ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພົນ​ລະ​ເຮືອນ​ຊູ​ດານ ຖືກ​ຂ້າ​ແລະ​ຍິງ​ຕາຍ ຂະ​ນະ​ທີ່​​ຫຼົບ​ໜີ​ຈາກ​ເມືອງແຫ່ງ​ນຶ່ງ​ໃນ​ເຂດ​ດາ​ຟົວ

ສົບ​ຄົນ​ຕາຍ​ທີ່​ຖືກ​ປົກ​ໄວ້ ສາ​ມາດ​ແນມ​ເຫັນ​ໃກ້ໆ​ກັບ​ລົດ​ຫຸ້ມ​ເກາະ​ທະ​ຫານ​ຄັນ​ນຶ່ງ ຢູ່​ຕາມ​ຫົນ​ທາງ​ທີ່​ເມືອງ​ແອ​ລ​ເຈ​ເນ​ນາ ຊຶ່ງ​ເປັນ​ເມືອງ​ເອກ​ຂອງ​ເຂດ​ດາ​ຟົວ​ຕາ​ເວັນ​ຕົກ ເມື່ອ​ວັນ​ທີ 16 ມິ​ຖຸ​ນາ 2023.

ພົນ​ລະ​ເຮືອ​ນ​ຊາວ​ຊູ​ດານ​ໃນ​ຈຳ​ນວນ​ເພີ້ມ​ຂຶ້ນ ​ທີ່ພາ​ກັນ​ຫລົບ​ໜີ​ຈາກ​ເມືອງ​ແອ​ລ​ເຈ​ເນ​ນາ (Geneina) ໃນ​ເຂດ​ດາ​ຟົວ​ ທີ່​ໄດ້​ຖືກ​ໂຈມ​ຕີ​ຫຼາຍ​ຮອບ​ໂດຍທະ​ຫານ​ບ້ານ ໄດ້​ຖືກ​ຂ້າ​ຫຼື​ບໍ່​ກໍ​ຍິງ​ຕາຍ​ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ຫຼົບ​ໜີ​ດ້ວຍ​ການ​ຍ່າງໄປ​ຍັງ​ປະ​ເທດ​ຊາດນັບ​ແຕ່​ອາ​ທິດ​ແລ້ວນີ້​ເປັນ​ຕົ້ນ​ມາ ພວກ​ທີ່​ເຫັນ​ເຫດ​ການ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຄວາມ​ຮຸນ​ແຮງ​ທີ່​ເມືອງ​ແອ​ລເຈ​ເນ​ນາ ໃນ​ຮອບ​ສອງ​ອາ​ທິດ​ທີ່​ຜ່ານ​ມາ ແມ່ນ​ໄດ້​ມີ​ຂຶ້ນ​ໂດຍ​ກຸ່ມ​ທະ​ຫານ​ບ້ານຈາກ​ພວກ​ຊົນ​ເຜົ່າ​ອາ​ຣັບ​ເຄື່ອນ​ທີ່ ພ້ອມ​ກັບ​ສະ​ມາ​ຊິກ​ຂອງ​ກຸ່ມ​ກຳ​ລັງ​ສະ​ໜັບ​ສະ​ໜຸນ​ເຄື່ອນ​ທີ່​ໄວ RSF ​ຊຶ່ງ​ເປັນ​ກຸ່ມ​ທະ​ຫານ​ທີ່​ພົວ​ພັນ​ໃນ​ການ​ຍາດ​ຊິງ​ອຳ​ນາດ ກັບ​ກອງ​ທັບ​ຊູ​ດານ​ ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ທີ່​ເຫັນ​ເຫດ​ການ ແລະ​ພວກ​ນັກ​ເຄື່ອນ​ໄຫວ​ກ່າວ.

ຜູ້​ຄົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ການ​ຄຸ້​ມ​ກັນ ໃກ້​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ທີ່​ເມືອງ​ແອ​ລ​ເຈ​ເນ​ນາເມື່ອ​ວັນ​ທີ 14 ມິ​ຖຸ​ນາ​ຜ່ານ​ມາ ແຕ່​ໄດ້​ຖືກ​ຂັດ​ຂວາງ ອີງ​ຕາມ​ທ້າວ​ອີບ​ຣາ​ຮິມຊາວ​ເມືອງ​ຄົນ​ນຶ່ງ​ທີ່​ສາ​ມາດ​ເດີນ​ທາງ​ໄປ​ຮອດ​ເມືອງ​ອາ​ເດ​ຣ ຊຶ່ງ​ເປັນ​ເມືອງ​ຊາຍ​ແດນ​ຂອງ​ຊາດ ປະ​ມານ 27 ກິ​ໂລ​ແມັດ​ຫ່າງ​ຈາກ​ເມືອງ​ແອ​ລ​ເຈ​ເນ​ນາ.

“ໃນ​ທັນ​ທີ​ທັນ​ໃດ ພວກ​ທະ​ຫານ​ບ້ານ​ກໍ​ອອກ​ມາແລະ​ກໍ​ຍິງ​ປືນ​ກາດ​ໃສ່​ປະ​ຊາ​ຊົນ” ລາວ​ກ່າວ​ໂດຍ​ຜ່ານ​ທາງ​ໂທ​ລະ​ສັບ ໂດຍ​ຂໍ​ໃຫ້​ເອີ້ນ​ຊື່​ລາວ ແຕ່​ພຽງ​ຊື່​ທຳ​ອິດ​ເທົ່າ​ນັ້ນ. “ພວກ​ເຮົາ​ຕື່ນ​ຕົກ​ໃຈ ໂດຍ​ທີ່​ປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ​ພາ​ກັນ​ແລ່ນ​ກັບ​ຄືນ. ມີປະ​ຊາ​ຊົນຫຼາຍໆ​ຄົນ​ຖືກ​ຂ້າ​ຕາຍ. ພວກ​ເຂົາ​ຖືກ​ຢຽບ​ຕາຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ແຟ້ມ - ຄອບ​ຄົວ​ຊາວ​ຊູ​ດານ​ ທີ່​ພາ​ກັນຫຼົບ​ໜີຈາກ​ເຂດ​ດາ​ຟົວ​ຂອງ​ຊູ​ດານ ຜ່ານ​ທະ​ເລ​ຊາຍ ໄປ​ຫາ​ຊາຍ​ແດນ​ທີ່​ຕິດ​ກັບ​ປະ​ເທດ​ຊາດ ເພື່ອ​ລີ້​ໄພ​ທີ່​ເມືອງ​ກຸນ​ກົວ ໃນ​ປະ​ເທດ​ຊາດ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2023.
ແຟ້ມ - ຄອບ​ຄົວ​ຊາວ​ຊູ​ດານ​ ທີ່​ພາ​ກັນຫຼົບ​ໜີຈາກ​ເຂດ​ດາ​ຟົວ​ຂອງ​ຊູ​ດານ ຜ່ານ​ທະ​ເລ​ຊາຍ ໄປ​ຫາ​ຊາຍ​ແດນ​ທີ່​ຕິດ​ກັບ​ປະ​ເທດ​ຊາດ ເພື່ອ​ລີ້​ໄພ​ທີ່​ເມືອງ​ກຸນ​ກົວ ໃນ​ປະ​ເທດ​ຊາດ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2023.
XS
SM
MD
LG