ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຊາວ​ຊູ​ດານ​ ໂຮມ​ຕົວ​ກັນ ເພື່ອ​ປະ​ທ້ວງ ເຮັດ​ໃຫ້ລັດ​ຖະ​ບານ ເປັນ​ອຳ​ມະ​ພາດ


ກອງ​ໄຟ ທີ່​ເຫັນ​ນັ້ນ ແມ່ນ​ການ​ຈູດ​ເຜົາ ຕາມ​ຖະ​ໜົນ​ຫົນ​ທາງ
ໃນ​ຂະ​ນະ​ທີ່​ມີ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ຂຶ້ນ​ລາ​ຄາຄ່າ​ອາ​ຫານ ໃນ​ອັດ​ບາ​ຣາ, ລັດ​ແມ່​ນ້ຳ ໄນ​ລ, ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ, 20 ທັນ​ວາ 2018.
ກອງ​ໄຟ ທີ່​ເຫັນ​ນັ້ນ ແມ່ນ​ການ​ຈູດ​ເຜົາ ຕາມ​ຖະ​ໜົນ​ຫົນ​ທາງ ໃນ​ຂະ​ນະ​ທີ່​ມີ​ການ​ປະ​ທ້ວງ ຕໍ່​ຕ້ານ​ການ​ຂຶ້ນ​ລາ​ຄາຄ່າ​ອາ​ຫານ ໃນ​ອັດ​ບາ​ຣາ, ລັດ​ແມ່​ນ້ຳ ໄນ​ລ, ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ, 20 ທັນ​ວາ 2018.

​ສະ​ຫະ​ພັນ​ປະ​ສົມ ໃນ​ຊູ​ດານ ກ່າວ​ວ່າ ຕົນຈະ​ເຮັດ​ໃຫ້ລັດ​ຖະ​ບານ “ເປັນ​ອຳ​ມະ
​ພາດ”
ດ້ວຍ​ອັນ​ທີ່​ຕົນ​ເອີ້ນ​ວ່າ ເປັນ​ການ​ບັດ​ຢູດ​ງານ.

ພວກ​ທ່ານ​ໝໍ ແລະ​ພະ​ນັກ​ງານ​ທັງ​ຫຼາຍ​ໃນໂຮງ​ພະ​ຍາ​ບານ ວາງ​ແຜນ​ທີ່​ຈະ​ຢຸດ​ງານ
ໃນ​ວັນ​ຈັນ​ມື້​ນີ້ ແລະ​ຈະ​ປະ​ຕິ​ບັດ​ງານ ໃນ​ກໍ​ລະ​ນີ​ສຸກ​ເສີນ​ເທົ່າ​ນັ້ນ.

​ກຸ່ມ​ພັນ​ທະ​ມິດ​ປະ​ສົມດັ່ງ​ກ່າວ ຮຽກ​ຮ້ອງ​ໃຫ້​ຊາວ​ຊູ​ດານ ໃຫ້​ທຳ​ການ​ປະ​ທ້ວງ​ຕາມ​
ຖະ​ໜົນ​ຫົນ​ທາງຕໍ່​ຕ້ານ​ລັດ​ຖະ​ບານ ບາ​ເຊຍ​ຣ໌, ທີ່​ໄດ້ມີ​ຂຶ້ນ​ໃນ​ສັບ​ປະ​ດາ​ແລ້ວ​ນີ້ ​
ຍ້ອນການ​ຂາດ​ແຄນດ້ານ​ອາ​ຫານ ແລະ​ນ້ຳມັນ​ເຊື້ອ​ໄຟ ແລະ​ການ​ຂຶ້ນ​ລາ​ຄາ​ຂອງ
​ເຂົ້າ​ໜົມຈີ່ ຢ່າງ​ໃຫຍ່.

ພວກ​ຕຳ​ຫຼວດ ໄດ້ໃຊ້ແກັ່ສ​ນ້ຳ​ຕາ ​ສີດໃສ່​ພວກ​ປະ​ທ້ວງ ທີ່​ໄດ້​ຮວມ​ຕົວ​ກັນ​ຈາກ​ສະ​ໜາມ​
ກິ​ລາ ໃນ​ເມືອງ ໂອມ​ດູ​ມານ ໃນ​ວັນ​ອາ​ທິດ​ວານ​ນີ້ ທີ່​ໄດ້​ພາ​ກັນ​ໂຮ​ຮ້ອງວ່ “​ເສ​ລີ​ພາບ ຫຼື Freedom” ແລະ “​ປະ​ຊາ​ຊົນຜູ້​ຄົນ​ຕ້ອງ​ການ​ທີ່​ຈະ​ໂຄ່ນ​ລົ້ມ​ລະ​ບອບ​ການ​ປົກ​ຄອງ​ນີ້.”

ພວກ​ປະ​ທ້ວງ​ທັງ​ຫຼາຍ ໃນ​ເມືອງ​ອື່ນໆ ​ໄດ້​ພາ​ກັນ​ກີດ​ກັນ​ຖະ​ໜົນ​ຫົນ​ທາງ​ແລະ​ຈູດ
​ເຜົາ​ຢາງ​ລົດ.

ມີ​ລາຍ​ງານ​ເຖິງ​ການຕາຍ​ຂອງ​ຜູ້​ຄົນ​ ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ມີ​ລະ​ຫວ່າງ 8 ຫາ 22 ຄົນ.

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ຖິ້ມ​ໂທດ​ໃສ່​ພວກ​ປະ​ທ້ວງ ໃນ​ອັນ​ທີ່​ເອີ້ນ​ວ່າ ພວກ​ທີ່ແຊກ​ຊຶມ
ແລະ​ພວກ​ກໍ່​ກວນ​ທຳ​ລາຍ.

ການ​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວິດ​ເຕີ​ຣ໌ ຈາກ​ອົງ​ການ​ຂ່າ​ວ​ຂອງ​ລັດ ກ່າວ​ວ່າ ກອງ​ກຳ​ລັງ
​ຊູ​ດານແມ່ນ “​ຜູ້​ຢູ່​ເວື້ອງ​ຫຼັງ​ຂອງ​ການ​ນຳ​ພາຂອງ​ຕົນ” ​ແລະຈະຮັກ​ສາ​ຄວາມ​ປອດ​ໄພ
ຂອງ​ປະ​ເທດ​ໄວ້ ດ້ວຍ​ກຽດແລະ​ສັກ​ສີ.

ປະ​ທາ​ນາ​ທິ​ບໍ​ດີ​ຊູ​ດານ ທ່ານ ໂອ​ມາ​ຣ໌ ບາ​ເຊຍ ໄດ້​ເຂົ້າ​ຢຶດ​ອຳ​ນາດ ໃນ​ປີ 1989
ດ້ວຍ​ການ​ກໍ່​ລັດ​ຖະ​ປະ​ຫານ​ທີ່​ນຳ​ພາ​ໂດຍ​ກຸ່ມ​ອິດ​ລາມ ທີ່ໂຄ່ນ​ລົ້ມ​ລັດ​ຖະ​ບານ
ທ່ານ​ຊາ​ເດກ ແອ​ລ-ມາ​ດີ, ຜູ້​ຊຶ່ງ​ຖືກ​ເລືອກ​ຕັ້ງ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕປັດ​ຈຸ​ບັນ​ນີ້
ເປັນ​ຜູ້ຝູ້​ນຳ​ຝ່າຍ​ຄ້ານ​ຂອງ​ຊູ​ດານ.

ໃນ​ອະ​ດີດ ທ່ານ​ບາ​ເຊຍ ໄດ້​ສະ​ແດງການ​ຜ່ອນ​ຜັນ​ໜ້ອຍ​ທີ່​ສຸດ ຕໍ່​ພວກຄັດ​ຄ້ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG