ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຢຸດຍິງ ໃນຊູດານ ມີ​ການ​ຕໍ່ເວລາ, ແຕ່ການໂຈມຕີຍັງດຳເນີນຕໍ່ໄປ


ຜູ້ອົງພະຍົບຈາກຊູດານນັ່ງຢູ່ໃນລົດເມຮັບສົ່ງ ຫຼັງຈາກໄປຮອດ ສະໜາມບິນ ລາຣ໌ນາກາ ຂອງປະເທດໄຊປຣັສ ດ້ວຍເຮືອບິນຂົນສົ່ງທະຫານອັງກິດ ຢູ່ ໃນວັນທີ 27 ເມສາ 2023
ຜູ້ອົງພະຍົບຈາກຊູດານນັ່ງຢູ່ໃນລົດເມຮັບສົ່ງ ຫຼັງຈາກໄປຮອດ ສະໜາມບິນ ລາຣ໌ນາກາ ຂອງປະເທດໄຊປຣັສ ດ້ວຍເຮືອບິນຂົນສົ່ງທະຫານອັງກິດ ຢູ່ ໃນວັນທີ 27 ເມສາ 2023

ເຮືອບິນລົບອາຍ​ພົ່ນຂອງຊູດານ ໄດ້ໂຈມຕີ ທີ່ຕັ້ງກອງກຳລັງທະຫານ ເຄື່ອນ​ທີ່ວ່ອງໄວ ໃນນະ​ຄອນ​ຫຼວງຄາຣ໌ທູມ ໃນວັນພະຫັດວານນີ້ ໃນຂະນະທີ່ການສູ້ລົບ ແລະການປຸ້ນສະດົມຢ່າງໜັກໜ່ວງ ໄດ້ລະເບີດຂຶ້ນຢູ່ໃນ​ເຂດດາຟົວ, ເຖິງແມ່ນວ່າກອງທັບ ແລະກຳລັງຄູ່ປໍລະປັກໄດ້ຕົກລົງທີ່ຈະຂະຫຍາຍການຢຸດຍິງກໍຕາມ.

ໃນ​ຊົ່ວ​ໂມງ​ສຸດ​ທ້າຍ​ຂອງ​ການ​ຢຸດ​ຍິງ​ເປັນ​ເວລາ 3 ວັນ ​ທີ່ຫຼົ້ມແຫຼວຊ້ຳ​ແລ້ວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ ແມ່ນ​ໄດ້​ສິ້ນ​ສຸດ​ລົງ​ໃນ​ເວລາ​ທ່ຽງ​ຄືນ, ກອງທັບຊູດານ ແລະກອງກຳລັງທະຫານເຄື່ອນ​ທີ່ວ່ອງໄວ ຫລື RSF ​ໄດ້​ປະກາດການຂະຫຍາຍ​ເວລາຢຸດຍິງ 72 ຊົ່ວ​ໂມງ ພາຍຫຼັງ​ການ​ກົດ​ດັນ​ຈາກຊາອຸດີ ອາຣາເບຍ ​ແລະສະຫະລັດ.

ໄດ້ມີຄວາມພະຍາຍາມຢຸດຍິງຫຼາຍຄັ້ງ ນັບຕັ້ງແຕ່ການສູ້ລົບໄດ້ລະເບີດຂຶ້ນ ໃນວັນທີ 15 ເດືອນເມສາ ລະຫວ່າງກອງທັບຂອງຊູດານ ນໍາພາໂດຍນາຍ​ພົນ ອັບ​ແດ​ລ ແຟດ​ຕາ ອາ​ລ-ເບີ​ຮານ ແລະກອງກຳລັງທະຫານເຄື່ອນ​ທີ່ວ່ອງໄວ ຫຼື RSF ນຳພາໂດຍອະດີດຮອງຜູ້ບັນຊາການ ທີ່ກາຍເປັນຄູ່ປໍລະປັກ ນາຍ​ພົນໂມ​ຮຳ​ເມດ ແຮມ​ດານ ​ດາ​ກາໂລ. ເຊິ່ງຄວາມພະຍາຍາມທັງຫມົດແມ່ນລົ້ມແຫລວ.

ຜູ້​ຕາງ​ໜ້າ​ຕ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຍຸຕິການສູ້ລົບ ​ໄດ້​ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່ໄດ້ຂະຫຍາຍອອກໄປ ແລະ​ຮຽກ​ຮ້ອງ​ໃຫ້​ມີການປະ​ຕິ​ບັດ​ຢ່າງຄົບຖ້ວນ.

​ໃນ​ຖະ​ແຫຼ​ງການ​ຮ່ວມ ລະຫວ່າງສະຫະພາບ​ອາ​ຟຣິກາ, ສະຫະ​ປະຊາ​ຊາດ, ຊາອຸດິ ອາຣາເບຍ, ສະຫະລັດ​ອາຣັບ​ເອເມີ​ເຣັສ, ອັງກິດ ​ແລະ ສະຫະລັດ ​ໄດ້​ຊົມ​ເຊີຍ “ຄວາມ​ພ້ອມ​ຂອງ​ສອງ​ຝ່າຍ ທີ່ຈະມີສ່ວນຮ່ວມ​ໃນ​ການ​ເຈລະຈາ​ ເພື່ອ​ກ້າວໄປສູ່ການຢຸດຍິງທີ່ຍືນຍົງ ແລະ ຮັບປະກັນ​ການ​ເຂົ້າ​ເຖິງ ​ດ້ານ​ມະນຸດສະທຳ​ທີ່​ບໍ່​ມີ​ການ​ກີດກັ້ນ".

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG