ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ​​ຊາວຊູ​ດານພາ​ກັນ​ລົງ​ສູ່ ​ຖະ​ໜົນ​ຫົນ​ທາງ ຫລັງ​ຈາ​ກ​ນາຍ​ພົນ​ໄດ້​ປະ ​ກາດ ​ພາ​ວະ​ສຸກ​ເສີນ


ປະ​ຊາ​ຊົນ​ຊູ​ດານ​ປະ​ທ້ວງ​ຕໍ່​ຕ້ານ​ການ​ລັດ​ຖະ​ປະ​ຫານຂອງ​ທະ​ຫານ​ທີ່​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ຫັນ​ໄປ​ສູ່​ການ​ປົກ​ຄອງ​ຂອງ​ພົນ​ລະ​ເຮືອນໃນ​ວັນ​ທີ 25 ຕຸ​ລາ, 2021, ໃນ​ນະ​ຄອນ​ອອມ​ເດີ​ແມນ​ທີ່​ຢູ່​ຂ້າງ​ກັນ​ກັບ​ນະ​ຄອນ​ຫລວງ Khartoum ນັ້ນ
ປະ​ຊາ​ຊົນ​ຊູ​ດານ​ປະ​ທ້ວງ​ຕໍ່​ຕ້ານ​ການ​ລັດ​ຖະ​ປະ​ຫານຂອງ​ທະ​ຫານ​ທີ່​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ຫັນ​ໄປ​ສູ່​ການ​ປົກ​ຄອງ​ຂອງ​ພົນ​ລະ​ເຮືອນໃນ​ວັນ​ທີ 25 ຕຸ​ລາ, 2021, ໃນ​ນະ​ຄອນ​ອອມ​ເດີ​ແມນ​ທີ່​ຢູ່​ຂ້າງ​ກັນ​ກັບ​ນະ​ຄອນ​ຫລວງ Khartoum ນັ້ນ

ພວກ​ປະ​ທ້ວງ​ຊູ​ດານ​ໄດ້​ເດີນ​ຂະ​ບວນປະ​ທ້ວງ​ໃນ​ຄືນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ພວກ​ທະຫານ​ໄດ້​ຍຶດ​ເອົາ​ອຳນາດ​ໃນ​ການ​ສະ​ພາບທີ່ປາ​ກົດ​ວ່າ​ເປັນ​ການກໍ່ລັດຖະປະຫານນັ້ນ​.

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງປືນ​ໃສ່​ພວກ​ປະ​ທ້ວງ​ໃນ​ວັນ​ຈັນ​ວານ​ນີ້ ​ເຮັດ​ໃຫ້​ຜູ້​ປະ​ທ້ວງ 3 ຄົນ​ເສຍ​ຊີວິດ, ອີງ​ຕາມ​ຄະນະ​ກຳມະການ​ແພດ​ຊູ​ດານ. ກຸ່ມ​ດັ່ງກ່າວ​ເວົ້າວ່າ ຢ່າງ​ໜ້ອຍ 80 ຄົນ​ໄດ້​ຮັບ​ບາດ​ເຈັບ.

ນາຍ​ພົນອັບ​ແດ​ລ-ແຟັດ​ຕາ ເບີ​ແຮນ (Abdel-Fattah Burhan), ຜູ້​ບັນ​ຊາ​ການທະຫານ​ຂອງ​ຊູ​ດານ ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ປະກາດ​ຢຸດຕິ​ສະພາ​ພົນລະ​ເຮືອນ-ການ​ທະຫານ​ຮ່ວມ​ທີ່​ບໍລິຫານ​ປະ​ເທດ​ເປັນ​ເວລາ 2 ປີນັ້ນ.

ທ່ານນາຍ​ພົນ​ໄດ້​ກ່າວ​ຄຳ​ປາ​ໄສຜ່ານ​ທາງ​ໂທລະພາບ ຫຼັງ​ຈາກ​ກອງ​ກຳລັງ​ທະຫານ​ໄດ້​ຈັບ​ນາຍົກລັດຖະມົນຕີອັບ​ດາ​ລລາ ແຮມດອກ (Abdalla Hamdok) ​ແລະ​ເຈົ້າ​ໜ້າ​ທີ່ຄົນ​ອື່ນໆ ​ຂອງ​ສະພາ​ອະທິປະ​ໄຕ.

ທ່ານ​ເບີ​ແຮນກ່າວວ່າທ່ານໄດ້ຍຸບສະພາ ແລະລັດຖະບານຍ້ອນ "ການຂັດແຍ້ງ ທາງດ້ານການເມືອງທີ່ຂົ່ມຂູ່ຄວາມປອດໄພຂອງປະເທດ" ແລະປະກາດວ່າ "ລັດຖະບານໃຫມ່ທີ່​ມີ​ອຳ​ນາ​ດ​ເດັດ​ຂາດຈະຖືກແຕ່ງຕັ້ງໃນໄວໆນີ້."

ນັກ​ຂ່າວໄມ​ໂຄ ອາ​ທິດ (Michael Atit) ທີ່​ຢູ່​ໃນ​ນະຄອນຫຼວງ​ຂອງ​ຊູ​ດານ ກ່າວ​ຕໍ່ລາຍ​ການເພັ່ງ​ເລັງ​ໃສ່ຊູ​ດານ​ໃຕ້ ຫລື South Sudan in Focus ຂອງວີ​ໂອ​ເອ ວ່າ​ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ​ໄດ້ຫລັ່ງ​ໄຫ​ລ​ໄປ​ລົ້ນ​ຖະໜົນ​ຫົນທາງ​ໃນ​ນະ​ຄອນ​ຫລວງຄາ​ຣ໌​ທູມ ຫລັງ​ຈາກ​ມີ​ລາຍ​ງານ​ການ​ຈັບ​ກຸມ​ທ່ານແຮມດອກ​ແລ້ວ. ທ່ານ​ອາ​ທິດລາຍ​ງານອີກ​ວ່າ​ໄດ້​ຍິນ​ສຽງ​ປືນ ​ແລະ​ເຫັນ​ຢາງລົດ​ໄໝ້​ຢູ່​ຕາມ​ຖະໜົນ​ຫົນທາງສາຍ​ຕ່າງໆ.

ທ່ານອາ​ທິດກ່າວວ່າ ໂທລະຄົມມະນາຄົມສ່ວນໃຫຍ່ໃນຄາ​ຣ໌​ທູມໄດ້ຖືກປິດລົງ, ລວມທັງອິນເຕີແນັດ ແລະສະຖານີວິທະຍຸ. ມີພຽງ​ແຕ່​ສະ​ຖາ​ນີ​ໂທລະ​ພາບ​ຂອງ​ລັດແຫ່ງ​ດຽວ​ທີ່​ໄດ້​ອອກ​ອາ​ກາດ​, ກະ​ຈາຍ​ສຽງ​ເພງທີ່​ມີ​ລັກ​ຊະ​ນະ​ຮັກ​ຊາດ​.

ຜູ້ຕາງຫນ້າພິເສດຂອງອົງ​ການສະຫະປະຊາຊາດ​ປະ​ຈຳຊູດານ, ທ່ານໂວກ​ເຄີ ເພີ​ເທັ​ສ (Volker Perthes) ກ່າວວ່າທະຫານ "ໄດ້ຄວບຄຸມຄາ​ຣ໌​ທູມ, ປິດທາງ ເຂົ້າເມືອງແລະຂົວ, ແລະປິດສະຫນາມບິນ ແລະຍັງເຂົ້າຄວບຄຸມ ໂທລະພາບຂອງລັດອີກ​ດ້ວຍ."

ທ່ານ​ໄດ້​ບອກ​ນັກ​ຂ່າວ​ໃນ​ນະຄອນ​ນິວຢອກ​ໂດຍ​ທາງ​ອອນ​ລາຍຈາກ​ຄາ​ຣ໌​ທູມ​ວ່າ ​ເມື່ອ​ຮອດກາງຄືນມາ​ຢູ່​ໃນ​ເມືອງນັ້ນ, ທ່ານຍັງ​ສາມາດ​ຫລຽວ​ເຫັນ​ສິ່ງ​ກີດຂວາງ ໃນ​ຫົນ​ທາງຢູ່ບ່ອນ​ທ່ານ​ຢູ່ນັ້ນ​ລຸກ​ໄໝ້​ຢູ່ ​ແລະ​ສາມາດ​ໄດ້​ຍິນ​ສຽງ​ປືນດັງ​ຂຶ້ນ​ເປັນ​ບາງ​ຄັ້ງ​ຄາວ. ທ່ານ​ພັນ​ລະ​ນາເຖິງສະຖານະການວ່າ "ຜັນ​ແປ​ໄປ​ເລື້ອຍໆ."​

ອ່່ານຂ່າວນີ້ເພີ້ມເປັນພາສາອັງ​ກິດ

XS
SM
MD
LG