ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີຊູດານໃຕ້ ກ່າວວ່າ ຊູດານກໍາລັງ ປະກາດສົງຄາມ (ເບິ່ງສະໄລດ໌)


ຕໍາຫຼວດຄົນນຶ່ງຍ່າງຜ່ານຕະຫຼາດແຫ່ງນຶ່ງທີ່ຖືກໄຟໄໝ້ໃນເຂດ Rubkona ໃກ້ໆກັບເມືອງ Bentiu ທີ່ຊູດານໃຕ້.
ວັນທີ 24 ເມສາ 2012.
ຕໍາຫຼວດຄົນນຶ່ງຍ່າງຜ່ານຕະຫຼາດແຫ່ງນຶ່ງທີ່ຖືກໄຟໄໝ້ໃນເຂດ Rubkona ໃກ້ໆກັບເມືອງ Bentiu ທີ່ຊູດານໃຕ້. ວັນທີ 24 ເມສາ 2012.

ປະທານາທິບໍດີ​ Salva Kiir ​ແຫ່ງຊູ​ດານ​ໃຕ້​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ຊູ​ດານ ​ປະ
ເທດ​ເພື່ອນ​ບ້ານ ເວົ້າ​ຮວມ​ແລ້ວ​ແມ່ນ​ເປັນ​ການ​ປະກາດສົງຄາມ​ກັນ.

ຖ້ອຍ​ຖະ​ແຫຼ​ງດັ່ງກ່າວຂອງ​ທ່ານ​ມີຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ລະຫວ່າງ ການ​ໂອ້​ລົມ​ສົນ
ທະນາ​ກັນ​ກັບ​ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນທີ່​ກຸງ​ປັກ​ກິ່ງ. ທ່ານ Kiir ກໍາລັງຢູ່​ໃນ
ລະຫວ່າງການ​ຢ້ຽມຢາມ​ຈີນ​ເປັນ​ເວລາ 5 ມື້ ທີ່​ຈະ​ຮວມທັງ​ການ​ໄຂ​ສະຖານທູດ​ໃໝ່​
ຂອງ​ຊູ​ດານ​ໃຕ້​ຂຶ້ນ ໃນ​ຈີນ​ນັ້ນ.

ສະຫະລັດ ຈີນ ​ແລະ​ປະ​ເທດ​ມະຫາ​ອໍານາດ​ອື່ນໆ ​ໄດ້​ຮຽກຮ້ອງ​ໃຫ້ຊູ​ດານ​ແລະ​ຊູ​ດານ​
ໃຕ້​ຢຸດ​ທໍາ​ການ​ສູ້​ລົບ​ກັນ​ແລະ​ເລີ້ມ​ທໍາ​ການ​ເຈລະຈາ​ສັນຕິພາບ​ກັນ​ຄືນ.

ທ່ານ Omar al-Bashir ປະທານາທິບໍດີ​ຊູ​ດານ ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ຈະ​ບໍ່​ມີ​ການ
ໂອ້​ລົມ​ສົນທະນາ​ກັນ​ຕື່ມ​ອີກ ​ແລະ​ວ່າ ຊູ​ດານໃຕ້ເຂົ້າ​ໃຈ​ພຽງ​ແຕ່​ພາສາປືນ​ແລະ​ລູກ​ກະ
ສູນ​ເທົ່າ​ນັ້ນ.

ບັນດາເຈົ້າໜ້າທີ່ຊູ​ດານ​ໃຕ້ ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ມື້​ຄືນ​ຜ່ານ​ມານີ້ຝູງເຮືອບິນລົບ
ຂອງຊູດານໄດ້ຖິ້ມລະເບີດໃສ່​ເມືອງ Panakwach.

ໃນວັນຈັນວານນີ້ ພວກ​ເຈົ້າ​ໜ້າ​ທີ່​ແລ​ະພວກ​ທີ່​ເຫັນ​ເຫດການ​ໃນ​ຊູ​ດານໃຕ້​ກ່າວ​ວ່າ ຊູ​ດານ
ໄດ້​ຖິ້ມ​ລະ​ເບີດ​ໃສ່​ລັດ Unity ຂອງ​ຊູ​ດານ​ໃຕ້ໂດຍ ໄດ້ສັງຫານປະຊາຊົນຢ່າງໜ້ອຍ 3
ຄົນ ຮວມທັງເດັກນ້ອຍຜູ້ຊາຍຄົນນຶ່ງ. ລະເບີດໄດ້ຕົກໃສ່ທັງໃນ​ຕົວເມືອງແລະເຂດອ້ອມ
ແອ້ມເມືອງຊາຍ ແດນ Bentiu ນັ້ນ.

ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ປະນາມການ ຖິ້ມລະ​ເບີດ​ໂຈມ
ຕີຂອງຊູດານ ​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ​ຊູ​ດານ ຍຸຕິ​ທຸກ​ການ​ກະທຳ​ທີ່​ເປັນ​ປໍ​ລະປັກ
​ໃນ​ທັນທີ.

ສະຫະລັດ​ກໍ​ໄດ້​ປະນາມ​ໃນ​ອັນ​ທີ່​ສະຫະລັດ​ເອີ້ນວ່າ ​ເປັນ​ການ​ບຸກລຸກທາງ​ທະຫານ.
ທ່ານ​ນາງ Victoria Nuland ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​
ວ່າ ສະຫະລັດຮັບ​ຮູ້​ສິດທິ​ຂອງ​ຊູ​ດານ​ໃຕ້​ເພື່ອ​ປ້ອງ​ກັນ​ຕົນ​ເອງ ​ແຕ່​ຮຽກຮ້ອງ​ໃຫ້ Juba
ໃຊ້​ຄວາມຍັບ​ຍັ້ງ​ໃນ​ການ​ຕອບ​ໂຕ້​ຂອງ​ຕົນ​ດ້ວຍ​ການ​ຖິ້ມ​ລະ​ເບີດ​ນັ້ນ.

XS
SM
MD
LG