ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳ​ຫຼ​ວດ ໃນ​ນະ​ຄອນຫຼວງ ​ຊູດານ ຍິງລະ​ເບີດ​ນ້ຳ​ຕາ ໃສ່​ພວກ​ປະ​ທ້ວງ ໃຫ້​ສະ​ຫຼາຍ​ຕົວ​ໄປ


ພວກ​ເດີນ​ຂະ​ບວນ​ປະ​ທ້ວງພາ​ກັນ​ແລ່ນ​ຜ່າຍລະ​ເບີດ​ນ້ຳ​ຕາ ທີ່​ຍິງ​ໃສ່​ໂດຍຕຳ​ຫລວດ​ໃນ​ຂະ​ນະ​ທີ່​​ເດີນ​ຂະ​ບວນ​ໃນ​ນະ​ຄອນຫຼວງ ຄາ​ຣ໌​ທູມ ​ຂອງຊູດານ ​ໃນ​ວັນ​ທີ 25 ທັນ​ວາ 2018.
ພວກ​ເດີນ​ຂະ​ບວນ​ປະ​ທ້ວງພາ​ກັນ​ແລ່ນ​ຜ່າຍລະ​ເບີດ​ນ້ຳ​ຕາ ທີ່​ຍິງ​ໃສ່​ໂດຍຕຳ​ຫລວດ​ໃນ​ຂະ​ນະ​ທີ່​​ເດີນ​ຂະ​ບວນ​ໃນ​ນະ​ຄອນຫຼວງ ຄາ​ຣ໌​ທູມ ​ຂອງຊູດານ ​ໃນ​ວັນ​ທີ 25 ທັນ​ວາ 2018.

ຕຳ​ຫລ​ວດຢູ່​ໃນ​ນະ​ຄອນ​ຫລວງ​ຂອງຊູດານ​ໃນ​ວັນ​ຈັນ​ວານນີ້ ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາໃສ່
​ພວກ​ເດີນປະ​ທ້ວງ ທີ່​ມີ​ແຜນ​ຈະ​ເດີນ​ຂະ​ບວນໄປ​ຍັງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີເພື່ອຮຽກ
​ຮ້ອງ​ໃຫ້ມີ​ການ​ປ່ຽນ​ແປງ​ຢູ່​ໃນລັດ​ຖະ​ບານ​ຂອງປະ​ທາ​ນາ​ທິ​ບໍ​ດີໂອ​ມາ ອາ​ລ-ບາ​ເຊຍ.

ພວກ​ທີ່​ເຫັນ​ເຫດ​ການ​ເວົ້າ​ວ່າ ພວກ​ເດີນ​ຂະ​ບວນ​ປະ​ທ້ວງພາ​ກັນ​ໄປ​ເຕົ້າ​ໂຮມ​ຢູ່​ໃຈ​ກາງ​ນະ​ຄອນ​ຫລວງ ຄາຣ໌​ທູມ ແຕ່​ວ່າ​ພາ​ກັນ​ຖືກ​ປະ​ເຊີນ​ໜ້າ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ຢ່າງ​ໄວ​ວາ ແລະ​ກໍ​ບໍ່​ສາ​ມາດ​ທຳ​ການ​ເດີນ​ຂະ​ບວນ ໄປ​ຫາ​ທຳ​ນຽບ ປະ​ທາ​ນາ​ທິ​ບໍ​ດີ​ເລີຍ. ບາງ​ຄົນ​ທີ່​ຢູ່​ໃນ​ຝູງ​ຊົນ​ນັ້ນ​ຮ້ອງວ່າ “ປະ​ຊາ​ຊົນ​ຢາກ​ໃຫ້​ມີ​ລະ​ບອບ​ການ​ປົກ​ຄອງ​ຖືກ​ລົບ​ລ້າງ”, ຊຶ່ງ​ເປັນ​ຄຳ​ຂວັນ​ຫລັກ ທີ່​ໃຊ້​ການ​ປະ​ທ້ວງ​ລະ​ດູ​ບານ​ໃໝ່ອາ​ຣັບ ຫລື Arab Spring ໃນ​ປີ 2011.

ກອງ​ໄຟ​ທີ່​ຈູດ​ຕາ​ມ​ຖະ​ໜົນ​ໃນ​ຂະ​ນະ​ທີ່ມີການ​ເດີນ​ຂະ​ບວນ​ປະ​ທ້ວງຢູ່​ເມືອງ​ແຫ່ງ​ນຶ່ງ ແຄມ​ແມ່​ນຳ​ນີ​ລ ທາງ​ພາກ​ເໜືອ​ຂອງ​ຊູ​ດານ (ວັນ​ທີ 20 ທັນ​ວາ, 2018)
ກອງ​ໄຟ​ທີ່​ຈູດ​ຕາ​ມ​ຖະ​ໜົນ​ໃນ​ຂະ​ນະ​ທີ່ມີການ​ເດີນ​ຂະ​ບວນ​ປະ​ທ້ວງຢູ່​ເມືອງ​ແຫ່ງ​ນຶ່ງ ແຄມ​ແມ່​ນຳ​ນີ​ລ ທາງ​ພາກ​ເໜືອ​ຂອງ​ຊູ​ດານ (ວັນ​ທີ 20 ທັນ​ວາ, 2018)

ຮ້ານ​ຄ້າ​ເກືອບ​ທຸກ​ແຫ່ງ​ຖືກ​ປິດ​ໄວ້ ກ່ອນ​ຈະ​ມີການ​ເດີນ​ຂະ​ບວນທີ່​ວາງ​ແຜນ​ໄວ້ ແລະ​
ຖືກ​ຈັດ​ຕັ້ງ​ໂດຍ​ກຸ່ມ​ນັກ​ວິ​ຊາ​ການ, ຊຶ່ງ​ລວມ​ທັງ​ທະ​ນາຍ​ຄວາມ, ທ່ານ​ໝໍ ແລະ​ນາຍ​ຄູ​ນັ້ນ.

ພວກ​ທີ່​ເຫັນ​ເຫດ​ການ​ເວົ້າ​ອີກວ່າ ຕຳ​ຫລວດ​ໄດ້​ຈັບ​ຄົນ​ຫລາຍ​ສິບ​ຄົນ​ໄປ.

ການ​ເດີນ​ຂະ​ບວນຕໍ່​ຕ້ານ​ລັດ​ຖະ​ບານ​ແມ່ນໄດ້​ດຳ​ເນີນເປັນອາ​ທິດທີ​ສອງ, ຊຶ່ງ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ​ເພື່ອ​ປະ​ທ້ວງ​ການ​ຂຶ້ນ​ລາ​ຄາ​ຢ່າງ​ແຮງ​ຂອງ​ເຂົາ​ຈີ່, ຊຶ່ງ​ເປັນ​ອາ​ຫານ​ຫລັກ​ຂອງ​ປະ​ເທດນັ້ນ. ການ​ເດີນ​ຂະ​ບວນດັ່ງ​ກ່າວ​ໄດ້​ຖືກ​ບັງ​ຄັບ​ໃຫ້​ສະ​ຫລາຍ​ຕົວ​ໂດຍ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ຊູ​ດານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG