ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາ ສອງຊູດານ ພົບປະກັນ ເພື່ອຫຼີກລ່ຽງ ການເຮັດສົງຄາມ


ແຜນທີ່ປະເທດຊູດານ ແລະຊູດານໃຕ້
ແຜນທີ່ປະເທດຊູດານ ແລະຊູດານໃຕ້

ປະທານາທິບໍດີ​ປະ​ເທດຊູ​ດານ ​ແລະ​ຊູ​ດານ​ໃຕ້ ​ໄດ້​ພົບ​ປະ​ກັນ​ທີ່​ນະຄອນຫຼວງ Addis Ababa ປະ​ເທດ​ອີ​ທິ​ໂອ​ເປຍ ​ແລະທັງສອງ​ຜູ້​ນໍາ​ໄດ້ໃຫ້​ຄໍາ​ໝັ້ນ​ສັນ​ຍາວ່າ​ຈະ​ເຈລະຈາ​ຫາ​ທາງ​ແກ້​ໄຂຄວາມ​ເຫັນ​ແຕກ​ຕ່າງກັນ​ຢ່າງ​ສັນຕິ​ວິທີ.

ປະທານາທິບໍດີ Oma al-Bashir ຂອງ​ປະ​ເທດ​ຊູ​ດານ ​ແລະ​ປະທານາທິບໍດີ Salva Kiir ຂອງ​ຊູ​ດານ​ໃຕ້ ​ໄດ້​ພົບ​ປະກັນ​ເມື່ອ​ວັນ​ເສົາ​ວານ​ນີ້ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດບັ້ນ​ນຶ່ງ​ຂອງ​ສະຫະພາບ​ອາ​ຟຣິກາ ຫຼື​ເອຢູ. ຊຶ່ງ ນັບວ່າ​ເປັນ​ການ​ພົບ​ປະກັນ​ເທື່ອ​ທໍາ​ອິດ ​ຂອງ​ທັງ​ສອງ​ຜູ້​ນໍາ ນັບ​ຕັ້ງ​ແຕ່​ປະ​ເທດ​ຂອງ​ພວກ​ທ່ານ​ ເກືອບ​ເກີດສົງຄາມ​ກັນ​ ໃນ​ເດືອນ​ເມສາ​ຜ່ານ​ມາກ່ຽວ​ກັບ​ຂໍ້​ຂັດ​ແຍ້​ງ​ເລຶ່ອງລາຍ​ໄດ້​ຂາຍ​ນໍ້າມັນ ​ເລຶ່ອງ​ເຂດ​ຊາຍ​ແດນ ແລະບັນຫາ ຄວາມ​ໝັ້ນຄົງ​ອື່ນໆ.

ຫຼັງຈາກ​ເກີດ​ຂໍ້​ຂັດ​ແຍ້​ງກັນ​ມາໄດ້ຫຼາຍປີ ລະ​ຫວ່າງ​ຊາວ​ມຸສລິ​ມຊຶ່ງ​ເປັນຊົນກຸ່ມ​ໃຫຍ່​ໃນພາກ​ເໜືອຂອງ​ປະ​ເທດ ​ແລະ​ຊາວ​ຄຣີສຕຽນ​ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່ໃນພາກ​ໃຕ້ນັ້ນ ສັນຍາ​ສັນຕິພາບປີ 2005 ​ແມ່ນ​ໄດ້​ແຜ້ວ​ທາງໄປສູ່​ການເປັນເອກກະລາດ​ຂອງຊູ​ດານ​ໃຕ້ ​ໃນ​ປີ 2011.

ທັງ​ສອງ​ປະ​ເທດ​ປະ​ເຊີນ​ກັບ​ການ​ຖືກ​ລົງ​ໂທດ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ອົງ ການ​ສະຫະ​ປະຊາ​ຊາດ ​ເວັ້ນ​ເສຍ​ແຕ່​ວ່າ​ທັງ​ສອງ​ປະ​ເທດ​ຈະ​ທໍາ​ການ​ແກ້​ໄຂບັນ​ຫາ​ຂັດ​ແຍ້​ງກ່ຽວ​ກັບເງິນ​ລາຍ​ໄດ້​ຈາ​ກການ​ຂາຍ​ນໍ້າມັນແລະການ​ປັກ​ຫຼັກໝາຍ​ເຂດ​ຊາຍ​ແດນ​ໃຫ້​ທັນ​ຕາມ​ກຳນົດ​ເສັ້ນຕາຍ ​ໃນວັນ​ທີ 2 ສິງຫາ​ເດືອນ​ໜ້າ​ນີ້.

XS
SM
MD
LG