາ​ຍ​ດັ່ງ​ກ່າວ​ໄດ້​ຖືກ​ກ່າວ​ຫາວ່າ​ຂາຍ​ຊາດ ອີງ​ຕາມ​ແຫຼ່ງ​ຂ່າວ.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ຍັງ​ບໍ່​ທັນ​ໄດ້ໃຫ້​ຄຳ​ເຫັນ​ໃດໆ ກ່ຽວ​ກັບ​ການ​ຈັບ​ກຸມ.

ລາຍ​ງານ​ສື່​ມວນ​ຊົນ​ກ່າວ​ວ່າ ອົງ​ມົງ​ກຸດ ໂມ​ຮຳ​ເມດ ບິນ ຊາ​ລ​ມານ, ​ທີ່​ເປັນ​ບຸດ​ຂອງ​ກະ​ສັດ​ຊາ​ລ​ມານ ເປັນ​ຜູ້​ສັ່ງ​ໃຫ້​ຈັບ.

​ເປັນ​ທີ່ເຊື່ອ​ກັນຢ່າງກວ້າງ​ຂວາງວ່າ ອົງ​ມົງ​ກຸດ ເປັນ​ຜູ້ຮັບ​ຜິດ​ຊອບ​ຕໍ່​ການ​ສັ່ງ​ໃຫ້​ຂ້າ​ນັກ​ຂ່າວ ທ່ານ​ຈາ​ມາ​ລ ຄາ​ຊອກ​ກີ ​ຢ່າງ​ໂຫດ​ຫ້ຽມ ຢູ່​ທີ່​ກົງ​ສຸນ​ຊາ​ອຸ​ດີ ຢູ່ໃນ​ເທີ​ກີນັ້ນ. ທ່ານ​ຍັງ​ໄດ້​ເປັນ​ແຮງ​ຜັກ​ດັນ​ຢູ່​ເບື້ອ​ງຫຼັງໃນ​ການກວດ​ຕ້ອນ​ເອົາ​ເຊື້ອພະ​ວົງ, ບັນ​ດາ​ນັກ​ທຸ​ລະ​ກິດ ແລະ​ລັດ​ຖະ​ມົນ​ຕີ ຫຼາຍ​ຮ້ອຍຄົນ​ທີ່​ໄດ້​ຖືກ​ກັກ​ຂັງ​ຢູ່​ໃນ​ໂຮງ​ແຮມ Ritz Carlton ໃນ​ນະ​ຄອນ​ຣີ​ຢາດ ໃນ​ປີ 2017.

ອ່ານ​ຂ່າວ​ນີ້​ເພິ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG