ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

53 ຄົນ ເສຍຊີວິດ ໃນການປະທະກັນ ລະຫວ່າງຊົນເຜົ່າ ຢູ່ຊູແດນ


ອີງຕາມ UNAMID ຜູ້ຍິງ, ເດັກນ້ອຍ ແລະຜູ້ເຖົ້າ ໄດ້ພາກັນ ຫລົບໜີໄປຢູ່ສູນອົບພະຍົບຫລາຍແຫ່ງ ຍ້ອນການປະທະກັນ ລະຫວ່າງກຸ່ມຊົນເຜົ່າອາຣັບ ທີ່ແຂ່ງຂັນກັນຢູ່ ໃນເຂດ Darfur.
ອີງຕາມ UNAMID ຜູ້ຍິງ, ເດັກນ້ອຍ ແລະຜູ້ເຖົ້າ ໄດ້ພາກັນ ຫລົບໜີໄປຢູ່ສູນອົບພະຍົບຫລາຍແຫ່ງ ຍ້ອນການປະທະກັນ ລະຫວ່າງກຸ່ມຊົນເຜົ່າອາຣັບ ທີ່ແຂ່ງຂັນກັນຢູ່ ໃນເຂດ Darfur.
ການປະທະກັນລະຫວ່າງກຸ່ມຊົນເຜົ່າອາຣັບ ທີ່ແຂ່ງຂັນກັນຢູ່
ໃນເຂດ Darfur ຂອງຊູແດນ ໄດ້ເຮັດໃຫ້ຢ່າງໜ້ອຍ 53 ຄົນ
ເສຍຊີວິດ.

ປະຊາຊົນທີ່ອາໄສໃນເຂດນັ້ນ ແລະຫົວໜ້າຊົນເຜົ່າທ່ານນຶ່ງ
ເວົ້າວ່າ ພວກນັກລົບທີ່ຕິດອາວຸດຢ່າງໜັກ ຈາກຊົນເຜົ່າ
Rizeigat ໄດ້ເປີດສາກໂຈມຕີ ເມືອງ El Sireaf ໃນວັນ
ເສົາວານນີ້.

ອົງການຂ່າວຝຣັ່ງເວົ້າວ່າ ພວກທໍາການໂຈມຕີທີ່ຕິດອາວຸດສົງ
ຄາມ ໄດ້ຈູດເຜົາບ້ານເຮືອນຫລາຍສິບຫລັງ.

ຄວາມເຄັ່ງຕຶງລະຫວ່າງກຸ່ມອາຣັບທີ່ເປັນຄູ່ແຂ່ງກັນ ໄດ້ເພີ້ມທະ
ວີຂຶ້ນໃນ ຊຸມເດືອນມໍ່ໆ ມານີ້.

ໃນເດືອນມັງກອນຜ່ານມາ ຜູ້ຕາງໜ້າຂອງກອງກໍາລັງຮັກສາຄວາມສະຫງົບຮ່ວມສະຫະ
ປະຊາຊາດ ແລະສະຫະພາບອາຟຣິກາ ຢູ່ໃນເຂດ Darfur ຫລື UNAMID ເວົ້າວ່າ ການ ຕໍ່ສູ້ກັນເພື່ອຍາດເອົາບໍ່ຄໍາຢູ່ໃນພາກເໜືອຂອງເຂດ Darfur ໄດ້ສົ່ງຜົນ ໃຫ້ 7 ແສນ ຄົນ ຕ້ອງອົບພະຍົບຫລົບໜີ.

ຖະແຫລງການສະບັບນຶ່ງຂອງກອງກໍາລັງ UNAMID ເວົ້າວ່າຕົວເລກຂອງ ລັດຖະບານ ສະແດງໃຫ້ເຫັນວ່າ ຫລາຍກວ່າ 100 ຄົນ ຖືກສັງຫານ ໃນການກໍ່ຄວາມວຸ້ນວາຍດັ່ງກ່າວ.
XS
SM
MD
LG