ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງ ຊາວຊູດານ ປະຕິເສດ ຕໍ່ການຮຽກຮ້ອງ ໃຫ້ເຈລະຈາ ໂດຍນາຍພົນຂອງຊູດານ

ສະມາຊິກຂອງກອງກຳລັງຮັກສາຄວາມສະຫງົບຂອງຊູດານ ກຳລັງລາດຕະເວນ ໃນຂະນະທີ່ ພວກສາວົກຊາວມຸສລີມ ໄປເຂົ້າຮ່ວມໃນການສວດມົນ ເນື່ອງໃນວັນອີດ ອາລ-ຟີຕຣ໌ ທີ່ເປັນຂີດໝາຍຂອງການສິ້ນສຸດຂອງວັນສັກສິດຣາມາດານ, ວັນທີ 5 ມິຖຸນ 2019, ໃນເມືອງໂອມດູມານ, ແລະທົ່ວແຄມແມ່ນ້ຳ ນາຍລ໌ ຫ່າງຈາກນະຄອນຫຼວງ ຄາຣ໌ທູມ.

ພວກຜູ້ນຳການປະທ້ວງ ໃນຊູດານ ໄດ້ປະຕິເສດຂໍ້ສະເໜີ ເພື່ອໃຫ້ເຈລະຈາກັບພວກ
ນາຍ ພົນທະຫານ ໂດຍເຊື່ອໝັ້ນວ່າ ການຮຽກຮ້ອງດັ່ງກ່າວນັ້ນ ແມ່ນບໍ່ຈິງໃຈ ໃນຂະ
ນະທີ່ ກຳລັງຮັກສາຄວາມສະຫງົບສືບຕໍ່ແນເປົ້າໝາຍໃສ່ພວກປະທ້ວງ ໃນການປາບ
ປາມຢ່າງຮ້າຍແຮງ ທີ່ໄດ້ສັງຫານຜູ້ຄົນ ຫຼາຍກວ່າ 100 ຄົນແລ້ວ ໃນສັບປະດານີ້.

ໂຄສົກ ສະມາຄົມວິ​ຊາ​ຊີບ ຂອງຊູດານ ຫຼືເອີ້ນຫຍໍ້ວ່າ SPA ທ່ານໂມຮຳເມັດ ຢູເຊັຟ
ອາລ-ມຸສຕາຟາ ໄດ້ກ່າວໃນວັນພຸດວານນີ້ ກ່ຽວກັບການຮຽກຮ້ອງໂດຍ ນາຍພົນ
ອັບແດລ-ຟາຕາ ເບີຮານວ່າ “ບໍ່ໜັກແໜ້ນ” ແລະວ່າ “ພວກທີ່ຢູ່ພາຍ ໃຕ້ບັງຄັບ
ບັນຊາຂອງທ່ານ ໄດ້ສັງຫານຊາວຊູດານ ແລະແມ່ນຍັງຈະ​ສືບ​ຕໍ່ເຂັ່ນ ຂ້າຕໍ່ໄປອີກ.”

ສະມາຄົມດັ່ງ​ກ່າວ ຊຶ່ງເປັນພາກສ່ວນນຶ່ງຂອງ ກຳລັງເພື່ອເສລີພາບ ແລະການປ່ຽນແປງ
ຫຼືເອີ້ນຫຍໍ້ວ່າ FFC ທີ່ເປັນພັນທະມິດ ແລະເປັນຜູ້ຕາງໜ້າ ໃຫ້ແກ່ພວກປະທ້ວງ ຈະສືບ
ຕໍ່ການຕໍ່ສູ້ເພື່ອປະຊາທິປະໄຕຂອງພວກເຂົາເຈົ້າ ເພື່ອກົດດັນໃຫ້ພວກທະຫານມອບ
ອຳນາດການປົກຄອງ ແກ່ພົນລະເຮືອນ ດັ່ງທີ່ທ່ານ ອາລ-ມຸສຕາຟາ ໄດ້ກ່າວໄປນັ້ນ.

ພາບນີ້ໄດ້ມາຈາກວີດີໂອ ສະໜອງໂດຍ ໂທບະພາບ ຊູດານ, ທີ່ສະແດງໃຫ້ເຫັນ ພົນໂທ ອັບແດລ-ຟາຕາ ເບີຮານ (Abdel-Fattah Burhan) ຫົວໜ້າສະພາໄລຍະຂ້າມຜ່ານຂອງຊູດານ ຫຼື TMC, ໄດ້ປະກາດຜ່ານທາງໂທລະພາບ ທີ່ນະຄອນຫຼວງຄາຣ໌ທູມຂອງຊູດານ, ວັນທີ 4 ມິຖຸນາ 2019.

ນາຍພົນເບີຮານ ຫົວໜ້າສະ​ພາ​ໄລຍະຂ້າມຜ່ານ ຂອງກອງທັບ ຫຼືເອີ້ນຫຍໍ້ວ່າ TMC ທີ່
ປົກຄອງປະ​ເທດໃນປັດຈຸບັນ ໄດ້ກ່າວເມື່ອຕອນເຊົ້າວັນພຸດວານນີ້ວ່າ ບັນດາຜູ້ນຳຂອງ
ກອງທັບ ແມ່ນພ້ອມ​ແລ້ວ ທີ່ຈະທຳການເຈລະຈາຄືນອີກ ກັບ ພວກຜູ້ນຳການປະທ້ວງ
ໂດຍ “ບໍ່ມີຂໍ້ຈຳກັດໃດໆ.”

ທ່ານຍັງໄດ້ກ່າວອີກວ່າ ພວກຜູ້ທີ່ຮັບຜິດຊອບໃນ​ການ​ທັບ​ມ້າງພວກນັ່ງປະທ້ວງຢູ່
ນອກກະຊວງປ້ອງກັນປະເທດ ໃນເຂດໃຈກາງນະຄອນຫຼວງຄາຣ໌ທູມ ​ທີ່​ດຳເນີນ​
ມາໄດ້ແປດສັບປະດາ​ແລ້ວນັ້ນ ຈະຖືກນຳມາ​ລົງ​ໂທດ.

​ການ​ໃຫ້ຄຳເຫັນໃນວັນພຸດວານນີ້ຂອງທ່ານ ແຕກຕ່າງຢ່າງໃຫຍ່​ຫຼວງ ກັບການ​ກ່າວ
ຄຳ​ປາ​ໄສ ທາງໂທລະພາບ ເມື່ອວັນອັງຄານມື້ກ່ອນນີ້ ​ເວ​ລາທ່ານເວົ້າ​ວ່າ ສະພາ
ດັ່ງກ່າວ ໄດ້ຍຸຕິການເຈລະຈາໃດໆແລະຍົກເລີກຂໍ້ຕົກລົງທີ່ຕົນໄດ້ໃຫ້ໄປ ທີ່ຈະຈັດຕັ້ງ
ລັດຖະບານຮັກສາການຊົ່ວຄາວກັບກຸ່ມ FFC.

ທ່ານເບີຮານ ຍັງໄດ້ກ່າວວ່າ ລັດຖະບານຊຸດໃໝ່ ຈະຖືກຈັດຕັ້ງຂຶ້ນໃນທັນທີ ແລະຈະປົກ
ຄອງຈົນກວ່າ ການເລືອກຕັ້ງຈະໄດ້ຈັດຂຶ້ນພາຍໃນເວ​ລາ 9 ເດືອນຂ້າງໜ້າ.

ສ່ວນກຸ່ມ SPA ກໍໄດ້ປະຕິເສດ ຕໍ່ແຜນການດັ່ງກ່າວ ໃນທັນທີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG