ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນຫຼວງຄາຣ໌ທູມ ​ຍັງ​ຖືກໂຈມຕີ ໃນຂະນະທີ່ມີການເຈລະຈາກັນ ຂອງ​ພັກຝ່າຍທີ່ຂັດແຍ່ງກັນ


ຜູ້ໂດຍສານທີ່ຫຼົບໜີຈາກສົງຄາມຢູ່ໃນຊູດານ ຂ້າມໄປທີ່ ອີຢິບ ຜ່ານທາງເຂດຂົນສົ່ງ Argeen ໃນວັນທີ 12 ພຶດສະພາ 2023
ຜູ້ໂດຍສານທີ່ຫຼົບໜີຈາກສົງຄາມຢູ່ໃນຊູດານ ຂ້າມໄປທີ່ ອີຢິບ ຜ່ານທາງເຂດຂົນສົ່ງ Argeen ໃນວັນທີ 12 ພຶດສະພາ 2023

ມີລາຍງານວ່າ ໄດ້ມີການຍິງປືນໃຫຍ່ ແລະການໂຈມຕີທາງອາກາດ ໃສ່ບາງສ່ວນຂອງນະຄອນຫຼວງຂອງຊູດານ ໃນວັນອາທິດວານນີ້ ໂດຍມີສັນຍານພຽງເລັກນ້ອຍວ່າ ບັນດາກຸ່ມທະຫານທີ່ກຳລັງສູ້ລົບກັນ ພ້ອມທີ່ຈະຢຸດຕິຄວາມຂັດແຍ່ງທີ່ແກ່ຍາວມາເປັນເວລາຫຼາຍເດືອນ ທີ່ໄດ້ສັງຫານຫຼາຍຮ້ອຍຄົນ ເຖິງແມ່ນວ່າຈະມີການເຈລະຈາຢຸດຍິງຢູ່ທີ່ຊາອຸດີ ອາຣາເບຍ ກໍ່ຕາມ ອີງ​ຕາມ​ລາຍ​ງານ​ຂອງອົງການຂ່າວຣອຍເຕີສ໌.

ນະຄອນຫຼວງຄາຣ໌ທູມ ແລະ​ສອງເມືອງ ທີ່ຢູ່ຕິດກັນ ​ຄືບາ​ຫ໌ຣີ (Bahri) ແລະ ອອມເດີມານ (Omdurman) ໃນສອງສາຂາຂອງແມ່ນໍ້າ ໄນລ໌ (Nile) ໄດ້ກາຍເປັນພື້ນທີ່ຫຼັກຂອງການຂັດແຍ້ງ ພ້ອມກັບແຂວງ ດາຟົວ (Darfur) ທາງ​ທິດຕາເວັນຕົກ ນັບຕັ້ງແຕ່ກອງທັບ ແລະກອງກໍາລັງສະຫນັບສະຫນູນເຄື່ອນທີ່ວ່ອງໄວ ໄດ້ເລີ່ມຕົ້ນການສູ້ລົບກັນ ໃນວັນທີ 15 ເດືອນເມສາ.

​ການລະດົມຍິງໂຈມຕີ ໃສ່​ເມືອງບາ​ຫ໌ຣີ (Bahri) ແລະການໂຈມຕີທາງອາກາດ​ໃສ່​ເມືອງອອມເດີມານ (Omdurman) ໃນເຊົ້າວັນອາທິດ, ອີງຕາມລາຍງານຂອງນັກຂ່າວຣອຍເຕີສ໌ ແລະຜູ້ເຫັນເຫດການ. "ມີການໂຈມຕີທາງອາກາດຢ່າງຫນັກຢູ່ໃກ້ພວກເຮົາໃນເມືອງ ຊາລິຮາ (Saliha) ເຊິ່ງເຮັດໃຫ້ປະຕູເຮືອນສັ່ນສະເທືອນ", ທ່ານຊັລມາ ຍັສຊິນ (Salma Yassin), ຄູສອນຢູ່ເມືອງອອມເດີມານ (Omdurman) ກ່າວ.

ຜູ້ອາໄສຢູ່ໃກ້ກັບເດີ່ນບິນຄາທູມ, ເຊິ່ງໄດ້ຖືກປິດຕັ້ງແຕ່ຄວາມຂັດແຍ່ງໄດ້ເກີດຂຶ້ນ, ກ່າວວ່າໄດ້ມີການສູ້ລົບກັນຢ່າງຕໍ່ເນື່ອງຕະຫຼອດມື້.

ໃນ​ວັນ​ອາທິດ​ວານ​ນີ້ ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າເຫດການຄວາມ​ບໍ່​ສະຫງົບ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງນ້ອຍ 676 ຄົນ ​ແລະ​ບາດ​ເຈັບ 5,576 ຄົນ, ເຖິງ​ແມ່ນ​ວ່າ​ມີ​ລາຍ​ງານ​ຜູ້​ຫາຍ​ສາບ​ສູນ​ຫຼາຍ​ຄົນ ​ແລະ ສົບ​ທີ່​ຍັງບໍ່​ຖືກ​ຝັງ​, ຄາດ​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ​ທີ່​ແທ້​ຈິງ ​ຈະ​ເພີ່ມ​ຂຶ້ນກວ່ານີ້ຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG