ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາເຈົ້າໜ້າທີ່ ລັດຖະບານ ຊູດານ ຖືກກັກຂັງ, ສັນຍານອິນເຕີແນັດ ແລະ ສະໜາມບິນຖືກປິດ ໃນສິ່ງທີ່ປາກົດວ່າ ຈະເປັນການກໍ່ລັດຖະປະຫານ


ຜູ້ປະທ້ວງຊາວ ຊູດານ ຈູດຕີນລົດເພື່ອຕັນຖະໜົນທີ 60 ໃນນະຄອນຫຼວງ ຄາທູມ. 25 ຕຸລາ, 2021.
ຜູ້ປະທ້ວງຊາວ ຊູດານ ຈູດຕີນລົດເພື່ອຕັນຖະໜົນທີ 60 ໃນນະຄອນຫຼວງ ຄາທູມ. 25 ຕຸລາ, 2021.

ນາຍົກລັດຖະມົນຕີ ຊູດານ ທ່ານ ອັບດາລລາ ຮາມດັອກ ແມ່ນໄດ້ຖືກກັກຂັງຢູ່ໃນບ້ານໃນສິ່ງທີ່ປາກົດວ່າຈະເປັນການກໍ່ລັດຖະປະຫານທະຫານ, ອີງຕາມການລາຍງານຂອງໂທລະພາບໃນທ້ອງຖິ່ນ.

ໂດຍອ້າງເຖິງແຫຼ່ງຂ່າວໃນຄອບຄົວນັ້ນ, ອົງການຂ່າວຣອຍເຕີ ໄດ້ລາຍງານວ່າກອງກຳລັງທະຫານໄດ້ບຸກເຂົ້າໄປໃນທີ່ພັກອາໄສຂອງນາຍົກລັດຖະມົນຕີໃນຕອນເຊົ້າມື້ນີ້. ສະມາຊິກຄະນະລັດຖະ ມົນຕີ 4 ຄົນ ແລະ ສະມາຊິກພົນລະເຮືອນນຶ່ງຄົນຂອງສະພາອະທິປະໄຕທີ່ກຳລັງປົກຄອງປະເທດກໍຖືກຈັບເຊັ່ນກັນ, ອີງຕາມໂທລະພາບ ອາລ-ຮາດາດ.

ບັນດາຜູ້ນຳພັກ ແລະ ບັນດາເຈົ້າໜ້າທີ່ລັດຖະບານເພີ່ມເຕີມແມ່ນໄດ້ຖືກກັກຂັງໃນຂະນະທີ່ສັນ ຍານອິນເຕີແນັດໃນນະຄອນຫຼວງ ຄາທູມ ຂອງ ຊູດານ, ແມ່ນໄດ້ຖືກມອດ, ອີງຕາມບັນດານັກຂ່າວ ແລະ ນັກເຄື່ອນໄຫວຢູ່ພາກພື້ນດິນ. ສະໜາມບິນສາກົນຂອງ ຊູດານ ແມ່ນໄດ້ຖືກປິດ, ອີງຕາມລາຍງານຕ່າງໆ.

ທ່ານ ອິສມາອິລ ຄັສຄັສ, ນັກຂ່າວອິດສະຫຼະ ແລະ ອະດີດນັກຂ່າວ ອາຟຣິກາ ຕາເວັນອອກ ຂອງໜັງສືພິມ ນິວຢອກ ໄທມສ໌ ໄດ້ກ່າວວ່າ “ພວກຜູ້ທີ່ສະໜັບສະໜູນການເຂົ້າຍຶດອຳນາດໂດຍທະ ຫານຈະໂຕ້ຖຽງວ່າ ນີ້ແມ່ນ “ການແກ້ໄຂ” ເສັ້ນທາງຂອງການປະຕິວັດ, ແຕ່ຂ້າພະເຂົ້າຄິດວ່າຫຼາຍຄົນຜູ້ທີ່ມີຈິດໃຈກຽມພ້ອມສຳລັບການໂອນອຳນາດໄປສູ່ການປົກຄອງຢ່າງເຕັມທີ່ໂດຍພົນລະ ເຮືອນນັ້ນຈະເຫັນວ່ານີ້ແມ່ນຄວາມລົ້ມແຫຼວຢ່າງແນ່ນອນ. ຂ້າພະເຈົ້າເຫັນວ່ານີ້ແມ່ນຄວາມລົ້ມແຫຼວສຳລັບການຫັນໄປສູ່ປະຊາທິປະໄຕ.”

ທ່ານ ຮາມດັອກ, ນັກເສດຖະສາດ ແລະ ນັກການທູດຜູ້ທີ່ໄດ້ເຮັດວຽກໃຫ້ອົງການສະຫະປະຊາ ຊາດ, ໄດ້ຖືກຕັ້ງໃຫ້ເປັນນາຍົກລັດຖະມົນຕີຂ້າມຜ່ານຂອງປະເທດໃນເດືອນສິງຫາປີ 2019. ທ່ານໄດ້ນຳພາລັດຖະບານຊົ່ວຄາວທີ່ໄດ້ເຂົ້າກຳອຳນາດລຸນຫຼັງການຂັບໄລ່ຜູ້ນຳຜະເດັດການທີ່ກຳຕຳ ແໜ່ງມາດົນນານ ທ່ານ ໂອມາ ອາລ-ບາເຊີ ຜູ້ທີ່ໄດ້ຖືກຈັບກຸມໃນລະຫວ່າງການປະທ້ວງຢ່າງກວ້າງຂວາງໃນຖະໜົນ. ປະເທດດັ່ງກ່າວແມ່ນກຳລັງກະກຽມສຳລັບການເລືອກຕັ້ງໃນທ້າຍປີໜ້າ, ແລະ ພາຍໃຕ້ລັດຖະທຳມະນູນນັ້ນ, ທ່ານ ຮາມດັອກ ແມ່ນຖືກຫ້າມບໍ່ໃຫ້ລົງແຂ່ງຂັນ.

ແຕ່ທ່ານ ຮາມດັອກ ແມ່ນໄດ້ປະເຊີນກັບການຄັດຄ້ານຢ່າງຮຸນແຮງຈາກຫຼຍາພາກສ່ວນຂອງກອງ ທັບຂອງປະເທດ. ໃນວັນທີ 21​ ກັນຍາທີ່ຜ່ານມາ, ກອງກຳລັງທີ່ຈົງຮັກພັກດີຕໍ່ທ່ານ ອາລ-ບາເຊີ ໄດ້ໃຊ້ລົດຖັງເພື່ອຕັນຂົວທີ່ສຳຄັນແຫ່ງນຶ່ງ ແລະ ໄດ້ພະຍາຍາມທີ່ຈະຍຶດອຳນາດ. ການກໍ່ລັດຖະປະ ຫານດັ່ງກ່າວແມ່ນໄດ້ຖືກປາບປາມ ແລະ ທະຫານຫຼາຍສິບຄົນໄດ້ຖືກຈັບ.

XS
SM
MD
LG