ສະຫະລັດໄດ້ປະນາມອັນທີ່ກ່າວວ່າ ການປາບປາມຢ່າງຮຸນແຮງຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ໄດ້ແຜ່ລາມອອກໄປສູ່ຫຼາຍເຂດຂອງປະເທດທີ່ຕັ້ງຢູ່ໃນທະວີບອາຟຣິກາຕາເວັນອອກແຫ່ງນີ້.
ການປະທ້ວງໄດ້ເລີ້ມຂຶ້ນໃນນະຄອນຫຼວງ Khartoum ໄດ້ເກືອບ 2 ສັບປະດາຜ່ານມາເວລາມີແຕ່ພວກນັກສຶກສາເທົ່ານັ້ນທໍາການປະທ້ວງຕໍ່ການເອົາມາດຕະການປະຢັດມັດທະຍັດ ທີ່ໄດ້ວາງແຜນໄວ້ຂອງລັດ ຖະບານ ແລະລາຄາສິນຄ້າໄດ້ຖີບໂຕສູງຂຶ້ນຢ່າງໄວນັ້ນ.
ຄວາມວຸ້ນວາຍໄດ້ແຜ່ລາມອອກໄປຢ່າງໄວເປັນການປະທ້ວງທີ່ໃຫຍ່ຂຶ້ນແລະຮຸນແຮງຂຶ້ນໃນທົ່ວນະຄອນຫຼວງ ແລະໃນຫຼາຍເຂດຂອງປະເທດ. ພວກກໍາລັງຮັກສາຄວາມສະຫງົບຂອງຊູດານໄດ້ທໍາການຕອບໂຕ້ຢ່າງໜັກໂດຍໃຊ້ລະເບີດນໍ້າຕາແລະໄມ້ຄ້ອນຕໍ່ພວກປະທ້ວງທີ່ໄດ້ທໍາການຕອບໂຕ້ໂດຍການແກວ່ງກ້ອນຫິນແລະຈູດເຜົາຢາງລົດຢູ່ຕາມຖະໜົນຫົນທາງສາຍຕ່າງໆ.
ທ່ານນາງ Victoria Nuland ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ ໄດ້ມີລາຍງານຂ່າວວ່າພວກປະທ້ວງໄດ້ຖືບທຸບຕີ ພ້ອມທັງຖືກຈັບຂັງແລະທາລຸນຢ່າງຮ້າຍແຮງເວລາຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານນັ້ນ. ທ່ານນາງ Nuland ກ່າວຕື່ມວ່າ ການປາບປາມພວກປະທ້ວງຈະບໍ່ແກ້ໄຂວິກິດ ການເສດຖະກິດໃນຊູດານໄດ້. ທ່ານນາງໄດ້ຮຽກຮ້ອງໃຫ້ຊູດານປ່ອຍ ໂຕພວກທີ່ຖືກຈັບກຸມໄວ້ນັ້ນທັງໝົດໃນທັນທີ.