ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມ​ີ​ການ​ໂຈມ​ຕີ​ທາງ​ອາ​ກາດ ​ໃສ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ໃນ​ຂະ​ນະ​ທີ່​ບັນ​ຫາ​ຂັດ​ແຍ້ງ ກ້າວ​ເຂົ້າ​ເດືອນ​ທີ​ສອງ


ພາບ​ຖ່າຍ​ຈາກວີ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ຄວັນ​ສຳ​ດຳ​ກຸ້ມ​ຂຶ້ນ ແລະ​ໄພ​ໄໝ້​ທີ່​ຕະ​ຫຼາດ​ເມືອງ​ໂອມ​ດູ​ແມນ ປະ​ເທດ​ຊູ​ດານ ເມື່ອ​ວັນ​ທີ 15 ພຶດ​ສະ​ພາ 2023 . ເມື່ອ​ໂອມ​ດູ​ແມນ​ຕັ້ງ​ຢູ່​ໃກ້ໆ​ກັບ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ. (Handout via Reuters)
ພາບ​ຖ່າຍ​ຈາກວີ​ດີ​ໂອ​ສະ​ແດງ​ໃຫ້​ເຫັນ​ຄວັນ​ສຳ​ດຳ​ກຸ້ມ​ຂຶ້ນ ແລະ​ໄພ​ໄໝ້​ທີ່​ຕະ​ຫຼາດ​ເມືອງ​ໂອມ​ດູ​ແມນ ປະ​ເທດ​ຊູ​ດານ ເມື່ອ​ວັນ​ທີ 15 ພຶດ​ສະ​ພາ 2023 . ເມື່ອ​ໂອມ​ດູ​ແມນ​ຕັ້ງ​ຢູ່​ໃກ້ໆ​ກັບ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ. (Handout via Reuters)

ກອງ​ທັບ​ຊູ​ດານ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ເຂດ​ດ້ານ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມໃນ​ວັນ​ຈັນ​ວານນີ້ ເພື່ອ​ໂຈມ​ຕີ​ຕໍ່​ກຸ່ມ​ກຳ​ລັງ​ພິ​ເສດ​ທີ່​ເປັນ​ຄູ່​ປໍ​ລະ​ປັກ ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ໂຮງ​ໝໍ​ແຫ່ງ​ນຶ່ງ ທີ່​ຜູ້​ເຫັນ​ເຫດ​ການ​ກ່າວ​ວ່າໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ຖິ້ມ​ລະ​ເບີດ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກາ​ນ​ສູ້​ລົບ​ກັນ​ຢ່າງ​ໜັກ​ ຢູ່ໃນເມືອງບາ​ຫ໌​ຣີ ແລະ​ໂອມ​ເດີ​ແມນ ​ທີ່​ຕັ້ງ​ຢູ່​ໃກ້​ຄຽງຍັງ​ດຳ​ເນີນ​ຕໍ່​ໄປ ທັງໆ​ທີ່​ໄດ້​ມີ​ການ​ເຈ​ລະ​ຈາ ພາຍ​ໃຕ້​ການ​ໄກ່​ເກ່ຍ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ລະ​ຫວ່າງກອງ​ທັບ​ຊູ​ດານແລະ​ກຳ​ລັງ​ພິ​ເສດ​ເຄື່ອນ​ທີ່​ຢ່າງວ່ອງ​ໄວ RSF ທີ່​ນະ​ຄອນ​ເຈັດ​ດາ ໂດຍ​ແນ​ໃສ່​ເພື່ອ​ອະ​ນຸ​ຍາດ​ໃຫ້ ​ອົງ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ເຂົ້າ​ໄປ​ເຖິງ ແລະ​ມີ​ການ​ຢຸດ​ຍິງ.

ການ​ສູ້​ລົບ​ກັນ​ຍັງ​ແຜ່​ລາມ​ໄປ​ສູ່​ເຂດ​ດາ​ຟົວ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ແຕ່​ກໍ​ຍັງ​ຈຳ​ກັດ​ຢູ່​ໃນ​ນະ​ຄອນ​ຫຼວງ ບ່ອນ​ທີ່​ພວກ​ນັກ​ລົບ​ຂອງ​ກຸ່ມ RSF ຍັງ​ຮັກ​ສາ​ທີ່​ໝັ້ນ​ຢູ່​ຕາມ​ຄຸ້ມ​ຕ່າງໆ ແລະ​ທາງກອງ​ທັບ​ໄດ້​ໃຊ້​ການ​ໂຈມ​ຕີ​ທາງ​ອາ​ກາດແລະ​ປືນ​ໃຫຍ່​ຍິງ​ໂຈມ​ຕີຢ່າງ​ໜັກ​ໃສ່​ເປົ້າ​ໝາຍ​ຕ່າງໆ.

​ນາງ​ອາ​ວາ​ເຕັ​ຟ ຊາ​ເລ ອາ​ຍຸ 55 ປີ ກ່າວ​ເຖິງ​ເຂດ​ທີ່​ນາງ​ອາ​ໄສ​ຢູ່​ແຄມ​ແມ່​ນ້ຳ​ໄນ​ລ໌ ໃນ​ເມືອງ​ບາ​ຫ໌​ຣີ​ວ່າ “ພວກ​ເຮົາ​ໄດ້​ຖືກ​ຖິ້ມ​ລະ​ເບີດ​ໃສ່​ຢ່າງ​ໜັກ​ໃນ​ເວ​ລານີ້ ທີ່​ຊາກ ແອ​ລ ໄນ​ລ໌ ແລະ​ກຳ​ລັງ RSF ໄດ້​ຕອບ​ໂຕ​ຄືນດ້ວຍ​ປືນ​ຕໍ່​ຕ້ານ​ອາ​ກາດ​ຍານ. ທັງ​ໝົດ​ນີ້​ແມ່ນ​ເກີດ​ຂຶ້ນ​ໃກ້ໆ​ກັບ​ເຮືອນ​ຂອງ​ພວກ​ເຮົາ ພວກ​ເຮົາ​ແມ່ນ​ຢູ່​ໃນ​ສະ​ພາບ​ທີ່​ຕື່ນ​ຕົກ​ໃຈ ແລະ​ມີ​ຄວາມ​ຢ້ານ​ກົວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG