ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ສປຊ ກ່າວຫາຊູດານໃຕ້ ໃຊ້ຄວາມຮຸນແຮງ ທີ່ໂຫດຮ້າຍ ຕໍ່ພວກເດັກນ້ອຍ


ທະຫານຊູດານໃຕ້ຄົນນຶ່ງ ຢືນຢູ່ໃກ້ໆປືນກົນ ທີ່ຕິດໃສ່ລົດກະບະ ໃນເມືອງ Malakal ປະມານ 500 ຫຼັກກິໂລແມັດ ຫ່າງຈາກ ນະຄອນຫຼວງ Juba ໄປທາງຕາເວັນອອກສຽງເໜືອ.

ອົງການ​ UNICEF ກ່າວ​ວ່າ ຢ່າງ​ໜ້ອຍ​ ມີເດັກ​ນ້ອຍ 129 ຄົນ​
ໄດ້​ເສຍ​ຊີວິດ​ໃນລະຫວ່າງ​ການ​ບຸກໂຈມຕີ​ຂອງລັດຖະບານ ຕໍ່
​ກຳລັງ​ກະບົດ​ໃນຊູດ​ານ​ໃຕ້ ​ເມື່ອເດືອນ​ແລ້ວ​ນີ້.

ຜູ້ອຳນວຍການອົງການ UNICEF ທ່ານ Anthony Lake
ກ່າວ​ວ່າ ບັນດາ​ຜູ້​ລອດ​ຊີ​ວິດມາໄດ້ ລາຍ​ງານ​ວ່າ ພວກ​ເດັກ
ນ້ອຍ​ຜູ້​ຊາຍ​ໄດ້​ຖືກ​ຕອນ ​ແລະ​ປ່ອຍ​ໃຫ້​ເລືອດ​ໄຫລ​ອອກ ​ໃນ
​ຂະນະ​ທີ່ເດັກນ້ອຍ​ຜູ້ຍິງ​ທີ່ມີອາຍຸຕ່ຳເຖິງ 8 ປີ ​ໄດ້​ຖືກ​ຂົ່ມຂືນ
ໝູ່ ​ແລະ​ຂ້າຖິ້ມ.

ທ່ານ​ກ່າວ​ວ່າ ​ພວກເດັກ​ນ້ອຍ​ອຶ່ນໆ ​ມີ​ລາຍ​ງານ​ວ່າ ​ໂຍນ​ເຂົ້າ
​ຕຶກ​ທີ່​ຖືກ​ໄຟ​ໄໝ້.

ທ່ານ​ Lake ກ່າວ​ວ່າ “​ເພື່ອເຫັນແກ່ມະນຸດ​ສະ​ທຳ ​ແລະຄວາມເໝາະສົມໂດຍ ທົ່ວໄປ
ແລ້ວ ການກໍ່ຄວາມ​ຮຸນ​ແຮງຕໍ່ຜູ້​ໄຮ້​ດຽງສາ​ຕ້ອງໄດ້​ຢຸດ​ເຊົາ.”

ຊູດ​ານ​ໃຕ້ ​ໄດ້​ສູ້​ລົບ​ກັບ​ພວກ​ກະບົດ ນຳພາ​ໂດຍ ອະດີດຮອງ​ປະທານາທິບໍດີ ນັບ​ແຕ່​
ເດືອນ​ທັນ​ວາ ປີ 2013 ເປັນຕົ້ນມາ ​ເວລາ​ມີ​ການແຕກ​ແຍກລະຫວ່າງ​ກອງທັບ​ໃນນະ
ຄອນຫລວງ Juba ຕໍ່​ມາ​ໄດ້​ມີການນອງ​ເລືອດຢ່າງຮຸນ​ແຮງເພີ້ມ​ຂື້ນຢູ່ໃນ​ທົ່ວ​ປະ​ເທດ.

ອົງການ UNICEF ​ກະປະມານ​ວ່າ ມີ​ເດັກນ້ອຍຈຳນວນ 13,000 ຄົນ​ໄດ້​ຖືກ​ບັງຄັບ​
ໃຫ້​ເຂົ້າ​ຮ່ວມບັນຫາຂັດ​ແຍ້​ງ.

ທ່ານ​ Lake ກ່າວ​ວ່າ “ວາດ​ພາບ​ເບິ່ງວ່າ ດ້ານຈິດຕະວິທະຍາ ​ແລະ​ຜົນ​ສະ ທ້ອນທາງ​
ດ້ານຮ່າງກາຍຕໍ່​ພວກ​ເດັກນ້ອຍ​ເຫລົ່າ​ນີ້ ບໍ່​ພຽງແຕ່ຄວາມ​ຮຸນ​ແຮງທີ່​ໄດ້ມີຕໍ່ພວກ​ເຂົາ
​ເຈົ້າ ​ແຕ່ຍັງ​ມີ​ຄວາມ​ຮຸນ​ແຮງ​ທີ່ ​ເຂົາ​ເຈົ້າ​ຖືກ​ບັງ​ຄັບ​ໃຫ້​ເຮັດ​ແກ່ຄົນ​ອື່ນໆດ້ວຍ.”

ບັນດາ​ກຸ່ມ​ສີ້​ງຊອມ ​ໄດ້​ກ່າວ​ຫາ​ທັງ​ສອງ​ຝ່າຍວ່າ ຕ່າງກໍໄດ້ລະເມີດສິດທິມະນຸດ ຢ່າງ
ຮ້າຍແຮງ​ຕໍ່​ພົນລະ​ເຮືອນ.

XS
SM
MD
LG