ບັນດາສະມາຊິກຄອບຄົວ ແລະເພື່ອນຝູງຂອງມື້ລາງນາຍຄູສອນຢູ່ໂຮງຮຽນ ທ່ານອາ
ເມັດ ອາລ-ແຄຣ ໄດ້ພາກັນຮ້ອງໃຫ້ ແລະຮ້ອງໂຮໃນວັນອັງຄານວານນີ້ຢູ່ນອກຫ້ອງ
ສານ ໃນເມືອງອົມເດີມານ (Omdurman) ໃນຂະນະທີ່ພວກເຈົ້າໜ້າທີ່ສືບລັບ 29
ຄົນໄດ້ຖືກຕັດສິນປະຫານຊີວິດ ຕໍ່ການຂ້າ ແລະທໍລະມານ ທ່ານອາລ-ແຄຣ ຢູ່ເມືອງ
ຄາຊຳ ອາລ-ເກີຣບາ (Khasum al-Girba) ທາງພາກຕາເວັນອອກຂອງປະທດ
ຊູດານ.
ຈຳເລີຍ 29 ຄົນ ໄດ້ພົບເຫັນວ່າມີຄວາມຜິດ ກ່ຽວກັບ ການທຳຮ້າຍຮ່າງກາຍເຖິງຕາຍ.
ສານໄດ້ພົບເຫັນວ່າ ທ່ານອາລ-ແຄຣ ໄດ້ຖືກທຸບຕີ ແລະທໍລະມານຈົນຕາຍໂດຍພວກ
ເຈົ້າໜ້າທີ່ຢູ່ຄຸກ ຫຼັງຈາກທ່ານໄດ້ຖືກຈັບໃນທ້າຍເດືອນມັງກອນປີກາຍນີ້. ທ່ານ ອາລ-
ແຄຣ ໄດ້ເສຍຊີວິດໃນວັນທີ 2 ເດືອນກຸມພາ ປີ 2019 ຫຼັງຈາກໄດ້ໃຊ້ເວລານຶ່ງອາທິດ
ຢຸ່ໃນຄຸກ.
ທ່ານ ຮາຍ ອາວາດາສເຊດ (Hind Awadassaid) ຈາກສະຫະພັນນາຍຄູ ຊູດານ
ຮ້ອງການຕັດສິນລົງໂທດວ່າ ເປັນການເລີ້ມຕົ້ນທີ່ດີແກ່ປະຊາຊົນທີ່ຮຽກຮ້ອງຄວາມ
ຍຸຕິທຳ.
ທ່ານ ອາວາດາສເຊດ ໄດ້ກ່າວຕໍ່ໜັງສືພິມ ໂຟກັສ (Focus) ຊູດານໃຕ້ວ່າ “ເປັນທີ່
ພໍໃຈໃນສ່ວນໃດສ່ວນນຶ່ງ ແລະເປັນຈຸດທີ່ດີແກ່ການຫລີກເວັ້ນໂທດໃນປັດຈຸບັນ ຕໍ່
ຄົນຜູ້ທີ່ຮັບຜິດຊອບ. ເພາະສະນັ້ນ ປະຊາຊົນບັດນີ້ມີຄວາມເທົ່າທຽມ ຢູ່ຕໍ່ໜ້າ
ກົດໝາຍ.”
ທ່ານບາຄິດ ໂມຮຳເມັດ ອາເມັດ (Bakhit Mohammed Ahmed) ນາຍຄູຜູ້ນຶ່ງ
ແລະເພື່ອນຮ່ວມງານຂອງມື້ລາງ ທ່ານອາລ-ແຄຣ ໄດ້ເດີນທາງຈາກເມືອງ ຄາສຊຳ
ອາລ-ເກີບາ (Khasm al-Girba ໄປຫານະຄອນຫຼວງ ຄາທູມ (Khartoum) ເພື່ອ
ຟັງຄຳໃຫ້ການ.
ທ່ານອາເມັດ ໄດ້ກ່າວກ່ອນການຕັດສິນວ່າ ທ່ານບໍ່ເຊື່ອໃນລະບົບຕຸລາການຂອງ
ຊູດານ. ທ່ານໄດ້ຍ້ອງຍໍລັດຖະບານຊົ່ວຄາວ ສຳລັບການຮັບປະກັນວ່າ ໄດ້ມີການ
ດຳເນີນການທີ່ຍຸຕິທຳ.
ທ່ານອາເມັດ ໄດ້ກ່າວຕໍ່ໜັງສືພິມຊູດານໃຕ້ໂຟກັສ (Focus) ວ່າ “ຈົນຮອດມື້ເຊົ້ານີ້
ຂ້າພະເຈົ້າບໍ່ໄດ້ມີຄວາມເຊື່ອຖືກຕໍ່ລະບົບຕຸລາການຂອງ ຊູດານ. ມັນໄດ້ເຮັດໃຫ້
ເປັນທີ່ພໍໃຈແກ່ຄວາມໂສກເສົ້າຂ້າພະເຈົ້າ ແກ່ເພື່ອນຮ່ວມງານ ແລະໄດ້ກາຍມາສູ່
ຄວາມຊື່ນຊົມ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ