ພວກປະທ້ວງຫລາຍຮ້ອຍຄົນ ທີ່ລັດພາກເໜືອ Kodafan ພາ
ກັນແກວ່ງກ້ອນຫີນໃສ່ຂະບວນລົດຂອງລັດຖະບານ ຫລັງຈາກ
ໄດ້ກ່າວຫາວ່າ ບັນດາເຈົ້າໜ້າທີ່ລັດຖະບານຫລົ້ມແຫລວໃນ
ການປ້ອງກັນເຂົາເຈົ້າ ຈາກການໂຈມຕີຂອງພວກກະບົດໃນມື້
ນຶ່ງກ່ອນໜ້ານັ້ນ.
ຊາວໜຸ່ມປະມານ 300 ຄົນພາກັນເຕົ້າໂຮມກັນຢູ່ໃນເມືອງ Um
Rawada ເພື່ອປະທ້ວງການຢ້ຽມຢາມຜູ້ປົກຄອງລັດ ທ່ານ
Murghani Hussein Zaki-Adeen ຜູ້ມາກວດກາເມືອງ ທີ່
ຖືກໂຈມຕີໃນວັນເສົາຜ່ານມາ.
ພວກປະທ້ວງພາກັນເອົາໄຟຈູດ ຕຶກຂອງລັດຖະບານຫລາຍຫລັງ. ບໍ່ມີລາຍງານວ່າມີ
ຜູ້ໄດ້ຮັບບາດເຈັບສາຫັດ ຈາກເຫດການດັ່ງກ່າວ.
ພວກກະບົດຈາກ ຊູດານ ປະເທດທີ່ເພພັງຈາກສົງຄາມ ໃນຂົງເຂດ Dafur ເຂົາເຈົ້າກ່າວ
ວ່າ ຕົນໄດ້ໂຈມຕີໃນວັນເສົາ ໂດຍເປັນພາກສ່ວນຂອງແຜນ ໂຄນລົ້ມລັດຖະບານ ຊູດານ.
ເມືອງ Um Rawaba ຕັ້ງຢູ່ພາກເໜືອຂອງເມືອງ Kodafan ຊຶ່ງເປັນເມືອງໃຫຍ່ທີ່ສອງ.
ລັດດັ່ງກ່າວບໍ່ໄດ້ຖືກລົບກວນຈາກ ການປະຕິບັດງານຂອງພວກກະບົດ ທີ່ເກີດຂື້ນໃນ
Darfur ທີ່ຕັ້ງຢູ່ທາງພາກຕາເວັນຕົກ ແລະ Kordofan ໃຕ້ ທີ່ຕັ້ງຢູ່ພາກໃຕ້ພວກຊາວ
ເມືອງ Um Rawala ກ່າວວ່າ ພວກກໍ່ການຮ້າຍຕິດອາວຸດ ພາກັນບຸກເຂົ້າໄປລັກປຸ້ນຕະ
ຫລາດ ຫລັງຈາກໄດ້ເຂົ້າມາໃນເມືອງດ້ວຍລົດຢ່າງໜ້ອຍ 20 ຄັນ.
ທະຫານຊູດານ ໄດ້ກ່າວຫາພວກກໍ່ການຮ້າຍ ທໍາລາຍຕຶກສູງສື່ສານ ໂຮງໄຟຟ້າ ແລະຢ່າງ
ໜ້ອຍສາງນໍ້າມັນນຶ່ງສາງ.