ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ສະຫະລັດປະນາມກຸງຄາທູມ ທີ່ບຸກໂຈມຕີພາກໃຕ້ຊູແດນ


ທ່ານນາງ Susan Rice ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສະຫະປະຊາຊາດເດີນທາງໄປຮອດສະໜາມບິນກຸງ Khartoum, ວັນທີ 21 ພຶດສະພາ 2011, ໃນຖານະຜູ້ແທນສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ.




















ສະຫະລັດ​ໄດ້​ປະນາມ​ລັດຖະບານ​ຊູ​ແດນ​ ທີ່​ໄດ້​ສົ່ງ​ທະຫານ​ໄປ​ໂຈມ​ຕີ​ແລະເຂົ້າ​ຄວບ​ຄຸມ​ເມືອງ
ບໍ່​ນໍ້າມັນແຫ່ງ​ນຶ່ງ ​ທີ່ເຂດປົກຄອງ​ຕົນ​ເອງ​ໃນ​ພາກ​ໃຕ້ຂອງ​ຊູ​ແດນ​ ​ໄດ້ອ້າງ​ເອົາ​ກໍາມະ​ສິດ​ນັ້ນ.

ທໍານຽບຂາວໄດ້ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້ປະນາມ​ການ​ບຸກ​ໂຈມ​ຕີ​
ຂອງ​ກອງທັບ​ຊູ​ແດນ​ຕໍ່​ເມືອງ Abyei ​ແລະດໍາລັດ​ຂອງ​ປະທານາທິບໍດີ​ຊູ​ແດນ​ສະບັບ​ນຶ່ງ​ ທີ່​
ຍຸບ​ລັດຖະບານ​ເມືອງດັ່ງກ່າວ​ນັ້ນ.

ຖະ​ແຫລ​ງການ​ຂອງ​ສະຫະລັດ​ໄດ້​ກ່າວ​ຫາ​ລັດຖະບານ​ກາງ​ຂອງ​ຊູ​ແດນ ທີ່ນະຄອນຫລວງ
ຄາ​ທູມ (Khartoum) ວ່າ ​ເປັນ​ການລະ​ເມີດ​ຢ່າງ​ຈະ​ແຈ້ງ​ຂອງ​ຂໍ້​ຕົກລົງ​ສັນຕິພາບ​ທີ່​ໄດ້​ເຊັນ
ກັບເຂດ​ປົກຄອງ​ຕົນ​ເອງໃນພາກ​ໃຕ້ນັ້ນ ​ແລະ​ບ່ອນທໍາລາຍ​ຄໍາ​ໜັ້ນສັນຍາ​ທີ່​ທັງ​ສອງ​ຝ່າຍ​
ໄດ້​ໃຫ້​ໄວ້​ທີ່​ວ່າ​ຈະ​ຫລີກ​ລ່ຽງ​ການ​ກັບ​ຄືນໄປ​ສູ່ສົງຄາມກາງ​ເມືອງນັ້ນ. ລັດຖະບານ​ໃນນະ
ຄອນຫລວງ Khartoum ​ແລະ​ເຂດ​ພາກ​ໃຕ້​ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ວ່າ ຜູ້​ໃດ​ຫລື
ຝ່າຍ​ໃດ​ຄວນ​ຄວບ​ຄຸມ​ເມືອງ Abyei ຫລັງ​ຈາກທີ່​ພາກ​ໃຕ້ແຍກ​ໂຕອອກ​ໄປ ​ໃນ​ວັນ​ທີ 9 ກໍ
ລະກົດປີ​ກາຍ​ນີ້ ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງຂໍ້​ຕົກລົງ​ສັນຕິພາບ​ນັ້ນ.

ໂທລະ​ພາຍ​ແຫ່ງ​ລັດ​ຊູ​ແດນ​ກ່າວ​ວ່າ ກອງທັບຂອງ​ພາກ​ເໜືອຊູ​ແດນ​ໄດ້​ຍຶດ​ເອົາ​ເມືອງ Abyei
ໃນ​ເຊົ້າ​ວັນ​ເສົາ​ວານ​ນີ້ ​ຫລັງ​ຈາກສູ້​ລົບ​ກັນກັບກໍາລັງ​ຂອງພາກ​ໃຕ້​. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ
ປະຊາ​ຊາດ​ໃນກຸງຄາ​ທູມ ​ໄດ້​ຢືນຢັນ​ຂໍ້​ກ່າວ​ອ້າງ​ທີ່​ວ່າ​ນີ້ ​ແລະ​ກ່າວ​ວ່າ ​ເວລາ​ນີ້ ມີລົດ​ຖັງ​ຂອງ
ພາກ​ເໜືອຊູ​ແດນ ຢ່າງ​ນ້ອຍ 10 ຄັນ ​ທໍາ​ການ​ລາດຕະ​ເວນຢູ່ໃນເມືອງ​ດັ່ງກ່າວ. ທ່ານຄຸຍ
ເດີເຊີຣຸກ (Kouider Zerrouk) ​ໂຄສົກ​ສະຫະ​ປະຊາ​ຊາດ​ຍັງ​ກ່າວ​ອີກ​ວ່າ ລູກປືນ​ໃຫຍ່​ລູກ​
ນຶ່ງ​ໄດ້​ຕົກ​ໃສ່​ບໍລິ​ເວນ​ຂອງສະຫະ​ປະຊາ​ຊາດ​ໃກ້​ເມືອງ Abyei ນັ້ນ ​ແຕ່​ບໍ່​ໄດ້​ສ້າງ​ຄວາມ​ເສຍ​
ຫາຍຫລືຜູ້​ບາດ​ເຈັບ​ເສຍ​ຊີວິດ ​ແຕ່​ປະການ​ໃດ.

ທ່ານຟີ​ລິບ ເອ​ເກີ້ (Philip Aguer) ​ໂຄສົກ​ກອງທັບ​ພາກ​ໃຕ້​ຊູ​ແດນ ກ່າວ​ວ່າ ພວກ​ເຮືອ​
ບິນ​ລົບ​ຂອງ​ພາກ​ເໜືອ​ໄດ້​ຖິ້ມ​ລະ​ເບີດ​ໃສ່​ເມືອງ Abyei ​ເປັນ​ມື້​ທີ​ສອງໃນ​ວັນ​ເສົາ​ວານ​ນີ້ໂດຍ ​
ຕົກຖືກ 4 ໝູ່​ບ້ານດ້ວຍ​ກັນ ​ແຕ່ທ່ານ​ບໍ່​ໄດ້​ແຈ້ງ​ຂ່າວໃຫ້​ຊາບ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ ຜູ້
ບາດເຈັບ​ແລະ​ລົ້ມ​ຕາຍ​.

XS
SM
MD
LG